ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວຈາກເວັບໄຊວັງແກຼມແລ້ງລາຍງານວ່າ: ວັນທີ 27 ກຸມພານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ອອກຄຳສັ່ງໃຫ້ປັບກຳລັງຄວາມໜ້າເກງຂາມຂອງກອງທັບຣັດເຊຍໃຫ້ຢູ່ໃນສະພາບພ້ອມສູ້ຮົບພິເສດ.
ມື້ດຽວດັນ, ທ່ານປູຕິນໄດ້ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດ ແລະເສນາທິການສູງສຸດກອງທັບຣັດເຊຍ ໂດຍກ່າວວ່າ: “ຍ້ອນວ່າເຈົ້າໜ້າທີ່ຂັ້ນສູງຂອງປະເທດຕົ້ນຕໍຂອງອົງການນາໂຕໄດ້ກ່າວຖ້ອຍຄຳທີ່ມີລັກສະນະຮຸກຮານຣັດເຊຍ, ຂ້າພະເຈົ້າຈຶ່ງອອກຄຳສັ່ງໃຫ້ລັດຖະມົນຕີກະຊວງການປ້ອງກັນປະເທດ ແລະ ເສນາທິການສູງສຸດກອງທັບປັບກຳລັງຄວາມໜ້າເກງຂາມຂອງກອງທັບຣັດເຊຍໃຫ້ຢູ່ໃນສະພາບພ້ອມສູ້ຮົບພິເສດ.” ຂ່າວສານຕາສ ລາຍງານວ່າ: ກຳລັງຄວາມໜ້າເກງຂາມທາງຍຸດທະສາດຂອງຣັດເຊຍມີເປົ້າໝາຍເພື່ອສະກັດກັ້ນວົງການພາຍນອກທີ່ເຂົ້າມາຮຸກຮານຣັດເຊຍແລະປະເທດພັນທະມິດ ແລະຈະນຳໃຊ້ອາວຸດປະເພດຕ່າງໆ ເຊິ່ງລວມທັງອາວຸດນິວເຄຼຍໃນສົງຄາມເພື່ອເອົາຊະນະຜູ້ເຂົ້າມາຮຸກຮານ.
ຄຳເຫັນ
0