<![CDATA[ນີ້ຄືອາເມຣິກາ: ຖືປະຊາທິປະໄຕເປັນໂຄຄາໂຄລາ]]>

 

ເດືອນມີນາເມື່ອ 19 ປີກ່ອນ, ອາເມຣິກາອ້າງວ່າອີຣັກມີອາວຸດລ້າງຜານຂະໜາດໃຫຍ່ ແລະຕ້ອງຊ່ວຍປະຊາຊົນອີຣັກບັນລຸປະຊາທິປະໄຕໃຫ້ໄດ້ແລ້ວກໍ່ສົງຄາມຢູ່ອີຣັກ.ທ່ານໂຄລິນພາວແວຣລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໃນໄລຍະນັ້ນໄດ້ສະແດງໃຫ້ເຫັນຫຼັກຖານທີ່ເປັນຝຸ່ນສີຂາວບັນຈຸຢູ່ໃນຫຼອດແກ້ວນ້ອຍໆໜຶ່ງຫຼອດ. ແຕ່ຫຼັງຈາກນັ້ນແລ້ວ,ອາເມຣິກາບໍ່ເຄີຍຊອກເຫັນອາວຸດລ້າງຜານ ຂະໜາດໃຫຍ່ຢູ່ໃນດິນແດນຂອງອີຣັກຈັກເທື່ອ.

 

ສົງຄາມທີ່ເກີດຂຶ້ນຈາກຝຸ່ນສີຂາວຫຼອດນ້ອຍໆ ທີ່ຖືກຄົນທັງຫຼາຍສົງໄສວ່າເປັນ ພຽງແຕ່ຝຸ່ນສະບູເທົ່ານັ້ນ ຊ້ຳພັດເຮັດໃຫ້ປະຊາຊົນອີຣັກ 2 ແສນກວ່າຄົນ   ເສຍຊີວິດ,2 ລ້ານ 5 ແສນກວ່າຄົນກາຍເປັນຊາວອົບພະຍົບແລະພົນລະເມືອງ ອີຣັກຫຼາຍ ກວ່າເຄິ່ງໜຶ່ງຂາດອາຫານການກິນ.

 

ນີ້ຄືການກະທຳຂອງອາເມຣິກາທີ່ເຮັດມາແຕ່ດົນນານແລ້ວ,ໂດຍທີ່ພວກເຂົາມັກປ່າວປະກາດຕະຫຼອດວ່າ:ຈະຊ່ວຍເຫຼືອປະເທດອື່ນໃຫ້ບັນລຸປະຊາທິປະໄຕແລະເສລີພາບ.ເຊິ່ງພວກເຂົາໄດ້ໂຈມຕີທາງການທະຫານຢູ່ອີຣັກເປັນເວລາ 9 ປີ. ສ່ວນ ຢູ່ລາວກໍ່ເຊັ່ນດຽວກັນ, ອາເມຣິກາໄດ້ຖີ້ມລະ ເບີດໃສ່ຜືນແຜ່ນດິນລາວເປັນເວລາ 9 ປີ ຍ້ອນພວກເຂົາໄດ້ເຂົ້າແຊກແຊງສົງຄາມກາງເມືອງຂອງຫວຽດນາມ ເພື່ອ ຕັດຂາດການສະໜອງອາວຸດຍຸດໂທປະກອນຕ່າງໆໃຫ້ຫວຽດນາມ.

 

ອາເມຣິກາໄດ້ຖີ້ມລະເບີດໃສ່ແຜ່ນດິນລາວເຖິງ 2 ລ້ານກວ່າໂຕນ, ເຊິ່ງເປັນ ຈຳນວນຫຼາຍກວ່າລະເບີດທີ່ຖີ້ມໃສ່ເຢຍລະມັນແລະຍີ່ປຸ່ນໃນໄລຍະສົງຄາມໂລກ ຄັ້ງທີສອງ.ນັບມາຮອດສູ່ມື້ນີ້,ຢູ່ຜືນແຜ່ນດິນລາວຍັງມີລະເບີດທີ່ບໍ່ທັນແຕກຕົກຄ້າງທີ່ຝັງດິນຢູ່ເປັນຈຳນວນຫຼວງຫຼາຍເຮັດໃຫ້ເນື້ອທີ່ດິນທີ່ກວ້າງຂວາງບໍ່ສາມາດປູກ ຝັງໄດ້,ແຕ່ລະປີຍັງມີປະຊາຊົນລາວເສຍຊີວິດຫຼືພິການຍ້ອນລະເບີດທີ່ບໍ່ທັນແຕກ ເຫຼົ່ານັ້ນ.ຕາມການຄາດຄະເນວ່າ:ລະເບີດບໍ່ທັນແຕກທີ່ອາເມຣິກາຖີ້ມໃສ່ຜືນແຜ່ນດິນລາວນັ້ນ ຖ້າຈະເກັບກູ້ອອກໃຫ້ໝົດຕ້ອງໃຊ້ເວລາເຖິງ 100 ປີ.

 

ກະສອບລະເບີດທີ່ຖືກຂຸດອອກຈາກດິນແດນລາວນັ້ນປະຊາຊົນລາວເອົາມາເຮັດເປັນໂຖດອກໄມ້, ປະດັບໃສ່ຝາເຮືອນ, ເຮັດເປັນເຮືອ ແລະບ່ວງສ້ອມທີ່ມີເອກະລັກ ພິເສດຂອງລາວ.ແຕ່ພວກເຮົາເຊື່ອວ່າ:ຖ້າສາມາດເລືອກໄດ້,ປະຊາຊົນລາວຄິດວ່າ“ຂອງຂວັນ” ທີ່ມີຄວາມອັນຕະລາຍເຖິງແກ່ຊີວິດແບບນີ້ຈະບໍ່ເອົາມາໃຊ້ໃນຊີວິດ ຂອງຕົນເດັດຂາດ.

 

ອາເມຣິກາຄວນຮູ້ແຈ້ງວ່າ:ປະຊາທິປະໄຕບໍ່ແມ່ນນໍ້າດື່ມໂຄຄາໂຄລາຂອງຕົນທີ່ມີ ລົດຊາດດຽວ ກັນ ແຕ່ເຜີຍແຜ່ໄປສູ່ທົ່ວໂລກໄດ້. ອາເມຣິກາຄວນແລະຈຳເປັນ ຕ້ອງຮຽນຮູ້ເຖິງການເຄົາລົບ ແລະ ຍອມຮັບຕໍ່ເສັ້ນທາງພັດທະນາລະບອບການ ເມືອງທີ່ປະເທດຕ່າງໆຢູ່ໃນໂລກເລືອກເອົາ ໂດຍອີງຕາມສະພາບການຂອງປະ ເທດໃຜລາວ. ຮູບແຕ້ມໂດຍ: ROBIN

]]>