陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເທດຈີນຈະສືບຕໍ່ເຂົ້າຮ່ວມວຽກງານສິດທິມະນຸດຂອງອົງການສະຫະປະຊາ ຊາດຢ່າງຕັ້ງໜ້າ

2022-03-02 14:44:10 cri

ປະເທດຈີນຈະສືບຕໍ່ເຂົ່າຮ່ວມວຽກງານສິດທິມະນຸດຂອງອົງການສະຫະປະຊາ ຊາດຢ່າງຕັ້ງໜ້າ_fororder_W020220301

  ວັນທີ 1 ມີນານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ ແນະນຳໃນກອງປະຊຸມຖະແຫຼງຂ່າວວ່າ:ວັນທີ 28 ກຸມພາແລ້ວນີ້,ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມ ກອງປະຊຸມລະດັບສູງຂອງສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ 49 ດ້ວຍຮູບແບບວີດີໂອຈາກປັກກິ່ງ,ພ້ອມທັງໄດ້ກ່າວຄຳປາໄສໃນຫົວຂໍ້ "ຍຶດ ໝັ້ນຄວາມຍຸຕິທຳແລະຄວາມເປັນທຳເພື່ອຊຸກຍູ້ວຽກງານສິດທິມະນຸດທົ່ວໂລກໃຫ້ມີການ ພັດທະນາຢ່າງປອດໃສ".

 

  ໃນກອງປະຊຸມ,ທ່ານຫວາງຢີ້ໄດ້ສະເໜີຈຸດຢືນ 4 ຂໍ້ຂອງຝ່າຍຈີນເພື່ອຊຸກຍູ້ ແລະປົກປ້ອງສິດທິມະນຸດນັ້ນກໍ່ຄື:ໜຶ່ງ,ຈີນຈະເປັນຜູ້ປົກປ້ອງສິດທິມະນຸດດ້ວຍ ການກະທຳຕົວຈິງ.ການພັດທະນາວຽກງານສິດທິມະນຸດຕ້ອງເລີ່ມຕົ້ນຈາກສະ ພາບແຫ່ງຊາດແລະຄວາມຕ້ອງການຂອງປະຊາຊົນພາຍໃນປະເທດຕົນ,ປະສານງານແລະເພີ່ມສິດດ້ານເສດຖະກິດ ການເມືອງ ສັງຄົມ ວັດທະນະທຳແລະສິ່ງ ແວດລ້ອມໃຫ້ກັລປະຊາຊົນທຸກຖວ້ນໜ້າ,ຊຸກຍູ້ແລະໃຫ້ບັນລຸເປົ້າໝາຍການພັດທະນາຢ່າງຮອບດ້ານຂອງຄົນ.ສອງ,ຈະ ເປັນຜູ້ປົກປ້ອງຜົນປະໂຫຍດຂອງປະຊາຊົນຢ່າງຊື່ສັດ.ການເຮັດໃຫ້ປະຊາຊົນ້ດຳລົງຊີວິດຢ່າງມີຄວາມສຸກແມ່ນສິດທິມະນຸດທີ່ໃຫຍ່ທີ່ສຸດ.ສາມ,ຈະເປັນຜູ້ປະກອບ ສ່ວນທີ່ຕັ້ງໜ້າໃນການຮ່ວມກັນພັດທະນາ.ຖ້າບໍ່ມີການພັດທະນາ,ສິດທິມະນຸດ ທຸກຢ່າງກໍ່ບໍ່ຕ້ອງເວົ້າເຖິງ,ແລະກໍ່ຍາກທີ່ຈະສືບຕໍ່ໄປໄດ້.ສີ່,ຈະເປັນຜູ້ປົກປ້ອງ ຄວາມຍຸຕິທຳແລະຄວາມເປັນທຳຢ່າງເດັດດ່ຽວໜຽວແໜ້ນ.ການຕີລາຄາປະ ເທດໃດໜຶ່ງວ່າມີສິດທິມະນຸດຫຼືບໍ່,ຈະບໍ່ສາມາດຊັ່ງຊາດ້ວຍມາດຕະຖານຂອງປະ ເທດອື່ນ,ຍິ່ງບໍ່ສາມາດໃຊ້ສອງມາດຕະຖານ,ຈົນເຖິງຂັ້ນທີ່ຖືເອົາສິດທິມະນຸດເປັນ ເຄື່ອງມືດ້ານການເມືອງເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ.

 

  ທ່ານວ່າງເວີນປິ່ນກ່າວວາ:ເມື່ອຈ້ອງເບິ່ງອະນາຄົດ,ປະເທດຈີນຈະເດັດ ດ່ຽວເດີນໄປຕາມເສັ້ນທາງການພັດທະນາວຽກງານສິດທິມະນຸດທີ່ສອດຄ່ອງກັບ ທ່າອ່ຽງການພັດທະນາຂອງຍຸກສະໄໝແລະສອດຄ່ອງກັບສະພາບແຫ່ງຊາດຂອງປະເທດຕົນ.ປະເທດຈີນຈະສືບຕໍ່ເຂົ້າຮ່ວມວຽກງານສິດທິມະນຸດຂອງອົງການສະ ຫະປະຊາຊາດຢ່າງຕັ້ງໜ້າ,ສົ່ງສຽງຂອງປະເທດຈີນ,ປະກອບສ່ວນຂອງຈີນ,ແລະຮ່ວມກັນກັບບັນດາປະເທດ ເພື່ອຊຸກຍູ້ວຽກງານສິດທິມະນຸດທົ່ວໂລກໃຫ້ມີການພັດທະນາຢ່າງປອດໃສ.

ຄຳ​ເຫັນ

0