陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນເຜີຍແຜ່ບົດລາຍງານກ່ຽວກັບອາເມຣິກາລະເມີດສິດທິມະນຸດປະຈຳປີ 2021

2022-02-28 18:02:29 cri

 

  ວັນທີ 28 ກຸມພານີ້,ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ ເຜີຍແຜ່ບົດລາຍງານກ່ຽວກັບອາເມຣິກາລະເມີດສິດທິມະນຸດປະຈຳປີ 2021 ໂດຍໄດ້ເຜີຍແບສະພາບການລະເມີດສິດທິມະນຸດຂອງອາເມຣິກາ.

 

   ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ,ປີ 2021, ສະພາບເສື່ອມໂຊມດ້ານສິດທິ ມະນຸດຂອງອາເມຣິກາໄດ້ຮ້າຍແຮງຂຶ້ນຕື່ມ.ການຫຼິ້ນເລ່ລ່ຽມທາງການເມືອງໄດ້ພາໃຫ້ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19ເພີ່ມຂຶ້ນຢ່າງວ່ອງໄວ,ຜູ້ຕິດ ເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາມີເຖິງ 34. 510.000 ຄົນ,ມີຜູ້ເສຍຊີວິດ ເຖິງ 480.000 ຄົນ,ສອງຕົວເລກນີ້ລ້ວນແຕ່ເປັນທີໜຶ່ງຂອງໂລກ.ເຫດ ການຍິງກັນໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່ຂອງຈຳນວນຜູ້ເສຍຊີວິດ,ຕະຫຼອດປີໄດ້ເກີດມີ ເຫດການຍິງກັນຢ່າງຂະໜາດໃຫຍ່ລວມ 693 ລາຍ,ເພີ່ມຂຶ້ນ10.1%ເມື່ອ ທຽບໃສປີ 2020,ປະຊາທິປະໄຕຈອມປອມໄດ້ຢຽບຫຍ່ຳສິດການເມືອງຂອງ ປະຊາຊົນ,ຢູ່ອາເມຣິກາມີ 49 ລັດໄດ້ຍື່ນຍັດຕິຫຼາຍກວ່າ 420 ລາຍການໃຫ້ ຈຳກັດການປ່ອນບັດຂອງປະຊາຊົນຜູ້ມີສິດເລືອກຕັ້ງ,ຄວາມໄວ້ວາງໃຈຂອງປະຊາຊົນທີ່ມີຕໍ່ລັດຖະບານໄດ້ຫຍັບເຂົ້າໃກ້ຈຸດຕ່ຳສຸດຂອງປະຫວັດສາດນັບແຕ່ປີ 1958 ເປັນຕົ້ນມາ. ການໂຈມຕີແບບດູໝິ່ນທີ່ແນໃສ່ເຊື້ອສາຍຊົນເຜ່ົາສ່ວນ ໜ້ອຍໂດຍສະເພາະແມ່ນເຊື້ອສາຍອາຊີນັບມື້ນັບຮຸນແຮງຂຶ້ນ.ໃນຂະນະດຽວກັນ,ການກະທຳແບບລັດທິຝ່າຍດຽວຂອງອາເມຣິກາໄດ້ເປັນໄພພິບັດດ້ານມະນຸດສະ ທຳອັນໃໝ່ໃຫ້ກັບໂລກ.

 

  ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ,ໃນກອງປະຊຸມສະພາສິດທິມະນຸດອົງການສະຫະ ປະຊາຊາດຄັ້ງທີ 48 ເມື່ອປີ 2021,ຫຼາຍປະເທດໄດ້ກ່າວປະນາມອາເມຣິກາ ວ່າເປັນ “ຜູ້ທຳລາຍພາລະກິດດ້ານສິດທິມະນຸດຂອງໂລກຫຼາຍທີ່ສຸດ”,ພ້ອມທັງໄດ້ທວງໃຫ້ອາເມຣິກາແກ້ໄຂບັນຫາສິດທິມະນຸດທີ່ໜັກໜ່ວງຂອງຕົນ.

ຄຳ​ເຫັນ

0