刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ສາ​ຫະ​ກິດ IT ອາ​ເມ​ຣິ​ກາ​ຈຳ​ກັດ​ບໍ່​ໃຫ້​ຣັດ​ເຊຍລາຍ​ງານ​ຂ່າວ​ຜ່ານ​ທາງສື່​ສັງ​ຄົມ​ອອນ​ລາຍ

2022-03-02 14:55:38 cri

ໃນ​ໄລ​ຍະ​ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ອູ​ແກຼນ​ພວມ​ເຄັ່ງ​ຕຶ​ງ​ຂຶ້ນ​ນີ້, ວິ​ສາ​ຫະ​ກິດ​ເຕັກ​ນິກອິນ​ເຕີ​ເນັດຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຈຳ​ກັດ​ບໍ່​ໃຫ້​ສື່ມວນ​ຊົນ​ທາງ​ການ​ຣັດ​ເຊຍ​ລາຍ​ງານ​ຂ່າວຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​​ຕົ້ນ​ຕໍ​ຕ່າງໆ.

ຫຼັງ​ຈາກ​ຣັດ​ເຊຍ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ພິ​ເສດ​ທາງ​ການ​ທະ​ຫານ​ຕໍ່​​ກັບອູ​ແກຼນໃນ​ວັນ​ທີ 24 ກຸມ​ພາ​ແລ້ວ​ນີ້, ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ປະ​ກາດ​ໃຊ້​ມາດ​ຕະ​ການ​ລົງ​ໂທດ​​ຣັດ​ເຊຍໃນ​ດ້ານ​ຕ່າງໆ.

ວັນ​ທີ 27 ກຸມ​ພາ​ຜ່ານ​ມາ​ນີ້, ທ່ານ​ນາງ​ອູ​ຣົ​ຊູ​ລາ ວອນ​ເດີ​ເລ​ອັນ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຕົກ​ລົງ​ເປີດກວ້າງ​ຂົງ​ເຂດ​ການ​ລົງ​ໂທດ​​ຣັດ​ເຊຍ ເຊິ່ງ​ລວມ​ທັງ​ການ​ໃຊ້​ມາດ​ຕະ​ການ​ຄວບ​ຄຸມ, ການ​ຫ້າມບໍ່​ໃຫ້​ຜະ​ລິດ​ຕະ​ພັນ​ຂ່າວ​ຂອງໂທ​ລະ​ພາບ RT (Russia Today) ແລະ ຂ່າວ​ສານສະ​ປຸດ​ຍິກ (Sputnik) ເຜີຍ​ແຜ່​ຢູ່​ໃນ​ສະ​ຫະ​ພາບ​ເອີ​ຣົບ.

ວັນ​ທີ 1 ມີ​ນາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ວິ​ສາ​ຫະ​ກິດ​ເຕັກ​ນິກ​ອິນ​ເຕີ​ເນັດ​ປະ​ເທດ​ຕາ​ເວັນ​ຕົກ​ຄວນ​ຮັບ​ຜິດ​ຊອບ​ຕໍ່​ການສ້າງ​ສະ​ຖາ​ນະ​ການ​ຂອງ​ສົງ​ຄາມ. ອົງ​ການ​ຕິດ​ຕາມກວດ​ກາ​ການ​ສື່​ສານ, ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ແລະ​ສື່ມວນ​ຊົນ​ມະ​ຫາ​ຊົນ​ຣັດ​ເຊຍ​ໄດ້​ຮຽກ​ຮ້ອງ​ໃຫ້​​ວິ​ສາ​ຫະ​ກິດ​ອິນ​ເຕີ​ເນັດ​ຕ່າງ​ປະ​ເທດ​ຈົ່ງ​ຢຸດ​ຕິ​ການ​ຈຳແນກ​ສື່ມວນ​ຊົນ​ຣັດ​ເຊຍ.

ຄຳ​ເຫັນ

0