郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງອີ້​ບັນ​ຍາຍຫຼັກ​ໝັ້ນ5​ຂໍ້​ຂອງ​ຈີນກ່ຽວ​ກັບ​ບັນ​ຫາອູ​ແກຼນ​ໃນຕໍ່​ໜ້ານີ້

2022-02-26 15:31:54 cri

图片默认标题_fororder_1076664107

​ວັນ​ທີ25ກຸມ​ພານີ້ ທ່ານ​ວາງອີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕ່າງ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ນາງ ລິ​ທ​ຣູ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ, ທ່ານໂຈ​ເຊ ໂບ​ເຣວ ຜູ້​ຕາງ​ໜ້າ​ຊັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍ​ບາຍການຕ່າງ​ປະ​ເທດ​ແລະ​ຄວາມ​​ໝັ້ນ​ຄົງຂອງ​ສະ​ຫະ​ພາບ​ເອີ​ລົບ ແລະ​ທ່ານເອ​ມາ​ນູ​ເອນ ໂບ​ເນິ ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​​ໂດຍຜ່ານ​ທາງ​ໂທ​ລະ​ສັບຕາມ​ນັດ ໂດຍ​ໄດ້​ເຈາະ​ຈົງ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​​ຖາ​ນະ​ການ​ຢູ່​ອູ​ແກຼນ. ທ່ານ​ວາງອີ້​ໄດ້​ບັນ​ຍາຍຫຼັກ​ໝັ້ນພື້ນ​ຖານ5​ຂໍ້​ຂອງ​ຈີນກ່ຽວ​ກັບ​ບັນ​ຫາ​ອູ​ແກຼນ ຄື​ດັ່ງ​ຕໍ່​ໄປນີ້:

1, ຈີນ​ມີຈຸດ​ຢືນ​ທີ່​ເດັດ​ດ່ຽວ​​ໃຫ້​ເຄົາ​ລົບ​ແລະ​ຮັບ​ປະ​ກັນ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕ່າງໆ,​ປະ​ຕິ​ບັດ​ຕາມ​ຈຸດ​ປະ​ສົງ​ແລະ​ຫຼັກ​ການ​ຂອງ​ກົດ​ບັດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ແທ້​ຈິງ.ຫຼັກ​ໝັ້ນ​ນີ້​ແມ່ນ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍແລະ​ແຈ່ມ​ແຈ້ງ, ໃນ​ບັນ​ຫາ​ອູ​ແກຼນກໍ່ເໝາະ​ໃຊ້ເຊັ່ນ​ດຽວ​ກັນ.

2,ຈີນ​ລິ​ເລີ່ມ​ສົ່ງ​ເສີມ​ທັດ​ສະ​ນະ​ຄວາມ​ໝັ້ນ​ຄົງ​ທີ່​ຮ່ວມ​ກັນ,ສັງ​ລວມ,ຮ່ວມ​ມື​ກັນ​ແລະ​ແບບ​ຍືນ​ຍົງ ໂດຍ​ເຫັນ​ວ່າ  ຄວາມ​ໝັ້ນ​ຄົງ​ຂອງປະ​ເທດ​ໃດ​ໜຶ່​ງ​ ບໍ່​ໃຫ້​ຖື​ການ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ອື່ນ​ເປັນ​ຄ່າ​ຕ​ອບ​ແທນ,ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ຍິ່ງ​ບໍ່​ໃຫ້​ຖື​ການ​ເພີ່ມ​ທະ​ວີ​ຈົ​ນ​ຮອດ​ການ​ຂະ​ຫຍາຍ​ກຸ່ມ​ການ​ທະ​ຫານ​ເປັນ​ສິ່ງ​ຮັບ​ປະ​ກັນ. ຄວາມ​ຫ່ວງ​ໃຍ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ບັນ​ດາ​ປະ​ເທດ​ທີ່​ມີ​ຕໍ່​ດ້ານ​ຄວາມ​ໝັ້ນ​ຄົງ​ຄວນ​ໄດ້​ຮັບ​ການ​ເຄົາ​ລົບ​ນັບ​ຖື. ພາຍ​ໃຕ້​ສະ​ພາບ​ການ​ທີ່​ນາ​ໂຕ​ແຜ່​ຂະ​ຫຍາຍ​ອິດ​ທິ​ພົນ​ໄປ​ສູ່​ທິດ​ຕາ​ເວັນ​ອອກ​ເປັນ5ຮອບ​ລຽນ​ຕິດ,ຄວາມ​ຮຽກ​ຮ້ອງ​ທີ່​ເປັນ​ທຳ​ຂອງ​ຣັດ​ເຊຍໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແລະ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

