刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ ສ​ປ​ຊ ກ່າວ​ວ່າ: ຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ຈຳ​ກັດ​ອຸນ​ຫະ​ພູມ​ອຸ່ນ​ຂຶ້ນ​ໃນ​ທົ່ວ​ໂລກ

2022-03-01 14:54:24 cri

ອົງ​ການ​ ສ​ປ​ຊ ກ່າວ​ວ່າ: ຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ຈຳ​ກັດ​ອຸນ​ຫະ​ພູມ​ອຸ່ນ​ຂຶ້ນ​ໃນ​ທົ່ວ​ໂລກ_fororder_微信图片_20220301145047

ໂດຍ​ຜ່ານກອງ​ປະ​ຊຸມ​ອອນ​ລາຍ​ທີ່​ດຳ​ເນີ​ນ​ໄປ​ເປັນ​ເວ​ລາ​ສອງ​ອາ​ທິດ, ວັນ​ທີ 27 ກຸມ​ພາ​ປີ 2022 ນີ້, ຄະ​ນະ​ກຳ​​ມາ​ທິການ​​ລະ​ຫວ່າງ​ປະ​ເທດກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ ສ​ປ​ຊ ໄດ້ເຫັນ​ດີ​ກັບເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ຜູ້​ອອກ​ນະ​ໂຍ​ບາຍ​ໃນບົດ​ລາຍ​ງານ​​ຂອງໜ່ວຍງ​ານ​ທີ​ສອງ​ຂອງ​ຄະ​ນະ​ກຳ​ມ​າ​ທິ​ການ​​ດັ່ງ​ກ່າວທີ່​ມີ​ຫົວ​ຂໍ້ວ່າ: “ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ 2022: ຜົນ​ກະ​ທົບ, ການ​ສອດ​ຄ່ອງ​ແລະ​ຄວາມ​ບອບ​ບາງ”. ບົດ​ລາຍ​ງານ​ສະ​ບັບ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 20 ປີ​ຕໍ່​ໜ້າ, ທົ່ວ​ໂລກ​ຈະ​ປະ​ເ​ຊີນ​ກັບໄພ​ອັນ​ຕະ​ລາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຫຼາຍ​ຢ່າງທີ່ບໍ່​ສາ​ມາດຫຼີກ​ລ່ຽງ​ໄດ້.

ວັນ​ທີ 28 ກຸມ​ພາ​ແລ້ວ​ນີ້, ທ່ານ​ກູ​ເຕີ​ເຣັສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປ​ຊ ໄດ້​ກ່າວ​ວ່າ: ມົນ​ລະ​ພິດ​​ຈາກກາກບອນ​ທີ່ບໍ່​ມີ​ການ​ຄວບ​ຄຸມ​ນັ້ນ​ພວມ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ທົ່ວ​ໂລກ, ​ສະ​ນັ້ນ, ຕ້ອງ​ບັນ​ລຸ​ເປົ້າ​ໝາຍການ​ຄວບ​ຄຸມ​ອຸນ​ຫະ​ພູມ​​ອຸ່ນ​ຂຶ້ນ​ໃນ​ທົ່ວ​ໂລກ​ໃຫ້ຢູ່​ໃນ​ລະ​ດັບ 1,5 ອົງ​ສາ. ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ, ທະ​ນາ​ຄານ​ການ​ພັດ​ທະ​ນາຫຼາຍ​ຝ່າຍ​ ແລະ​ອົງ​ການ​ອື່ນໆ​ຮ່ວມ​ມື​ກັນ ເພື່ອຊ່ວຍ​ເຫຼືອ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ທີ່​ຈະ​ເລີນ​ໃໝ່​ໃຫ້​ສາ​ມາດ​ຢຸດ​ຕິ​ການ​ນຳ​ໃຊ້​ຖ່ານ​ຫີນ. ທ່ານ​ຍັງ​ກ່າວ​ເນັ້ນ​ໜັກ​ວ່າ: ຄຽງ​ຄູ່​ກັບ​ ​ຜົນ​ກະ​ທົບ​ຈາກ​ດິນ​ຟ້າ​ອາ​ກາດ​ທີ່​ຊຸດ​ໂຊມ​ລົງ​, ການ​ເປີດກວ້າງ​ການ​ລົງ​ທຶນ​ມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ການຢູ່​ລອດ.

ຄຳ​ເຫັນ

0