刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ: ຕະຫຼາດ​ຄອງ​ຄອຍກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ ວາງ​ນະ​ໂຍ​ບາຍ​ເພື່ອ​ຮັກ​ສາ​ການ​ເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດ​ຕື່ມ​ອີກ

2022-03-02 14:56:05 cri

ກອງ​ປະ​ຊຸມ​ສອງ​ສະ​ພາ ຄື​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໃກ້​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ສື່​ຕ່າງ​ປະ​ເທດ​ໄດ້​ໃຫ້​ຄວາມ​ສົນ​ໃຈຫຼາຍ​ຂຶ້ນ. ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາເສດ​ຖະ​ກິດ​ຂອງ​ຈີນ​ແນວ​ໃດ, ຈະ​ມີ​​ນະ​ໂຍ​ບາຍ​ກ່ຽວ​ກັບ​ເສດ​ຖະ​ກິດ​ແບບ​ໃດ, ນີ້​ຄື​ບັນ​ຫາ​ທີ່​​ສື່​ຮົງ​ກົງ, ມາ​ກາວ, ໄຕ້​ຫວັນ ກໍ​ຄືສື່​ຕ່າງ​ປະ​ເທດ​ໃຫ້​ຄວາມ​ສົນ​ໃຈຫຼາຍ​ທີ່​ສຸດ.

ເວັບ​ໄຊໜັງ​ສື​ພິມ South China morning post ​ຂອງ​ຮົງ​ກົງ​ຈີນ​ໄດ້ພິມ​ບົດ​ຄວາມ​ໃນ​ຫວ່າງມໍ່​ໆ​ມາ​ນີ້​ວ່າ: ​ສະ​ຖາ​ບັນ​ການຕະຫຼາດຫຼາຍ​ແຫ່ງ​ເຫັນ​ວ່າ: ກອງ​ປະ​ຊຸມ​ສອງ​ສະ​ພາ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້ ຈະ​ຖື​ເອົາ​ການ​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ຫົວ​ຂໍ້​ສຳ​ຄັນ​ທີ່​ສຸດ. ຈີນ​ອາດ​ຈະ​ວາງ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່ຜ່ອນ​​ຄາຍ​ເພື່ອ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​​ກັບ​ຕະຫຼາດ​ໃນ​ດ້ານ​ການ​ຮັກ​ສາ​ການ​ເຕີບ​ໂຕ, ຕະຫຼາດ​ຫຸ້ນ​ຂອງ​ຈີນ​ຈະມີ​ຄວາມ​ເຂັ້ມ​ແຂງກວ່າ​ເກົ່າ.

ຂ່າວ​ສານ​ຣອຍ​ເຕີ​​ກໍ​ໄດ້​ພິມບົດ​ຄວາມ​​ເມື່ອມໍ່ໆ​ມາ​ນີ້ໂດຍ​ເຫັນ​ວ່າ: ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສອງ​ສະ​ພາ ຈີນ​ຈະ​ວາງນະ​ໂຍ​ບາຍຫຼາຍກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດ​. ບົດ​ຄວາມ​​ຍັງ​ເຫັນ​ວ່າ: ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້​ອາດ​ຈະ​ສະ​ເໜີ​ໃຫ້​ເພີ່ມ​ລາຍ​ຈ່າຍງົບ​ປະ​ມານ, ເພີ່ມ​ທະ​ວີ​ການຫຼຸດ​ພາ​ສີ​ອາ​ກອນ​ແລະ​ຄ່າ​ທຳ​ນຽມ ແລະ​​ຍັງ​ຈະໃຊ້​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ​ເພື່ອ​ກະ​ຕຸ້ນ​ການ​ລົງ​ທຶນ​ແລະ​ການ​ບໍ​ລິ​ໂພກ​ຕື່ມ​ອີກ.

ຄຳ​ເຫັນ

0