3,ຈີນ​ໄດ້​ເອົາ​ໃຈ​ໃສ່​ການ​ປ່ຽນ​ແປງ​ຂອງ​ບັນ​ຫາ​ອູ​ແກຼນ​​ມາໂດຍ​ຕະ​ຫຼອດ,ສະ​ພາບ​ການໃນ​ປັດ​ຈຸ​ບັນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ບໍ່​ຢ​າກ​ເຫັນ. ໜ້າ​ທີ່​ຮີດ​ບ່ວນ​ໃນ​ຕໍ່ໜ້ານີ້ ແມ່ນ​ບັນ​ດາ​ຝ່າຍ​ຄວນ​ຮັກ​ສາ​ຄວາມ​ອົດ​ກັ້ນ​ທີ່​ຈຳ​ເປັນ,ຫຼີກ​ລ່ຽງ​ບໍ່​ໃຫ້​ສະ​ພາບ​ການ​​ໃນປັດ​ຈຸ​ບັນ​ຂອງ​ອຸ​ແກຼນ​ສືບ​ຕໍ່​ຊຸດ​ຮ້າຍ​ລົງ​ຈົນ​ກະ​ທັ້ງ​ເສຍ​ການ​ຄວບ​ຄຸມ. ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອ​ງ​​ສາ​ມັນ​ຊົນ​ຄວນ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ໂດຍ​ສະ​ເພາະ​​ແມ່ນ​ຕ້ອງ​ປ້ອງກັນ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຂະ​ໜາດ​ໃຫຍ່.

4,ຈີນ​ສະ​ໜັບ​ສະ​ໜູນ​ແລະ​ສົ່ງ​ເສີມ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ທຸກ​ຢ່າງ​​ທີ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ວິ​ກິດ​ການອູ​ແກຼນ​ໂດຍ​ສັນ​ຕິ.ຈີນສະ​ໜັບ​ສະ​ໜູນ​ຣັດ​ເຊຍ​ແລະ​ອູ​ແກຼນ​ຈັດ​ການ​ສົນ​ທະ​ນາ​ແລະ​ການ​ເຈ​ລະ​ຈາ​ໂດຍ​ກົງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ການ​ປ່ຽນ​ແປງ​ຂອງ​ບັນ​ຫາ​ອູ​ແກຼນ​ມີ​ເຫດ​ຜົນ​ດ້ານ​ປະ​ຫວັດ​ສາດ. ອູ​ແກຼນ​ຄວນ​ກາຍ​ເປັນ​ຂົວ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ເທດ​ຕາ​ເວັນ​ຕົກ​ແລະ​ປະ​ເທດ​ຕາ​ເວັນ​ອອກ,ຫາກ​ບໍ່​ຄວນ​ຕົກ​ເປັນ​ແນວ​ໜ້າ​ແ​ຫ່ງ​ຫານ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່.ຈີນ​ກໍ​​​ສະ​ໜັບ​ສະ​ໜູນ​ຝ່າຍ​ເອີ​ລົບ​ແລະ​ຣັ​ດ​ເຊຍ​ຈັດ​ການ​ສົນ​ທະ​ນາ​ກັນຢ່າງ​ສະ​ເໝີ​ພາບ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ເອີ​ລົບ,ໃນ​ທີ່ສຸດ ສ້າງ​ຕັ້ງ​ກົນ​ໄກ​ຄວາມ​ໝັ້ນ​ຄົງ​ຢູ່​ເອີ​ລົບ​ທີ່​​ດຸ່ນ​ດ່ຽງກັນ,ມີ​ປະ​ສິດ​ທິ​ຜົນ​ແລະ​ແບບ​ຍືນ​ຍົງ.

