蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ຊ ​ຈະ​ຈັດ​ສັນ​ງົບ​ປະ​ມານ 20 ລ້ານ​ໂດ​ລາ​ຫະ​ລັດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ່ວນດ້ານ​ມະ​ນຸດ​ສະ​ທຳ​​ໃນ​ວິ​ກິດ​ການ​ອູ​ແກ​ຣນ

2022-02-25 15:10:03 CRI

ວັນ​ທີ 24 ກຸມ​ພາ​ນີ້, ທ່ານ​ອັນ​ໂ​ຕ​ນິ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​​ໄດ້ປະ​ກາດ​ວ່າ: ສ​ປ​ຊ ຈະ​ຈັດ​ສັນ​ງົບ​ປະ​ມານ​ຈາກກອງ​ທຶນ​ຮັບ​ມື​ສຸກ​ເສີນ​ສູນ​ກາງ ສ​ປ​ຊ 20 ລ້ານ​ໂດ​ລາ​ສະ​ຫະ​ລັດໃນ​ທັນ​ທີ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ່​ວນດ້ານ​ມະ​ນຸດ​ສະ​ທຳ​​ໃນ​ວິ​ກິດ​ການ​ອູ​ແກ​ຣນ.

ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ອັນ​ໂ​ຕ​ນິ​ໂອ ກູ​ເຕີ​ເຣ​ສ​​ໄດ້ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ​ສາ​ກົນ ແລະ ກົດ​ໝາຍ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ​ສາ​ກົນ, ໃຫ້​ຖື​ເອົາ​ການ​ປົກ​ປ້ອງ​ປະ​ຊາ​ຊົ​ນ​ເປັນ​ບູ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ. ທ່ານ​ກ່າວ​ຕື່ມ​ວ່າ: ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ​ບໍ່​ແມ່ນ “ຕ່າວ​ປີ້ນ​ຄືນ​ບໍ່​ໄດ້”, ການ​ຕັດ​ສິນ​ໃຈ​ໃນຫຼາຍ​ມື້​ຂ້າງ​ໜ້າ “ຈະ​ປັບ​ປ່ຽນ​ໂລກ​ພວ​ກ​ເຮົາ” ແລະ ຈະ​ສ້າງ​ຜົນກະ​ທົບໂດຍ​ກົງ​ຕໍ່​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ນັບ​ເປັນ​ລ້ານ​ຄົນ.

ຄຳ​ເຫັນ

0