陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດອິນໂດເນເຊຍອອກຖະແຫຼງການກ່ຽວກັບຣັດເຊຍດຳເນີນການເຄື່ອນໄຫວທາງການທະຫານຕໍ່ອູແກຣນ

2022-02-26 13:09:19 cri

 

ວັນທີ 24 ກຸມພານີ້,ລັດຖະບານອິນໂດເນເຊຍໄດ້ອອກຖະແຫຼງການ ຝ່າຍທາງການກ່ຽວກັບຣັດເຊຍດຳເນີນການເຄື່ອນໄຫວທາງການທະຫານຕໍ່ ອູແກຣນ.

 

ທ່ານເຕີກູ ໄຟຊາສຢາ ໂຄສົກກະຊວງການຕ່າງປະເທດອິນໂດເນເຊຍ ໄດ້ກ່າວໂດຍຜ່ານກອງປະຊຸມຖະແຫຼງຂ່າວທາງອອນໄລວ່າ:ລັດຖະບານໄດ້ ອອກຖະແຫຼງການ 4 ຂໍ້ ຕໍ່ພາກພື້ນດ່ັງກ່າວເກີດເຫດການປະທະກັນ.

 

ໜຶ່ງ,ການປະທະກັນດ້ວຍກຳລັງອາວຸດທີ່ເກີດຂຶ້ນຢູ່ພາກພື້ນອູແກຣນໄດ້ ເປັນໄພອັນໜັກໜ່ວງຕໍ່ຄວາມປອດໄພດ້ານຊີວິດຂອງປະຊາຊົນແລະສົ່ງຜົນກະ ທົບຕໍ່ສັນຕິພາບຂອງພາກພື້ນແລະສະແດງຄວາມເປັນຫ່ວງຕໍ່ສະພາບການດັ່ງ ກ່າວ.

 

ສອງ,ລັດຖະບານອິນໂດເນເຊຍເຕືອນໃຫ້ຣັດເຊຍແລະອູແກຣນທັງສອງ ປະເທດຕ້ອງເຄົາລົບກົດໝາຍສາກົນແລະຂໍ້ກຳນົດຂອງອົງການສະຫະປະຊາຊາດກ່ຽວກັບຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດ.ທ່ານເຕີກູກ່າວວ່າ: "ພວກເຮົາ ກ່າວປະນາມທຸກການກະທຳທີ່ຜິດກົດໝາຍທີ່ລ່ວງລະເມີດດິນແດນແລະອະທິປະ ໄຕແຫ່ງຊາດຂອງປະເທດອື່ນ."

 

ສາມ,ລັດຖະບານອິນໂດເນເຊຍກ່າວຢ້ຳວ່າ:ບັນດາຝ່າຍຄວນຍຶດໝັ້ນການແກ້ໄຂການປະທະກັນດ້ວຍຮູບແບບການເຈລະຈາສັນຕິພາບແລະທາງການທູດ, ພ້ອມທັງໃຫ້ບູລິມະສິດຕໍ່ການພິຈາລະນາການແກ້ໄຂໂດຍສັນຕິ.

 

ສີ່,ສະຖານເອກອັກຄະລັດຖະທູດອິນໂດເນເຊຍໄດ້ກຽມພ້ອມແລ້ວທີ່ຈະໃຊ້ມາດຕະການສຸກເສີນທີ່ຈຳເປັນເພື່ອກອບກູ້ພົນລະເມືອງອິນໂດເນເຊຍທີ່ຍັງຄ້າງຢູ່ອູແກຣນ.

ຄຳ​ເຫັນ

0