5,ຈີນ​ເຫັນ​ວ່າ​ສະ​ພາ​ຄວາມ​ໝັ້ນ​ຄົງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ການ​ແກ້​ໄຂ​ບັນ​ຫາ​ອູ​ແກຼນ,ຕ້ອງ​ຖື​​ສັນ​ຕິ​ພາບແລະຄວາມ​ໝັ້ນ​ຄົງ​ຂອງພາກ​ພື້ນ​ເປັນ​ຈຸດ​ໜັກ,​ຖື​ຄວາມ​ໝັ້ນ​ຄົງ​ທົ່ວ​ໄປ​ຂອງ​ບັນ​ດາ​ປະ​ເທດ​ເປັນ​ຈຸດ​ໜັກ. ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຄວນ​​ຜ່ອນ​ຄາຍສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ ຫາກ​ບໍ່​ແມ່ນ​​ຕື່ມ​ນ້ຳ​ມັນ​ໃສ່​ກອງ​ໄຟ,ຄວນ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ແກ້​ໄຂ​​ດ້ວຍ​ວິ​ທີ​ທາງ​ການ​ທູດ ຫາກ​ບໍ່​ແມ່ນ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຍົກ​ລະ​ດັບ​ຂຶ້ນຕື່ມ​ອີກ. ​ດ້ວຍ​ເຫດນີ້ ແຕ່​ໃດ​ມາ ຈີນ​ກໍ​ບໍ່​ເຫັນ​ດີ​​ນຳ​ມະ​ຕິຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່ຢູ່​ບໍ່​ຢູ່​ກໍ່​ນຳ​ໃຊ້​ຂໍ້​ມາດ​ຕາ​ທີ່7ທີ່ມອບ​ສິດ​ໃຫ້​ໃຊ້​ກຳ​ລັງ​ອາ​ວຸດ​ແລະ​​ລົງ​ໂທດ.​

ທ່ານ​ວາງອີ້​ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ​ແລະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ຈີນ​ໄດ້​ປະ​ຕິ​ບັດ​​ຕາມພັນ​ທະ​ສາ​ກົນ​ຂອງ​ຕົນ​ຢ່າງ​​ຊື່​ສັດ​ແລະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ດ້ານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ. ໃນ​ບັນ​ຫາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ,ຈີນ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ສະ​ຖິ​ຕິ​ດີ​ທີ່​ທີ່​ສຸດ. ​ແຕ່​ໃດມາ,ຈີນກໍ່​ບໍ່​ເຄີຍ​ຮຸກ​ຮານ​ປະ​ເທດ​ອື່ນ,ບໍ່​ເຄີຍ​ເຮັດ​ສົງ​ຄາມ​ພາຍໜ້າ,ບໍ່​ເຄີຍ​ສະ​ແຫວງ​ຫາ​​ຂອບ​ເຂດ​ອິດ​ທິ​ພົນ, ​ບໍ່​ເຄີຍ​ເຂົ້າ​ຮ່ວມ​ການ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ກຸ່ມ​ການ​ທະ​ຫານ. ຈີນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ສຸມ​ໃສ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມະ​ນຸດ. ພວກ​ເຮົາ​ຈະ​ສືບ​ຕໍ່​ເດັດ​ດ່ຽວ​ຄັດ​ຄ້ານ​ມະ​ຫາ​ອຳ​ນາດ​ທຸກ​ຢ່າງ,​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ເປັນ​ທຳ​ແລະ​ຖືກ​ຕ້ອງ​ຕາມກົດ​ໝາຍ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ອັນ​ໄພ​ສານ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ຂະ​ໜາດ​ກາງ​ແລະ​ນ້ອຍ.

 

ຄຳ​ເຫັນ

0