覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເຫັນວ່າ ການເຄື່ອນໄຫວຂອງສປຊຄວນມີຜົນດີຕໍ່ການຊຸກຍູ້ການແກ້ໄຂວິກິດການອູແກຼນດ້ວຍວິທີທາງການທູດ

2022-02-28 10:18:27 cri

ຈີນເຫັນວ່າ ການເຄື່ອນໄຫວຂອງສປຊຄວນມີຜົນດີຕໍ່ການຊຸກຍູ້ການແກ້ໄຂວິກິດການອູແກຼນດ້ວຍວິທີທາງການທູດ_fororder_联合国常驻代表
 

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມໃນວັນທີ 27 ກຸມພານີ້, ໂດຍໄດ້ລົງຄະແນນສຽງຮັບຮອງເອົາມະຕິເລກທີ 2623 ທີ່ອາເມຣິກາ ແລະປະເທດອື່ນໆເປັນຜູ້ສະເໜີໂດຍຮຽກຮ້ອງໃຫ້ຈັດກອງປະຊຸຸມສຸກເສີນສະໄຫມວິສາມັນຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດກ່ຽວກັບສະຖານະການຢູ່ອູແກຼນ. ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະປະຊາຊາດໄດ້ເຂົ້າ ຮ່ວມກອງປະຊຸມໂດຍບໍ່ອອກສຽງໃນການລົງຄະແນນສຽງດັ່ງກ່າວ ທັງໄດ້ປະກອບຄຳເຫັນເພື່ອອະທິບາຍຈຸດຢືນຂອງຈີນໃນການລົງຄະແນນສຽງ.
 

   ທ່ານຈ່າງຈຸ່ນກ່າວວ່າ: ປັດຈຸບັນ, ສະຖານະການຢູ່ອູແກຼນໄດ້ຜັນແປໄປຢ່າງ ໄວວາ, ບັນຫາອັນຮີບດ່ວນທີ່ສຸດໃນປັດຈຸບັນແມ່ນບັນດາຝ່າຍຄວນຮັກສາ ຄວາມອົດກັ້ນເຊິ່ງແມ່ນຄວາມຈຳເປັນ, ເພື່ອຫຼີກລ່ຽງບໍ່ໃຫ້ສະຖານະການຢູ່ອູແກຼນຮຸນແຮງ ຂຶ້ນຕື່ມ. ຈີນສະໜັບສະໜູນແລະສົ່ງເສີມຄວາມພະຍາຍາມທາງການທູດທຸກ ຢ່າງທີ່ມີຜົນດີຕໍ່ການແກ້ໄຂວິກິດການອູແກຼນດ້ວຍສັນຕິວິທີ, ຈີນຍິນດີຢາກເຫັນຣັດເຊຍ ແລະອູແກຼນຈັດການເຈລະຈາໂດຍກົງໃຫ້ໄວເທົ່າທີ່ຈະໄວໄດ້. ຂະນະດຽວກັນ, ຈີນຍັງສະໜັບສະໜູນສະຫະພາບເອີຣົບແລະຣັດເຊຍຈັດການສົນທະນາຢ່າງສະເໝີພາບກ່ຽວກັບບັນຫາຄວາມໝັ້ນຄົງຂອງເອີຣົບ, ປະຕິບັດຕາມແນວຄວາມຄິດຄວາມໝັ້ນຄົງຮ່ວມກັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ເພື່ອກຳນົດກົນໄກ ຄວາມໝັ້ນຄົງຂອງເອີຣົບທີ່ດຸນດ່ຽງ,ມີປະສິດທິຜົນແລະຍືນຍົງ.
 

   ທ່ານຈ່າງຈຸ່ນກ່າວເນັ້ນໜັກວ່າ: ສະພາຄວາມໝັ້ນຄົງອົງການສະຫະປະຊາ ຊາດຄວນຖືເອົາສັນຕິພາບແລະສະຖຽນລະພາບຂອງພາກພື້ນເປັນສິ່ງສຳຄັນ, ຖື ເອົາຄວາມໝັ້ນຄົງຂອງບັນດາຝ່າຍໂດຍທົ່ວເຖິງເປັນສິ່ງສຳຄັນ, ເສີມຂະຫຍາຍບົດບາດສ້າງສັນເພື່ອແກ້ໄຂບັນຫາອູແກຼນ. ການເຄື່ອນໄຫວ ຂອງອົງການສະຫະປະຊາຊາດຄວນມີຜົນດີທີ່ຊ່ວຍໃຫ້ສະຖານະການຄວາມເຄັ່ງຕຶງຜ່ອນຄາຍລົງ, ທັງມີຜົນດີຕໍ່ການຊຸກຍູ້ການແກ້ໄຂບັນຫາດ້ວຍ ວິທີທາງການທູດ, ເພື່ອຫຼີກລ່ຽງບໍ່ໃຫ້ຄວາມຂັດແຍ້ງຮຸນແຮງຂຶ້ນ.

ຄຳ​ເຫັນ

0