何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເຜີຍ​ແຜ່ “ບົດ​ລາຍ​ງານກ່ຽວ​ກັບ​ສ​ະ​ຖິ​ຕິດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດປີ 2021”

2022-02-28 17:08:17 CRI

ວັນ​ທີ 28 ກຸມ​ພາ​ນີ້, ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​​ກ່ຽວ​ກັບສ​ະ​ຖິ​ຕິດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດປີ 2021”, ເຊິ່ງ​ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2021, ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ໄດ້​ຟື້ນ​ຄືນ​ຢ່າງ​ຕໍ່​ເນື່ອງ, ການ​ພັດ​ທະ​ນາ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.

ປີ 2021, ຂະ​ໜາດ​ເສດ​ຖະ​ກິດ​ຂອງ​ຈີນ​ມີ​ເຖິງ 114400ຕື້ຢວນ, ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງຂອງ​ໂລກ, GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​​ໄດ້​ບັນ​ລຸ​ເຖິງ 80976 ຢວນ (12551 ໂດ​ລາ​ສະ​ຫະ​ລັດ), ເຊິ່ງ​ສູງກວ່າ​ລະ​ດັບ​GDPສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ໂລກ.

ປີ 2021, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ທີ 1 ຫຼື ອຸດ​ສາ​ຫະ​ກຳ​ກະ​ສິ​ກຳຂ​ອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 7,1% ເມື່ອ​ທຽບ​ໃສ່​ປີ 2020. ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ໄດ້​ພັດ​ທະ​ນາ​ໄປ​ໃນ​​ທິດທາງ​ທີ່​ດີ, ກວມ 27,4%​ຂອງGDP, ເພີ່ມ​ຂຶ້ນ 1.1%ເມື່ອ​ທຽບ​ໃ​ສ່​ປີ 2020. ປະ​ລິ​ມານ​ຜະ​ລິດ​ຕະ​ພັນ​ຂອງ​ອຸດ​ສາ​ຫະ​ກຳ​ສຳ​ຄັນ​ຢູ່​ໃນ​ອັນ​ດັບ​ໜຶ່ງຂອງ​ໂລກ. ຂະ​ແໜງ​ການ​ບໍ​ລິ​ການ​ໄດ້​ຟື້ນ​ຄືນ​ເທື່ອ​ລະ​ກ້າວ. ປີ 2021, ມູນ​ຄ່າ​ເພີ່ມ​​ຂອງ​ຂະ​ແໜງ​ການ​ການ​ບໍ​ລິ​ການ​ໄດ້​ເພີ່ມ​ຂຶ້ນ 8,2% ເມື່ອ​ທຽບ​ໃສ່​ປີ 2020.

ປີ 2021, ຍອດ​ມູນ​ຄ່າ​ເສດ​ຖະ​ກິດ​ຂອງ​ຈີນ​ມີ​ເຖິງ 17700ຕື້​ໂດ​ລາ​ສະ​ຫະ​ລັດ, ຄາດ​ວ່າ​ກວມຫຼາຍກວ່າ 18%​ຂອງ​ເສດ​ຖະ​ກິດ​ໂລກ, ອັດ​ຕາ​ປ​ະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ມີ​ປະ​ມານ 25%. ຍອດ​ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ, ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ລ້ວນ​ແຕ່​ຢູ່​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ການ​ຄ້າ​ການ​ບໍ​ລິ​ການ, ການ​ລົງ​ທຶ​ນ​ຢູ່​ຕ່າງ​ປະ​ເທດ ແລະ​ຂະ​ໜາດ​ຕະຫຼາດ​ກາ​ນ​ບໍ​ລິ​ໂພກ​ຢູ່​ລະ​ດັບ​ແຖວ​ໜ້າ​ຂອງ​ໂລກ​ຢ່າງ​ໝັ້ນ​ທ່ຽງ, ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ, ​ສາ​ມາດ​ເຮັດ​ໃຫ້ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ​ມີ​ຄວາມ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0