秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດເຊຍວາງເງື່ອນໄຂຂອງຕົນໃນການເຈລະຈາກັບອູແກຣນ

2022-02-25 14:03:04 cri

ວັນ​ທີ 24 ກຸມ​ພາ​ນີ້, ທ່ານ​ເດີ​ມິ​ຕ​ຣີ ເປ​ສ​ໂກ, ​ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ຖ້າ​ວ່າ​ອູ​ແກ​ຣນ​​ກຽ​ມ​ພ້ອມ​ແລ້ວ​ ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຖາ​ນະ​ເປັນ​ກາງ​ຂອງ​ຕົນ ແລະ​ບໍ່​ຈັດ​ວາງ​ອາ​ວຸດ​ຢູ່​ໃນ​ປະ​ເທດ​ຕົນ, ຣັດ​ເຊຍຈຶ່ງ​ຈະ​ຍິນ​ດີເຈ​ລະຈາ​ກັບ​ອູ​ແກ​ຣນ.

ທ່າ​ນ​ເປ​ສ​ໂກ​ກ່າວ​ວ່າ: ຣັດ​ເຊຍ​ຫວັງ​ວ່າ​ຈະ​ສາ​ມາດ​ແກ້​ໄຂ “ບັນ​ຫາ​ເສັ້ນອັນ​ຕະ​ລາຍ”​ຕ່າງໆ ເຊັ່ນ: ຖາ​ນະ​ເປັນ​ກາງ​ຂອງ​ອູ​ແກ​ຣນ, ອູ​ແກ​ຣນ​ຈະ​ບໍ່​ຈັດ​ວາງ​ອາ​ວຸດ​ຢູ່​ໃນ​ປະ​ເທດ​ຕົນ ແລະ​ອື່​ນໆ, ພ້ອມ​ທັງ​ຈະ​ເຈ​ລະ​ຈາ​​ກັບ​ອູ​ແກ​ຣນ​ກ່ຽວ​ກັບບັນ​ຫາ​ເຫຼົ່າ​ນີ້, ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​​ຜູ້​ນຳ​ອູ​ແກ​ຣນ​ໄດ້​ກຽມ​ພ້ອມ​ທີ່​ຈະ​ເຈ​ລະ​ຈາ​ແລ້ວຫຼືບໍ.

ທ່າ​ນ​ເປ​ສ​ໂກ​ກ່າວຕື່ມ​ອີກວ່າ: ຈຸດ​ປະ​ສົງ​ຂອງ​ຣັດ​ເຊຍ​ໃນ​ການ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​​ທາງ​ການ​ທະ​ຫານພິ​ເສດ​ຕໍ່​ອູ​ແກ​ຣນ​ນັ້ນ ແມ່ນ​ເພື່ອເຮັດ​ໃຫ້​ອູ​ແກ​ຣນ “​ຫັນ​ເປັນ​ປະ​ເທດ​ແບບ​ບໍ່​ແມ່ນ​ການ​ທະ​ຫານ” ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ.

ໃນ​ມື້ດ​ຽ​ວ​ກັນ, ທ່ານ​ອີ​ກໍ ໂກ​ນາ​ເຊັນ​ໂກ​ຟ, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ກອງ​​ກຳ​ລັງປະ​ກອບ​ອາ​ວຸດ​ຂອງ​ຣັດ​ເຊຍ​ຈະ​ບໍ່​​ຍິງ​ປືນ​ໃຫຍ່ ຫຼືໂຈມ​ຕີ​​ທາງ​ອາ​ກາດໃສ່​​ຕົ​ວ​ເມືອງ​ຂອງ​ອູ​ແກ​ຣນ ເຊິ່ງ​ຈະ​ບໍ່​ເປັນການ​ທຳ​ລາຍປະ​ຊາ​ຊົນ​ອູ​ແກ​ຣນ. ພ້ອມ​ດຽວ​ກັນ​ນີ້, ທ່ານ​ເຊີ​ເກ ຊອຍ​ກູ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໄດ້​ອອກ​ຄຳ​ສັ່ງ​ ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​ສ້າງ​ຊ່ອງ​ທາງ​ຄວາມ​ປອ​ດ​ໄພ​​ສຳ​ລັບ​ທະ​ຫານ​ອູ​ແກ​ຣນ​ທີ່​ວາງ​ອາ​ວຸດ ເພື່ອ​ໃຫ້​ເຂົາ​ເຈົ້າ​ສາ​ມາດຖອນ​ຕົວ​ອອກ​ຈາກ​ເຂດ​ທີ່​ເກີດ​​ມີການ​ປະ​ທະ​ກັນ ​ແລະ​ກັບ​ບ້ານ​ຢ່າງ​ປອດ​ໄພ.

ຄຳ​ເຫັນ

0