刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ການ​ທີ່​ອາ​ເມ​ຣິ​ກາ​ທີ່ຂັບ​ໄລ່ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຣັດ​ເຊຍ​ປະ​ຈຳ​ອົງ​ການ ສ​ປ​ຊ 12 ທ່ານ

2022-03-02 16:08:44 cri

ວັນ​ທີ 1 ມີ​ນາ​ນີ້, ທ່ານ​ນາງ​ມາ​ເຣຍ ຊາ​ຄາໂຣ​ວາ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​​ມີ​ຄວາມ​ເຫັນ​ກ່ຽວ​ກັບ​ອາ​ເມ​ຣິ​ກາ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ຄະ​ນະ​ຜູ້​ແທນຖາ​ວອນ​ຣັດ​ເຊຍ​ປະ​ຈຳ​ອົງ​ການ ສ​ປ​ຊ. ທ່ານ​​ນາງ​ຊາ​ຄາ​ໂຣ​ວາກ່າວ​ວ່າ: ການ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ຂອງ​ຄະ​ນະ​ຜູ້​ແທນ​ຖາ​ວອນ​ຣັດ​ເຊຍ​ປະ​ຈຳ​ອົງ​ການ ສ​ປ​ຊ  12 ທ່ານເປັນ​ການ​ກະ​ທຳ​ທີ່​ຊົ່ວ​ຮ້າຍ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ​ເຈດ​ຕະ​ນາ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ-ອາ​ເມ​ຣິ​ກາ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ອີກ, ໄດ້​ຝ່າ​ຝືນ​ພັນ​ທະ​ທີ່​ຄວນ​ແບກ​ຫາບ​ຂອງ​ອາ​ເມ​ຣິ​ກາ​ໃນ​ສັນ​ຍາ​ກ່ຽວ​ກັບ​ປະ​ເທດເຈົ້າ​ພາບ.

ທ່ານ​ນາງມາເຣຍ ຊາ​ຄາ​ໂຣ​ວາ​ກ່າວ​ວ່າ: ລັດ​ຖະ​ບານ​ອາ​ເມ​ຣິ​ກາບໍ່​ພຽງ​ແຕ່​ໄດ້​ສືບ​ຕໍ່​ທຳ​ລາຍ​ພື້ນ​ຖານ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ຢ່າງ​ເຖິງ​ຖອງ​ເທົ່າ​ນັ້ນ, ຍັງ​ໄດ້​ທຳ​ລາຍ​ບົດ​ບາດ​ແກນ​ກາງ​ຂອງ​ອົງ​ການ ສ​ປ​ຊ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ແຮງ​ກົດ​ດັນ​ໃຫ້​ແກ່​ຣັດ​ເຊຍ, ນາບ​ຂູ່​ຣັດ​ເຊຍ​ເພື່ອ​ຫວັງ​ຫາ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງ ເພື່ອ​ບັ່ນ​ທອນຫຼັກ​ໝັ້ນ​ຂອງ​ຣັດ​ເຊຍ, ​ຕັດໂອ​ກາດ​ການ​ເຮັດ​ວຽກ​ຢ່າງ​ເ​ຕັມ​ສ່ວນ​ຂອງ​ຣັດ​ເຊຍ​ໃນ​ເວ​ທີ​ອົງ​ການ ສ​ປ​ຊ.

ຣັດ​ເຊຍ​​ຂໍເຕືອນ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປ​ຊ ​ອີກ​ຄັ້ງ​ໜຶ່ງວ່າ: ຄວນ​ເລີ່ມ​ຂັ້ນ​ຕອນ​ໄກ່​ເກ່ຍ​ຢ່າງ​ເປັນ​ທາງ​ການ​ໃນ​ທັນ​ທີ ໂດຍ​ປິ່ນ​ອ້ອມ​ການ​ກະ​ທຳ​ຂອງ​ອົງ​ການ ສ​ປ​ຊ ແລະ​ອາ​ເມ​ຣິ​ກາ​ທີ່​ໄດ້​ລະ​ເມີດ “​ສັນ​ຍາ​ວຽນ ແລະ ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ສຳ​ນັກ​ງານ​ໃຫຍ່​ລະ​ຫວ່າງ ສ​ປ​ຊ-ອາ​ເມ​ຣິ​ກາ” ຢ່າງ​ໜັກ​ໜ່ວງ. ຣັດ​ເຊຍ​ສະ​ເໜີ​ໃຫ້​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ພິ​ຈາ​ລະ​ນາ​​ເຖິງຜົນ​ຮ້າຍ​​ຈະ​ຕາມ​ມາ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ແນວ​ທາງ​ໃນ​ລັກ​ສະ​ນະ​ທຳ​ລາຍ.

ຄຳ​ເຫັນ

0