赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນ​ປະ​ຕິ​ເສດຄຳຂາດ​ສຸດ​ທ້າຍ ຮັບ​ເອົາ​ແຕ່​ການ​ເຈ​ລະ​ຈາ​ຮອບ​ດ້ານເທົ່າ​ນັ້ນ

2022-02-27 14:21:59 cri

ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນ​ປະ​ຕິ​ເສດຄຳຂາດ​ສຸດ​ທ້າຍ ຮັບ​ເອົາ​ແຕ່​ການ​ເຈ​ລະ​ຈາ​ຮອບ​ດ້ານເທົ່າ​ນັ້ນ_fororder_乌俄

ວັນ​ທີ 26 ​ກຸມ​ພານີ້ ທ່ານ​ມີ​ຮາ​ອີ​ໂລ ໂ​ປ​ໂດ​ລີ​ອັກ ທີ່​ປຶກ​ສາ​ຂອງ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນ​ກ່າວ​ວ່າ, ທ່ານ ໂວຼດີ​ເມ່ຍ ເຊ​ເລັນ​ສກີ ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນ​ປະ​ຕິ​ເສດ​ຄຳ​ຂາດ​​ສຸດຂອງ​ຣັດ​ເຊຍ, ພ​ຽງ​ແຕ່​ຮັບ​ເອົາ​ການ​ເຈ​ລະ​ຈາ​ຮອບ​ດ້ານ​ເທົ່າ​ນັ້ນ.

ທ່ານ​ມີ​ຮາ​ອີ​ໂລ ໂ​ປ​ໂດ​ລີ​ອັກ ໄດ້​ໂພ​ສ​ທາງ​ສື່​ສັງ​ຄົມ​ອ໋ອນ​​ລາຍ​ຂອງ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນ​ໃນ​ມື້​ດຽວ​ກັນ​ວ່າ, ສົງ​ຄາມ​ໃດໆ​ລ້ວນ​ແຕ່​ສິ້ນ​ສຸດລົງ​ດ້ວຍການ​ເຈ​ລະ​ຈາ​ທັງນັ້ນ, ຣັດ​ເຊຍ​ແມ່ນ​ຮູ້​ດີ​ຕໍ່​ຄຳ​ເຫັນ​ຂອງ​ອູ​ແກຼນ​ກ່ຽວ​ກັບ​ຮູບ​ແບບ​ແລະ​ຫຼັກ​ໝັ້ນ​ໃນ​ການ​ເຈ​ລະ​ຈາ ເຊິ່ງ​ການ​ເຈ​ລະ​ຈາ​ຕ້ອງ​ຖື​ຄວາມ​ຮັບ​ຮູ້​ທົ່ວ​ໄປ​ເປັນ​ພື້ນ​ຖານ ແລະ​ສາ​ມາດ​ສ້າງ​ແຜນ​ການ​ແກ້​ໄຂ​ທີ່​ຍຸດ​ຕິ​ທຳ​ທີ່​ສອດ​ຄ່ອງ​ກັບ​ຜົນ​ປ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ ແລະ​ປະ​ເທດ​ຊາດ​ອູ​ແກຼນອອກ​ມາ.

ຄຳ​ເຫັນ

0