陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິທີເກັບໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ຈັດຂຶ້ນຢູ່ອັງກິດ

2022-03-01 12:49:08 cri

ພິທີເກັບໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ຈັດຂຶ້ນຢູ່ອັງກິດ_fororder_微信图片_1

 ຕອນບ່າຍວັນທີ 28 ກຸມພາແລ້ວນີ້,ພິທີເກັບໄຟງານກິລາໂອລິມປິກ ຄົນພິການລະດູໜາວປັກກິ່ງ 2022 ໄດ້ຈັດຂຶ້ນຢູ່ສະໜາມກິລາສະໂຕກ ແມນເດີວີວປະເທດອັງກິດ.

 

 ທ່ານເຈິ້ງເຈີກວ່າງ ເອກອັກຄະລັດຖະທູດຈີນປະຈຳອັງກິດກ່າວວ່າ:ໄຟ ງານກິລາໂອລິມປິກຄົນພິການລະດູໜາວເປັນສັນຍາລັກອັນສູງສົ່ງຂອງຈິດໃຈໂອລິມປິກຄົນພິການ.ອີກ 3 ມື້,ໄຟດັ່ງກ່າວຈະຖືກໄຕ້ຂຶ້ນຢູ່ສະໜາມກິລາແຫ່ງຊາດ ຈີນເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ:ງານກິລາໂອລິມປິກຄົນພິການລະດູ ໜາວປັກກິ່ງ 2022 ຈະເປີດສາກຂຶ້ນຢ່າງເປັນທາງການ. ລັດຖະບານຈີນໄດ້ ຍຶດໝັ້ນການຖືເອົາສຸຂະພາບແລະຄວາມປອດໄພຂອງຝ່າຍຕ່າງໆທີ່ເຂົ້າຮ່ວມການແຂ່ງຂັນເປັນສິ່ງສຳຄັນອັນດັບໜຶ່ງມາໂດຍຕະຫຼອດ,ແລະຈະສ້າງສະພາບແວດ ລ້ອມການແຂ່ງຂັນທີ່ດີງາມໃຫ້ແກ່ນັກກິລາປະເທດຕ່າງໆຢ່າງສຸດໃຈ,ຈະຈັດງານ ມະຫາກຳກິລາໂອລິມປິກຄົນພິການທີ່ງ່າຍດາຍ ປອດໄພແລະໜ້າເບິ່ງໜ້າຊົມ ໃຫ້ກັບໂລກ.

 

  ການສ່ົງຕໍ່ທວນໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຈະຈັດ ຂຶ້ນຢູ່ 3 ເຂດການແຂ່ງຂັນຄື:ປັກກິ່ງ ຢຽນຊິ້ງແລະຈ່າງເຈ່ຍໂຂແຕ່ວັນທີ 2 ຫາວັນທີ 4 ມີນາປີ 2022.ໃນນັກແລ່ນຕໍ່ທວນໄຟນັ້ນບໍ່ພຽງແຕ່ມີ ນັກກິລາຄົນພິການທີ່ດີເດັ່ນ ຄູຝຶກພ້ອມດ້ວຍຜູ້ຕາງໜ້າຄົນພິການທີ່ີດີເດັ່ນຈາກ ຂະແໜງການຕ່າງໆເທົ່ານັ້ນ,ຍັງມີບຸກຄົນວົງການຕ່າງໆຈຳນວນຫຼາຍທີ່ມີຄວາມ ກະຕືລືລົ້ນຊ່ວຍເຫຼືອວຽກງານຄົນພິການ,ສົ່ງເສີມຈິດໃຈກິລາໂອລິມປິກຄົນພິການ ແລະປະກອບສ່ວນກຳລັງວັງຊາເຂົ້າໃນການບັນລຸເປົ້າໝາຍຕາມວິໄສທັດການຈັດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ.  

ພິທີເກັບໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ຈັດຂຶ້ນຢູ່ອັງກິດ_fororder_微信图片_2

 

ຄຳ​ເຫັນ

0