刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ບໍ​ລິ​ໂພກ​ໄດ້​ກາຍເປັນ​ແຮງ​ຂັບ​ເຄື່ອນ​​ສຳ​ຄັນ​ທີ່​ສຸດ​ຕໍ່ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ຄືນ​ໃໝ່

2022-03-01 15:03:29 cri

ການ​ບໍ​ລິ​ໂພກ​ໄດ້​ກາຍເປັນ​ແຮງ​ຂັບ​ເຄື່ອນ​​ສຳ​ຄັນ​ທີ່​ສຸດ​ຕໍ່ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ຄືນ​ໃໝ່_fororder_00

ວັນ​ທີ 1 ມີ​ນາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໂດຍ​ໄດ້​ແຈ້ງ​ສະ​ພາບ​ການ​ກ່ຽວ​ກັບ​ການ​ຍຶດ​ໝັ້ນ​ຄວາມ​ໝັ້ນ​ທ່ຽງເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ ເພື່ອ​ຊຸກ​ຍູ້​​ການ​ຄ້າ​ໃຫ້​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ. ປີ 2021, ຕະຫຼາດ​ການ​ບໍ​ລິ​ໂພກ​ຂອງຈີນ​ໄດ້​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19, ມີ​ສະ​ພາບ​ການ​ຟື້ນ​​ຄືນ​ໃໝ່​ເປັນ​ກ້າວ​ໆ, ຍອດມູນ​ຄ່າ​ຂາຍ​ຍ່ອຍ​ສິນ​ຄ້າ​ບໍ​ລິ​ໂພກ​ໃນ​ສັງ​ຄົມ​ໄດ້​ເພີ່ມ​ຂຶ້ນ 12,5%, ມູນ​ຄ່າ​ຂາຍ​ຍ່ອຍ​​ສິນ​ຄ້າ​​ທີ່​ຈັບ​ຕ້ອງ​ໄດ້​ຜ່ານ​ທາງ​ອິນ​ເຕີ​ເນັດ​ໄດ້​ກວມ​ເອົາ 24,5%, ການ​ບໍ​ລິ​ໂພກ​ແບບ​ອັດ​ສະ​ລິ​ຍະ, ການ​ບໍ​ລິ​ໂພກ​ສີ​ຂຽວ ແລະ​ການ​ບໍ​ລິ​ໂພກ​ດ້ານ​ສຸ​ຂະ​ພາບ​ແລະ​ອື່ນໆ ໄດ້​ເຕີບ​ໂຕ​ໄວ​ສົມ​ຄວນ, ການ​ບໍ​ລິ​ໂພກ​ໄດ້​ກາຍເປັນ​ແຮງ​ຂັບ​ເຄື່ອນ​ສຳ​ຄັນ​ທີ່​ສຸດຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ຄືນໃໝ່.

ທ່ານ​ວາງ​ເວີນ​ທ່າວ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ຈີນ​ຈະ​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມ​ຍຸດ​ທະ​ສາດການ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ, ປະ​ສານ​ສົມ​ທົບ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ແລະ ວຽກ​ງານ​ການ​ຊຸກ​ຍູ້​ການ​ບໍ​ລິ​ໂພກ, ໃຊ້​ທຸກວິ​ທີ​ເພື່ອ​ຊຸກ​ຍູ້​​ການ​ບໍ​ລິ​ໂພກໃຫ້​ສາ​ມາດ​ຟື້ນຄືນ​ໃໝ່​ແລະ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ເພີ່ມ​ທະ​ວີ​ບົດ​ບາດ​ພື້ນ​ຖານ​ຂອງ​ການ​ບໍ​ລິ​ໂພກ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ. ສະຫຼຸບ​ແລ້ວ, ຕົ້ນ​ຕໍ​ຈະ​ເຮັດ​ວຽກ​ສາມ​ດ້ານໃຫ້​ດີ ຄື: ໜຶ່ງ, ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ດີ, ເພີ່ມ​ທະ​ວີ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນຕະຫຼາດ​ບໍ​ລິ​ໂພກ. ສອງ, ປະ​ດິດ​ສ້າງ​ແນວ​ຄິດ​ແລະ​ຮູບ​ແບບ, ຈັດ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ບໍ​ລິ​ໂພກ​ໃຫ້​ມີ​ປະ​ສິດ​ທິ​ຜົນ. ສາມ, ​ໃຫ້ບໍ​ລິ​ການ​​ດ້ານ​ການ​ດຳ​ລົງຊີ​ວິດ​ທີ່​ດີ​ງາມ, ສ້າງ​ເວ​ທີ​​ສຳ​ລັບ​ການ​ປັບ​ປຸງ​ການ​ບໍ​ລິ​ໂພກ​ໃຫ້​ມີ​ລະ​ດັບ​ສູງ​ຂຶ້ນ.

ຄຳ​ເຫັນ

0