黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິ​ງ​ສົນທະນາ​ກັບ​ທ່ານ​ປູ​ຕິນກ່ຽວກັບສະຖານະການຢູ່ອູແກຣນຜ່ານ​ທາງ​ໂທ​ລະ​ສັບ

2022-02-25 22:09:14 cri

ຕອນ​ບ່າຍ​ວັນ​ທີ 25 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນທະນາ​ກັບ​ທ່ານ​ວາ​ລະ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍຜ່່ານທາງໂທລະສັບ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການຢູ່​ອູ​ແກຼນ​.

​ທ່ານ​ປູ​ຕິນ​ໄດ້​ແນະ​ນຳ​​ຄວາມ​ເປັນ​ມາ​ຂອງ​ບັນ​ຫາ​ອູ​ແກຼນ ​ແລະ ໄດ້ແຈ້ງກ່ຽວກັບ​ສະ​ພາບ​ການ ​ແລະ​ ຫລັກໝັ້ນຂອງ​ຣັດ​ເຊຍ​ໃນການ​ປະ​ຕິ​ບັດ​ການ​ເຄື່ອນໄຫວທາງການ​ທະ​ຫານ​ພິ​ເສດ​ຢູ່​ພາກ​ຕາ​ເວັນ​ອອກ​ອູ​ແກຼນ, ທ່ານ ປູຕິນຍັງກ່າວ​ວ່າ: ​ອາ​ເມ​ຣິ​ກາ ​ແລະ​ອົງ​ການ​ນາ​ໂຕ​ບໍ່ໄດ້​ເອົາ​ຫົວ​ຊານຳ​ຄວາມກັງວົນກ່ຽວກັບຄວາມໝັ້ນຄົງ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ຣັດ​ເຊຍ, ໄດ້ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ຊ້ຳ​ແລ້ວ​ຊ້ຳ​ອີກ, ໄດ້ຂະ​ຫຍາຍ​ກຳ​ລັງ​ທາງການ​ທະ​ຫານ​ໄປສູ່​ພາກ​ຕາ​ເວັນ​ອອກຢ່າງບໍ່ຢຸດຢັ້ງ ເຊິ່ງເປັນການທ້າ​ທາຍເສັ້ນອັນຕະລາຍ​ທາງ​ຍຸດ​ທະ​ສາດ​ຂອງ​ຣັດ​ເຊຍ. ແຕ່ຣັດ​ເຊຍ​ກໍ່ຍິນ​ດີ​ຈັດ​ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ກັບ​ອູ​ແກຼນ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ສະ​ຖາ​ນະ​ການ​ໃນພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຼນ​ໄດ້​ປ່ຽນ​ແປງໄປ​ຢ່າງໄວວາ, ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກໃຫ້ຄວາມ​ສົນ​ໃຈ​ຢ່າງ​ສູງ. ຈີນ​ມີ​ຫຼັກ​ໝັ້ນ​ຂອງ​ຕົນ​ໂດຍ​ອີງ​ຕາມຄວາມ​ຖື​ກຜິດ ແລະຄວາມເປັນທຳ-ຄວາມອະທຳ ໃນ​ບັນ​ຫາ​ອູ​ແກຼນ. ຈີນ​ສະ​ໜັບ​ສະ​ໜູນ​ຣັດ​ເຊຍ​ແລະ​ອູ​ແກຼນໃຫ້​ແກ້​ໄຂ​ບັນ​ຫາ​ດ້ວຍ​ການ​ເຈ​ລະ​ຈາ. ຈີນ​​ມີ​ຫຼັກ​ໝັ້ນ​ພື້ນ​ຖານ​ທີ່ເຄົາ​ລົບ​ອະ​ທິ​ປະ​ໄຕ ​ແລະ​ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕ່າງໆ, ປະ​ຕິ​ບັດ​ຕາມ​ຈຸດ​ປະ​ສົງ ແລະຫຼັກການ​ຂອງ​ກົດ​ບັດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ຂອງ​ປະ​ຊາ​ຄົມ​ໂລກ, ລິ​ເລີ່ມ​ທັດ​ສະ​ນະກ່ຽວກັບ​ຄວາມ​ໝັ້ນຄົງ​ຮ່ວມ​ກັນ, ກວມລວມ, ​ຮ່ວ​ມ​ມື ​ແລະ ​ແບບ​ຍືນ​ຍົງ, ຮັກ​ສາ​ລະ​ບົບ​ສາ​ກົນ​ທີ່​ຖື​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ແກນ​ກາງ ​ແລະ​ ລະ​ບຽບ​ການ​ສາ​ກົນ​ທີ່​ຖື​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ.

ຄຳ​ເຫັນ

0