覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ2021 ທະນາຄານພັດທະນາແຫ່ງຊາດຈີນໄດ້ລະດົມທຶນ379,3 ຕື້ຢວນເພື່ອສະໜັບສະໜູນການກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ

2022-02-27 16:55:19 cri

ປີ2021 ທະນາຄານພັດທະນາແຫ່ງຊາດຈີນໄດ້ລະດົມທຶນ379,3 ຕື້ຢວນເພື່ອສະໜັບສະໜູນການກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ_fororder_大湾区
 

ທະນາຄານພັດທະນາແຫ່ງຊາດຈີນໄດ້ເປີດເຜີຍໃຫ້ຮູ້ໃນເມື່ອບໍ່ດົນ ມານີ້ວ່າ: ໃນປີ2021ຜ່ານມາ, ຜ່ານຈາກການບໍລິການດ້ານການເງິນແບບສັງລວມປະເພດ ຕ່າງໆເຊັ່ນ: ການລົງທຶນ,ເງິນກູ້ຢືມ, ພັນທະບັດ, ການໃຫ້ເຊົ່າເພື່ອລະດົມທຶນ, ຫຼັກສັບ ແລະອື່ນໆ, ທະນາຄານພັດທະນາແຫ່ງຊາດຈີນໄດ້ໃຫ້ການລະດົມທຶນລວມມູນຄ່າ 379,3 ຕື້ຢວນໃຫ້ກັບການກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ໂດຍໄດ້ຕັ້ງ ໜ້າໃຫ້ບໍລິການແກ່ການພັດທະນາຂົງເຂດຈຸດສຸມຂອງເຂດອ່າວໃຫຍ່ກວ້າງຕຸ້ງ-ຮົງກົງ-ມາກາວແລະເຂດໂຕແບບນຳໜ້າໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ເສີ່ນເຈີ້ນ.
 

    ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ປີ2021ຜ່ານມາ, ທະນາຄານ ພັດທະນາແຫ່ງຊາດຈີນໄດ້ປ່ອຍເງິນກູ້ຢືມສະກຸນເງິນຢວນຈີນແລະເງິນຕາຕ່າງປະເທດໃນມູນຄ່າທີ່ຕົກເປັນເງິນຢວນຈຳນວນ 307,5 ຕື້ຢວນໃຫ້ແກ່ການກໍ່ສ້າງ ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ, ເຊິ່ງໄດ້ໃຫ້ການສະໜັບສະໜູນຢ່າງ ແຂງແຮງໃຫ້ກັບຂົງເຂດຈຸດສຸມຕ່າງໆໃນເຂດອ່າວໃຫຍ່ເຊັ່ນ: ການກໍ່ສ້າງຈຸດຍຸດ ທະສາດແຫ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີແລະອຸດສາຫະກຳ, ການສ້າງສູນວິທະຍາສາດແຫ່ງຊາດແບບກວບລວມ, ການອະນຸລັກສິ່ງແວດ ລ້ອມນິເວດ,ການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງແລະອື່ນໆ. ໃນນີ້, ໄດ້ ປ່ອຍເງິນກູ້ຢືມສະເພາະການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີແລະການຄົ້ນຄວ້າຂັ້ນພື້ນຖານລວມມູນຄ່າ 8,6 ຕື້ຢວນ ເຊິ່ງເປັນການສະໜັບສະ ໜູນຢ່າງແຂງແຮງໃຫ້ແກ່ວິສາຫະກິດສຳຄັນໃນເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ- ມາກາວເພື່ອດຳເນີນການຄົ້ນຄວ້າບຸກທະລຸເຕັກນິກແກນກາງສຳຄັນ.

ຄຳ​ເຫັນ

0