陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຊີຣີກ່າວວ່າ:ປະເທດຕາເວັນຕົກເຊັ່ນອາເມຣິກາເປັນຕົ້ນ ມີເຈດຕະນາບິດເບືອນຄວາມເປັນຈິງເພື່ອສ້າງສະຖານະການຄວາມເຄັ່ງຕຶງ

2022-02-28 17:13:34 cri

 

  ວັນທີ 27 ກຸມພານີ້ຕາມເວລາຢູ່ຊີຣີ,ກະຊວງການຕ່າງປະເທດຊີຣີກ່າວວ່າ:ຊີຣີ ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ການເຄື່ອນໄຫວຂອງອາເມຣິກາພ້ອມດ້ວຍພັນທະມິດຕາເວັນຕົກຂອງເຂົາທີ່ແນໃສ່ຣັດເຊຍເຊິ່ງການເຄື່ອນໄຫວເຫຼົ່ານີ້ມີຈຸດປະສົງ ເພື່ອບິດເບືອນຄວາມເປັນຈິງ,ສ້າງສະຖານະການຄວາມເຄັ່ງຕຶງແລະເຮັດໃຫ້ວິກິດການຂອງພາກພື້ນແກ່ຍາວອອກໄປ,ເພື່ອຮັກສາສິດເຈົ້າອຳນາດຂອງໂຕເອງ.

 

  ກະຊວງການຕ່າງປະເທດຊີຣີກ່າວວ່າ:ຝ່າຍຊີຣີເຫັນວ່າ:ປະເທດຕາເວັນຕົກ ເຊັ່ນ:ອາເມຣີກາເປັນຕົ້ນທີ່ເຈດຕະນາຂົ່ມຂູ່ຄວາມໝັ້ນຄົງແຫ່ງຊາດພ້ອມທັງ ມີເຈດຕະນາທຳລາຍສະຖຽນລະພາບຂອງຣັດເຊຍ,ຣັດເຊຍມີສິດຢ່າງເຕັມສ່ວນ ໃນການປົກປ້ອງສິດຂອງໂຕເອງພ້ອມທັງເຮັດໃຫ້ໄພອັນຕະລາຍທີ່ຮ້າຍແຮງ ຫ່າງໄກຈາກປະຊາຊົນຣັດເຊຍ.

 

  ກະຊວງການຕ່າງປະເທດຊີຣີຍັງກ່າວວ່າ:ປະເທດຕາເວັນຕົກທີ່ມີອາເມຣິກາ ເປັນຫົວໂປ່ໄດ້ກໍ່ສົງຄາມຢູ່ອັຟການີສະຖານ ສົງຄາມອີຣັກແລະອື່ນໆ,ໄດ້ລະເມີດ ກົດໝາຍສາກົນອີກແລ້ວອີກຕື່ມ,ໄດ້ສັງຫານປະຊາຊົນຜູ້ບໍລິສຸດຫຼາຍລ້ານຄົນ,ສະນັ້ນຈິ່ງບໍ່ມີສິດປຶກສາຫາລືບັນຫາການລະເມີດກົດໝາຍສາກົນແລະກົດບັດສະຫະປະຊາຊາດ.ກະຊວງການຕ່າງປະເທດຊີຣີກ່າວວ່າ:ນະໂຍບາຍຂອງປະເທດຕາເວັນຕົກທີ່ມີອາເມຣິກາເປັນຫົວໂປ່ໄດ້ກາຍເປັນໄພຂົ່ມຂູ່ອັນໜັກໜ່ວງຕໍ່ສັນຕິພາບ ແລະຄວາມໝັ້ນຄົງຂອງສາກົນ.

ຄຳ​ເຫັນ

0