陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດນຳໃຊ້"ເວທີບໍລິການພະຫຸສື່"ເພື່ອຊ່ວຍຊຸກຍູ້ການຮ່ວມມືດ້ານສື່ມວນ ຊົນທົ່ວໂລກ

2022-02-28 16:44:57 cri

ເປີດນຳໃຊ້"ເວທີບໍລິການພະຫຸສື່"ເພື່ອຊ່ວຍຊຸກຍູ້ການຮ່ວມມືດ້ານສື່ມວນ ຊົນທົ່ວໂລກ_fororder_1

  ວັນທີ 28 ກຸມພານີ້,"ເວທີບໍລິການພະຫຸສື່"ທີ່ຮ່ວມກັນສ້າງໂດຍ ສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ແລະສື່ມວນຊົນຄູ່ຮ່ວມມືທົ່ວ ໂລກໄດ້ເປີດນຳໃຊ້ຢ່າງເປັນທາງການ.ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ທັງເປັນຫົວໜ້າ ບັນນາທິການ CMG ໄດ້ເຂົ້າຮ່ວມພິທີພ້ອມທັງປະກາດວ່າ "ເວທີບໍລິການ ພະຫຸສື່"ໄດ້ເປີດນຳໃຊ້ຢ່າງເປັນທາງ ການແລ້ວ.ຜູ້ຮັບຜິດຊອບສື່ມວນຊົນແລະ ອົງການເກືອບ 30 ແຫ່ງຈາກສະຫະພັນແລກປ່ຽນຂ່າວເອີຣົບ ຝຣັ່ງ ຣັດເຊຍ ແມັກຊິກ ອານເຊຣີແລະອື່ນໆໄດ້ເຂົ້າຮ່ວມພິທີພ້ອມທັງໄດ້ກ່າວຄຳຊົມເຊີຍ.

 ທ່ານເຊີ້ນໄຫສົງໄດ້ກ່າວຄຳປາໄສໂດຍຫວັງຜ່ານການສ້າງເວທີດັ່ງກ່າວເພື່ອ ເປີດກວ້າງຊ່ອງທາງໃໝ່ແຫ່ງການຮ່ວມມືລະຫວ່າງສື່ມວນຊົນທົ່ວໂລກ,ຍຶດໝັ້ນ ການປົກປັກຮັກສາຄວາມເປັນຈິງຕື່ມອີກແລະເຄົາລົບຄວາມເປັນຈິງໃນການນຳສະເໜີຂ່າວ,ຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍແລະບັນລຸເປົ້າໝາຍການພັດທະນາທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ສຸມໃສ່ສົງເສີມຄ່ານິຍົມຮ່ວມຂອງມວນມະ ນຸດ,ເປັນທວນໄຟເຍືອງທາງແລະສ່ອງແສງສະຫວ່າງໃຫ້ສັງຄົມມະນຸດມີຄວາມ ກ້າວໜ້າແລະພ້ອມກັນກ່າວໄປສູ່ອະນາຄົດ!

   "ເວທີບໍລິການພະຫຸສື່"ແມ່ນ CGTNແລະສຳນັກຂ່າວສານວີດີໂອ CCTV ທີ່ຂຶ້ນກັບCMGໄດ້ຮ່ວມກັນລິເລີ່ມສ້າງຂຶ້ນ,ໂດຍມີຈຸດປະສົງເພື່ອ ເສີມຂະຫຍາຍທ່າແຮງດ້ານພະຫຸສື່ຂອງ CMG ຕື່ມອີກບົນພື້ນຖານການໃຫ້ ບໍລິການດ້ານເນື້ອໃນຂ່າວວີດີໂອທີ່ມີຢູ່ໃນປັດຈຸບັນ, ສຸມໃສ່ສ້າງເວທີບໍລິການ ພະຫຸສື່ດ້ວຍການແລກປ່ຽນເນື້ອໃນ ການວາງສະແດງເນື້ອໃນ ການແລກປ່ຽນດ້ານວິຊາການການສ້າງຜະລິດຕະພັນສື່ຕາມຄວາມຕ້ອງການຂອງສື່ຄູ່ຮ່ວມມືທົ່ວໂລກພ້ອມກັບບົດບາດຂອງຜູ້ລາຍງານຂ່າວຢູ່ຕ່າງປະເທດ.ເວທີດັ່ງກ່າວໄດ້ເຕົ້າໂຮມສື່ສາກົນເກືອບ 500 ແຫ່ງ,ໂດຍໄດ້ສ້າງຊ່ອງທາງບໍລິການ ຕາມຄວາມຕ້ອງການໂດຍຫວັງຢາກເພີ່ມທະວີການຮ່ວມມືລະຫວ່າງສື່ມວນຊົນປະເທດຕ່າງໆຕື່ມອີກ,ເພື່ອເປັນຂົວຕໍ່ແຫ່ງ ການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ,ແລະເປັນສາຍສະພານ ເຊື່ອມສານຈິດໃຈຂອງປະຊາຊົນ,ເຕົ້າໂຮມກຳລັງອັນເຂັ້ມແຂງເພື່ອສ້າງໂລກທີ່ສວຍງາມກວ່າເກົ່າ.

ເປີດນຳໃຊ້"ເວທີບໍລິການພະຫຸສື່"ເພື່ອຊ່ວຍຊຸກຍູ້ການຮ່ວມມືດ້ານສື່ມວນ ຊົນທົ່ວໂລກ_fororder_2

 

ຄຳ​ເຫັນ

0