陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີມືການແສ່ວດອກໄມ້ ທ່ານສີຈິ້ນຜິງມັກເວົ້າຕິດປາກ

2022-03-02 16:51:04 cri

 

  ຕອນເຊົ້າວັນທີ 1 ມີນານີ້,ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີເປີດຊຸດອົບຮົມພະນັກ ງານໄວໜຸ່ມແລະໄວກາງຄົນຂອງໂຮງຮຽນທິດສະດີພັກຂັ້ນສູນກາງພ້ອມທັງໄດ້ກ່າວຄຳປາໄສສຳຄັນ.ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ:(ພະນັກງານທັງຫຼາຍ)ຕ້ອງເພີ່ມທະວີແນວຄວາມຄິດທີ່ຖືກຕ້ອງແມ່ນຢຳ,ໃນເວລາວາງແຜນຕ້ອງຮູ້ຈັກຄວບຄຸມສະພາບຮອບດ້ານ,ໃນເວລາຈັດຕັ້ງປະຕິບັດຕ້ອງເຮັດຢ່າງລະອຽດຖືກຕ້ອງ,ຕ້ອງເຮັດວຽກໃຫ້ໜັກແໜ້ນແລະຮອບຄອບ ປຽບເໝືອນສີມືການແສ່ວດອກໄມ້.

 

  ສີມືການແສ່ວດອກໄມ້,ທ່ານສີຈິ້ນຜິງມັກເວົ້າຕິດປາກ.

 

  ຕໍ່ກັບການຄຸ້ມຄອງຕົວເມືອງ,ທ່ານເວົ້າວ່າ: "ການຄຸ້ມຄອງຕົວເມືອງຄວນ ເຮັດຢ່າງລະອຽດປານີດຄືກັນກັບການແສ່ວດອກໄມ້."ເມື່ອວັນທີ 5 ມີນາປີ 2017, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນໃນເວລາເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນນະຄອນຊຽງໄຮທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດວ່າ: “ຕ້ອງ ບຸກເບີກເສັ້ນທາງໃໝ່ແຫ່ງການຄຸ້ມຄອງສັງຄົມທີ່ສອດຄ່ອງກັບຈຸດພິເສດແລະກົດເກນຂອງຕົວເມືອງໃຫຍ່ໃຫ້ສຳເລັດຜົນ,ນີ້ແມ່ນບັນຫາໃຫຍ່ທີ່ຕິດພັນກັບການ ພັດທະນາຂອງນະຄອນຊຽງໄຮ”.ການປຽບທຽບດ້ວຍການ “ແສ່ວດອກໄມ້”, ສິ່ງທີ່ທ່ານສີຈິ້ນຜິງເນັ້ນໜັກນັ້ນແມ່ນການຄຸ້ມຄອງຕົວເມືອງຕ້ອງເຮັດຕາມ “ຫຼັກວິທະຍາສາດ ຄວາມລະອຽດອ່ອນແລະແບບອັດສະລິຍະ”,ແນໃສ່ບັນຫາແລະແກ້ໄຂເປັນແຕ່ລະບັນຫາ.

 

ຕໍ່ກັບບັ້ນລຶບລ້າງຄວາມທຸກຍາກ,ທ່ານເວົ້າວ່າ:"ທົ່ວຂະບວນ ການກໍ່ຕ້ອງຖືກຕ້ອງກັບເປົ້າໝາຍ,ບາງເທື່ອຕ້ອງໃຊ້ສີມື 'ການແສ່ວດອກ ໄມ້'".ວຽກງານລຶບລ້າງຄວາມທຸກຍາກປະເຊີນກັບສະພາບການທີ່ສັບສົນ,ແຮ່ງ ເຮັດແຮ່ງຍາກ, ຄວາມສຳຄັນຂອງການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບ ເປົ້າໝາຍກໍ່ແຮ່ງພົ້ນເດັ່ນຂຶ້ນ.ຕໍ່ໜ້າກັບຄວາມທຸກຍາກ,ຕ້ອງຊອກໃຫ້ເຫັນສາເຫດທີ່ພາໃຫ້ທຸກຍາກແລະຊ່ວຍເຫຼືອໃຫ້ຖືກບ່ອນ;ສຳລັບຜູ້ທີ່ໄດ້ຫຼຸດພົ້ນອອກຈາກ ຄວາມທຸກຍາກແລ້ວນັ້ນ,ຍິ່ງຕ້ອງການຈັດສັນດ້ານອຸດສາກຳຕາມເງື່ອນໄຂທີ່ມີ ແລະວາງນະໂຍບາຍຕາມຫຼັກວິທະຍາສາດ,ຈຶ່ງຈະສາມາດປ້ອງກັນບໍ່ໃຫ້ກັບມາ ທຸກຍາກຄືນໃໝ່.

