何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ໂທ​ລະ​ສັບ​ສົນ​ທະ​ນາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອູ​ແກຼນ

2022-03-02 17:21:53 CRI

ວັນ​ທີ 1 ມີ​ນາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ໂທ​ລະ​ສັບ​ສົນ​ທະ​ນາ​ກັບ​ທ່ານ​ດີ​ມີ​ໂຕ​ຣ ​ຄູ​ເລ​ບາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອູ​ແກຼນ.

ທ່ານ​ຄູ​ເລ​ບາ​ໄດ້​ແຈ້ງ​ສະ​ພາບ​ການ​ເຈ​ລະ​ຈາ​ຮອບ​ທຳ​ອິດ​ລະ​ຫວ່າງ​ອູ​ແກຼນ​ກັບ​ຣັດ​ເຊຍ​ໃຫ້​ຊາບ, ​ແລະ​ທ່ານ​ກ່າວ​ວ່າ​: ​ບຸ​ລິ​ມະ​ສິດ​ຂອງ​ອູ​ແກຼນແມ່ນ​ເຮັດ​ໃຫ້​ສົງ​ຄາມ​ສິ້ນ​ສຸດ​ລົງ, ອູ​ແກຼນ​​ມີ​ທ່າ​ທີ​​ເປີດກວ້າງໃນ​ການ​ແກ້​ໄຂ​ບັນ​ຫາ​ອູ​ແກຼນ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ,​ໄດ້​ເອົາ​ໃຈ​ໃສ່ເຈ​ລະ​ຈາ​ລະ​ຫວ່າງ​ອູ​ແກຼນ ແລະ ຣັດ​ເຊຍ​ຢ່າງ​ຈິງ​ໃຈ. ເຖິງວ່າ​ໃນ​ປັດ​ຈຸ​ບັນ​ນີ້ ການ​ເຈ​ລະ​ຈາ​ບໍ່​​ສະ​ດວກ ແລະ ບໍ່ມີ​ຄວາມ​ຄືບ​ໜ້າ​ກໍ​ຕາມ, ແຕ່​ອູ​ແກຼນ​ຍັງ​ຄົງ​ຮັກ​ສາ​ຄວາມທຸ່ນ​ທ່ຽງ​ໄວ້, ຍິນ​ດີ​ສືບ​ຕໍ່ຊຸກ​ຍູ້​ການ​ເຈ​ລະ​ຈາ​ກັນ. ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ອູ​ແກຼນ, ອູ​ແກຼນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ຈີນ, ຫວັງ​ວ່າ​ຈີນ​​ຈະດຳ​ເນີນ​ການ​ໄກ່​ເກ່ຍ​ການ​ຢຸດ​ຍິງ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ສະ​ຖາ​ນະ​ການ​ອູ​ແກຼນ​ໄດ້​ປ່ຽນ​ແປງ​ໄປ​ຢ່າງ​ໄວ​ວາ, ຈີນ​ສະ​ແດງ​ຄວາມ​ເສຍ​ດາຍ​ທີ່​ເກີດ​ມີ​ການ​ປະ​ທະ​ກັນ​ລະ​ຫວ່າງ​ອູ​ແກຼນ ແລະ ຣັດ​ເຊຍ, ແລະ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ​ຕໍ່​ປະ​ຊາ​ຊົນ​ສາ​ມັນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ. ຈີນ​ມີ​ຫຼັກ​ໝັ້ນ​ພື້ນ​ຖານ​ທີ່​ເປີດ​ເຜີຍ ໂປ່ງ​ໃສ ແລະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ບັນ​ຫາ​ອູ​ແກຼນ. ຈີນ​ມີ​ຈຸດ​ຢືນ​ມາໂດຍ​ຕະຫຼອດ​ວ່າ ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕ່າງໆ. ໂດຍ​ແນ​ໃສ່​ວິ​ກິດ​ການ​ໃນ​ປັດ​ຈຸ​ບັນ​ນີ້, ຈີນ​ຮຽກ​ຮ້ອງ​ໃຫ້​ອູ​ແກຼນ ແລະ ຣັດ​ເຊຍ​ຊອກ​ຫາ​ວິ​ກີ​ແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ, ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​​ແບບສ້າງ​ສັນ​ທຸກ​ຢ່າງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​​ບັນ​ຫາໂດຍ​ຜ່ານ​ວິ​​ທີ​ທາງການ​ເມືອງ.

ທ່ານ​ຫວາງ​ຢີ້​ກ່າວ​ເນັ້ນ​ວ່າ, ຈີນ​ມີ​ຈຸດ​ຢືນ​​ມາໂດຍ​ຕະຫຼອດ ​ວ່າ, ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ໜຶ່ງ​ບໍ່​ຄວນ​ຖື​ເອົາ​ການ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ອື່ນ​ເປັນ​ສິ່ງ​ຕອບ​ແທນ, ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ບໍ່​ຄວນ​​ຖື​ເອົາ​ການບັນ​ລຸ​ເປົ້າ​ໝາຍ​ໂດຍ​ຜ່ານ​ການ​ແຜ່​ຂະ​ຫຍາຍ​​ອິດ​ທິ​ພົນ​ທາງ​ການ​ທະ​ຫານ. ເມື່ອ​ປະ​ເຊີນ​ກັບ​ສະ​ພາບ​ການ​ທີ່​ສົງ​ຄາມ​ຂະ​ຫຍາຍກວ້າງ​ອອກຢ່າງ​ບໍ່​ຢຸດ​ຢັ້ງ, ວຽກ​ງານ​ອັນ​ຮີບ​ດ່ວນ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ ຄື ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ສຸດ​ຄວາມ​ສາ​ມາດ, ຫຼີກ​ລ່ຽງ​ບໍ່​ໃຫ້​ການ​ປະ​ທະ​ກັນ​ຮຸນ​ແຮງ​ຂຶ້ນ​ອີກ ຈົນ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້, ໂດຍ​ສະ​ເພາະ​ການ​ປ້ອງ​ກັນ​ຜົນ​ກະ​ທົບ​ທີ່​ມີ​ຕໍ່ປະ​ຊາ​ຊົນ​ສາ​ມັນ ແລະ ວິ​ກິດ​ການ​ມະ​ນຸດ​ສະ​ທຳ, ​ຄວນ​ຮັບ​ປະ​ກັນ​ໃຫ້​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ເຂົ້າ​ເຖິງ​ສະ​ຖານ​ທີ່​​ໄດ້ຢ່າງ​ປອດ​ໄພ ແລະ ທັນ​ການ.

ຄຳ​ເຫັນ

0