何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ກ່າ​ວ​ວ່າ ບໍ່​ວ່າ​ຝ່າຍ​ໃດ​ກໍບໍ່​ຄວນ​ສະ​ແຫວງ​ຫາ​ຄວາມ​ເປັນ​ເຈົ້າ​ອຳ​ນາດ​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ

2022-02-28 14:28:17 CRI

 

ວັນ​ທີ 28 ກຸມ​ພາ​ນີ້, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສໃນ​ພິ​ທີ​ລະ​ນຶກ​ການອອກ “ຖະ​ແຫຼງ​ການ​ຊຽງ​ໄຮ” ຄົບ​ຮອບ 50 ປີ​ຜ່ານ​ທາງວີ​ດີ​ໂອ.

ທ່ານ​ຫວາງ​ຢີ້​ກ່າ​ວ​ວ່າ, ບໍ່​ວ່າ​ຝ່າຍ​ໃດ​ກໍບໍ່​ຄວນ​ສະ​ແຫວງ​ຫາ​ຄວາມ​ເປັນ​ເຈົ້າ​ອຳ​ນາດ​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ_fororder_W020220228363503794212

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ຈີນ ແລະ ອາ​ເມ​ຣິ​ກາ​ໄດ້​ຮ່ວມ​ກັນອອກ “ຖະ​ແຫຼງ​ການ​ຊຽງ​ໄຮ” ​ໂດຍ​ມີ​ເນື້ອວ​ໃນວ່າ, ບໍ່​ວ່າ​ຝ່າຍ​ໃດ​ກໍ​ບໍ່​ຄວນ​ສະ​ແຫວງ​ຫາ​ຄວາມ​ເປັນ​ເຈົ້າ​ອຳ​ນາດ​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ເຊິ່ງ​ເນື້ອ​ໃນນີ້​ຍັງ​ຄົງ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປັດ​ຈຸ​ບັນ​ນີ້. ໃນ​ອະ​ດີດ ປັດ​ຈຸ​ບັນ ແລະ ອະ​ນາ​ຄົດ, ຈີນ​ຈະ​ບໍ່​ສະ​ແຫວງ​ຫາ​ຄວາມ​ເປັນ​ເຈົ້າ​ອຳ​ນາດ​ແຕ່​ຢ່າງ​ໃດ, ອາ​ເມ​ຣິ​ກາ​ກໍ​ຄວນ​ເຮັດ​ແບບ​ນີ້​ເຊັ່ນ​ກັນ. ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ແມ່ນ​ພາກ​ພື້ນ​ທີ່​ຈີນ ແລະ ອາ​ເມ​ຣິ​ກາ​ມີ​ຜົນ​ປະ​ໂຫ​ຍດ​​ຮ່ວມ​ກັນ​ທີ່ເຊື່ອມ​ໂຍງ​ກັນ​ຫຼາຍ​ທີ່​ສຸດ, ​ທັງແມ່ນ​ພາກ​ພື້ນ​ທີ່​ສອງ​ປະ​ເທດ​ມີ​ການ​​ພົວ​ພັນ​ກັນຫຼາຍ​ທີ່​ສຸດ, ສະ​ນັ້ນຄວນ​ສ້າງ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ການ​ຮ່ວມ​ມື​ແບບ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ, ແຕ່​ບໍ່​ຄວນ​​ກາຍເປັນ​ສວນດອກ​ໄມ້​ສ່ວນ​ຕົວ​ທີ່​ຝ່າຍ​ໃດ​ໜຶ່ງ​ສາ​ມາດສະ​ແຫວງ​ຫາ​ຂອບ​ເຂດ​ອິດ​ທິ​​ພົນ​ຂອງ​ຕົນ, ຍິ່ງ​ບໍ່​ຄວ​ນ​ເປັນ​ສະ​ໜາມ​ຮົບ​ທີ່​ສອງ​ປະ​ເທດ​ເປັນ​ປໍ​ລະ​ປັກ ແລະ ປະ​ທະ​ກັນ. ອາ​ເມ​ຣິ​ກາ​ຄວນ​ຢຸດ​ຕິ​ການ​ສ້າງ​ກຸ່ມ​ກ້ອນ​ຄັບ​ແຄບ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ ແລະ ​ປັດ​ເຂ່​ຍ​ຜູ້​ອື່ນ​ຢູ່​ໃນ​ພາກ​ພື້ນ​ແຫ່ງ​ນີ້, ​ຄວນ​ຮ່ວມ​​ກັນກັບ​ປະ​ເທດ​ຈີນ ກໍ​ຄື​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ແຫ່ງ​ນີ້, ຮ່ວມ​ກັນ​ສ້າງວົງ​ຄະ​ນາ​ຍາດ​ໃຫຍ່​ແຫ່ງ​ອາ​ຊີ​ປາ​ຊີ​ຟິກ​ທີ່​ເປີດກວ້າງ ກວມ​ລວມ, ເຕີບ​ໂຕ​ດ້ວຍ​ການປະ​ດິດ​ສ້າງ​ໃໝ່, ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ, ແລະ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

 

ຄຳ​ເຫັນ

0