 

ໃນເວລາກ່າວເຖິງການກໍ່ສ້າງ "ໜຶ່ງແລວໜຶ່ງເສັ້ນທາງ",ທ່ານ ສີຈິ້ນຜິງເຄີຍເວົ້າວ່າ: “ສິ່ງທີ່ 'ໜຶ່ງແລວໜຶ່ງເສັ້ນທາງ'ສະແຫວງຫານັ້ນແມ່ນ ຜົນປະໂຫຍດໃຫຍ່ທີ່ດອກໄມ້ນາໆຊະນິດແຂ່ງຂັນກັນເບັ່ງບານ,ແຕ່ບໍ່ແມ່ນຜົນປະ ໂຫຍດນ້ອຍທີ່ບານພຽງແຕ່ດອກໄມ້ດອກດຽວເທົ່ານັ້ນ.” ອັນທີ່ເອີ້ນວ່າ "ດອກໄມ້ນາໆຊະນິດແຂ່ງຂັນກັນເບັ່ງບານ"ນັ້ນ ກໍ່ແມ່ນການຮ່ວມມືແບບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ເວົ້າສຳລັບ"ດອກ ໄມ້"ທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດດອກນີ້,ວິທີປັກແສ່ວຂອງທ່ານສີຈິ້ນຜິງກໍ່ແມ່ນ ຍຶດໝັ້ນຄວາມຍຸຕິທຳແລະຄວາມທ່ຽງທຳແລະຮ່ວມກັນພັດທະນາ.ທ່ານໄດ້ເວົ້າ ຫຼາຍເທື່ອວ່າ:ຕໍ່ປະເທດໃຫຍ່ແມ່ນເຄົາລົບຜົນປະໂຫຍດທີ່ເປັນແກນກາງແລະ ຄວາມກັງວົນທີ່ສຳຄັນເຊິ່ງກັນແລະກັນ,ຕໍ່ປະເທດນ້ອຍແມ່ນບໍ່ເຮັດແບບເຈົ້າອຳ ນາດທີ່ເປັນໃຫຍ່ໄດ້ແຕ່ໂຕແຕ່ຜູ້ດຽວແລະບັງຄັບຊື້ບັງຄັບຂາຍ.

 

ຈາກຈຸດນີ້ສາມາດເຫັນໄດ້ວ່າ:ທ່ານສີຈິ້ນຜິງກ່າວເຖິງເລື່ອງການແສ່ວ ດອກໄມ້,ທີ່ຈິງແລ້ວແມ່ນເວົ້າເຖິງມາດຕະຖານເຮັດວຽກທີ່ປະຕິບັດນະໂຍບາຍ ຢ່າງຖືກຕ້ອງຕາມເປົ້າໝາຍແລະທ່າທີຕາມຫຼັກວິທະຍາສາດ,ນີ້ແມ່ນອັນໜຶ່ງ ອັນດຽວກັນກັບສິ່ງທີ່ທ່ານກ່າວເຕືອນຊ້ຳແລ້ວຊ້ຳອີກວ່າ: ບໍ່ໃຫ້“ໂຮຍຜົງໝາກ ພິກໄທທົ່ວໄປ”ແລະ “ໃຊ້ໝາກແຕກລະເບີດໂຕໝັດ”.  

ຄຳ​ເຫັນ

0