赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ແລະ​ເອີ​​ຣົບ​ປະ​ກາດ​ຕັດທະ​ນາ​ຄານ​ບາງ​ແຫ່ງ​ຂອງ​ຣັດ​ເຊຍ​ອອກ​ຈາກ​ລະ​ບົບ​ຊຳ​ລະ​ສະ​ສາງ SWIFT

2022-02-27 13:51:28 cri

ອາ​ເມ​ຣິ​ກາ​ແລະ​ເອີ​​ຣົບ​ປະ​ກາດ​ຕັດທະ​ນາ​ຄານ​ລາງ​ແຫ່ງ​ຂອງ​ຣັດ​ເຊຍ​ອອກ​ຈາກ​ລະ​ບົບ​ຊຳ​ລະ​ສະ​ສາງ SWIFT_fororder_swfit

ວັນ​ທີ 26 ກຸມ​ພາ​ນີ້ ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ອອກ​ຖະ​ແຫຼງ​ການ ໂດຍ​ກ່າວ​ວ່າ, ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ຣັດ​ເຊຍ​ທີ່​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຢູ່​ໃນ​ແດນ​ອູ​ແກຼນ, ​ຜູ້​ນຳອາ​ເມ​ຣິ​ກາ ພ້ອມ​ດ້ວຍ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ເຢຍ​ລະ​ມັນ ຝ​ຣັ່ງ ອັງ​ກິດ ອີ​ຕາ​ລິ ກາ​ນາ​ດາໄດ້​ຕົກ​ລົງ​ຕັດທະ​ນາ​ຄານ​ຣັດ​ເຊຍ​ບາງ​ແຫ່ງ​ອອກ​ຈາກ​ລະ​ບົບ​​ຊຳ​ລະ​ສະ​ສາງ​ຂອງ​ສະ​ມາ​ຄົມ​ການ​ເງິນ​ໂທ​ລະ​ຄົມໂລກ ຫຼື SWIFT ແລະ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ຕ່າງໆ​ຕໍ່​ທະ​ນາ​ຄານ​ກາງ​ຂອງ​ຣັດ​ເຊຍ, ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຣັດ​ເຊຍ​ວາງ​ແຜນ​ປັງ​ປຸງ​ໃຫມ່​ຕໍ່​ຄັງ​ສຳ​ຮອງ​ສາ​ກົນ​ຂອງ​ຕົນ​ເພື່ອ ​ຜ່ອນ​ຄາຍ​ຜົນ​ກະ​ທົບ​ຈາກ​ມາດ​ຕະ​​ການ​ລົງ​ໂທດ.

ຄຳ​ເຫັນ

0