秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີຕາລີຄອງຄອຍເຂົ້າຮ່ວມງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ

2022-02-27 14:31:37 cri

ຍັງ​ອີກ​ບໍ່​ດົນ, ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ລູ​ຄາ ປານ​ຄາ​ລີ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ອີ​ຕາ​ລີ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ​ການ​ຈັດ​ງານ​ທີ່​ດີ​ເດັ່ນ​ຂອງ​ປະ​ເທດ​ຈີ​ນ, ​ການ​ແຂ່ງ​ຂັນ​ກິ​ລາ​ທີ່​ໜ້າ​ເບິ່ງ​ໜ້າ​ຊົມ ແລະ​ບັນ​ຍາກາດ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ດີ​ງາມ. ອີ​ຕາ​ລີ​ຄອງ​ຄອຍ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້.

ອີ​ຕາ​ລີ​ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ຜູ້​ແທນ​ທີ່​ລວມ​ທັງນັກ​ກິ​ລາ 32 ຄົນ ເຂົ້າ​ຮ່ວ​ມ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ໃນ​ຄັ້ງ​ນີ້ ໂດຍ​ຈະ​ເຂົ້າ​ຮ່ວມ​​ການ​ແຂ່ງ​ຂັນ​ກິ​ລາ​​ປະ​ເທດຕ່າງໆ ເຊັ່ນ: ​ສະ​ກີ​ພູເຂົາ, ​ສ​ະ​ກີ​ກາງ​ສະ​ໜາມ, ສະ​ກີ​ປະ​ເພດ​ແປ້ນ​ດຽວ(Snowboarding) ແລະ​ອື່ນໆ.

ທ່ານ​ລູ​ຄາ ປານ​ຄາ​ລີ​ກ່າວ​ວ່າ: ອີ​​ຕາ​ລີ​ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ຜູ້​ແທນ​ທີ່​ໜຸ່ມ​ນ້ອຍ​ທີ່​ສຸດ​​ໄປເຂົ້າ​ຮ່ວມງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ໃນ​ຄັ້ງ​ນີ້ ​ໂດຍມີ​ນັກ​ກິ​ລາ​ເກືອບ​ເຄິ່ງ​ໜຶ່ງ​ແມ່ນເຂົ້າ​ຮ່ວມ​ງານ​ກິ​ລາ​ດັ່ງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ. ທ່ານ​ລູ​ຄາ ປານ​ຄາ​ລີ​​ຫວັງ​ວ່າ: ນັກ​ກິ​ລາ​ອີ​ຕາ​ລີຈະ​ໄດ້​ຮັບ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ກິ​ລາ​ຄັ້ງ​ນີ້.

ຄຳ​ເຫັນ

0