覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນທວງໃຫ້ອາເມຣິກາຢຸດຕິການໄປມາຫາສູ່ກັນແບບທາງການກັບໄຕ້ຫວັນໃນທຸກຮູບແບບ

2022-03-02 11:23:50 cri

ຈີນທວງໃຫ້ອາເມຣິກາຢຸດຕິການໄປມາຫາສູ່ກັນແບບທາງການກັບໄຕ້ຫວັນໃນທຸກຮູບແບບ_fororder_新闻发布会
 

 ໂດຍແນໃສ່ກໍລະນີທີ່ອະດີດເຈົ້າໜ້າທີ່ຂັ້ນສູງຂອງອາເມຣິກາເດີນທາງຢ້ຽມຢາມເຂດ ໄຕ້ຫວັນ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນ ໜັກໃນກອງປະຊຸມຖະແຫຼງຂ່າວໃນວັນທີ 1 ມີນານີ້ວ່າ: ຈີນທວງໃຫ້ ອາເມຣິກາຢຸດຕິການໄປມາຫາສູ່ກັນແບບທາງການກັບໄຕ້ຫວັນໃນທຸກຮູບແບບ.
 

ວັນທີ 28 ກຸມພາແລ້ວນີ້, ເຈົ້າໜ້າທີ່ຂັ້ນສູງຂອງອາເມຣິກາໄດ້ແຈ້ງໃຫ້ຮູ້ໂດຍ ບໍ່ປະສົງອອກນາມວ່າ: ທ່ານປະທານາທິບໍດີໂຈໄບເດັນໄດ້ແຕ່ງຕັ້ງອະດີດ ເຈົ້າໜ້າທີ່ຂັ້ນສູງອາເມຣິກາ 5 ຄົນເດີນທາງໄປຢ້ຽມຢາມໄຕ້ຫວັນໃນວັນທີ 1 ມີນາ, ໃນໄລຍະຢ້ຽມຢາມຈະພົບປະກັບນາງຊ້າຍຢິ່ງເວີນ ແລະຄົນອື່ນໆ. ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານວ່າງເວີນປິ່ນໄດ້ກ່າວເນັ້ນໜັກວ່າ: ການຕັດສິນໃຈແລະຄວາມຕັ້ງໃຈຂອງປະຊາຊົນປະຊາຊົນຈີນໃນການປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດນັ້ນແມ່ນໝັ້ນໜຽວບໍ່ປ່ຽນແປງ.
 

 ນອກນີ້ຍັງມີຂ່າວແຈ້ງວ່າ: ເມື່ອບໍ່ດົນມານີ້, ກຳປັ່ນຕໍ່ຕ້ານຂີປະນາວຸດ “ຈອນສັນ” ຂອງກອງທັບເຮືອອາເມຣິກາໄດ້ແລ່ນຜ່ານຊ່ອງແຄບໄຕ້ຫວັນ ແລະໄດ້ປ່າວຂ່າວກ່ຽວກັບເລື່ອງນີ້ຢ່າງເປີດເຜີຍ. ໃນເວລາຕອບຄຳຖາມ ຂອງນັກຂ່າວທີ່ກ່ຽວຂ້ອງ, ທ່ານວ່າງເວີນປິ່ນກ່າວວ່າ:  “ຖ້າວ່າອາເມຣິກາຢາກ ສວຍໃຊ້ເລື່ອງນີ້ເພື່ອສະໜັບສະໜູນແລະໃຫ້ກຳລັງໃຈແກ່ພວກແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ, ຈີນຕ້ອງບອກອາເມຣິກາໃຫ້ຮັບຮູ້ວ່າ ການເຮັດແນວນີ້ ມີພຽງແຕ່ ຈະເລັ່ງໃຫ້ອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດນັ້ນຫຼົ້ມສະຫຼາຍໄວຂຶ້ນເທົ່ານັ້ນ, ອາເມຣິກາເອງກໍຈະຕ້ອງໄດ້ຮັບຜົນຕອບແທນອັນໜັກໜ່ວງຍ້ອນການ ກະທຳທີ່ສ່ຽງອັນຕະລາຍຂອງຕົນ.”

ຄຳ​ເຫັນ

0