刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ຄັ້ງ​ທີ 5 ຂອງ​ອົງ​ການ ສ​ປ​ຊ ໄດ້​ຜ່ານ​ມະ​ຕິໃຫ້ບັນ​ລຸ​ສັນ​ຍາ​ການ​ຈຳ​ກັດ​ຢາງ​ປ​​ລາ​ສ​ຕິກ​ໃນ​ປີ 2024

2022-03-03 11:16:41 cri

ກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ຄັ້ງ​ທີ 5 ຂອງ​ອົງ​ການ ສ​ປ​ຊ ໄດ້​ຜ່ານ​ມະ​ຕິໃຫ້ບັນ​ລຸ​ສັນ​ຍາ​ການ​ຈຳ​ກັດ​ຢາງ​ປ​​ລາ​ສ​ຕິກ​ໃນ​ປີ 2024_fororder_微信图片_20220303094719

ວັນ​ທີ 2 ມີ​ນາ​ນີ້, ກອງ​ປະ​ຊຸ​ມ​ເທື່ອ​ທີ 2 ຂອງກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ຄັ້ງ​ທີ 5 ​ຂອງອົງ​ການ ສ​ປ​ຊ ໄດ້​ອັດ​ລົງ​ຢູ່​ນະ​ຄອນຫຼວງ​ໄນ​ໂຣ​ບີ​ປະ​ເທດ​ເຄັນ​ຢາ, ຜູ້​ຕາງ​ໜ້າ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ເຫັນ​ດີ​​ໃຫ້​ບັນ​ລຸ​ສັນ​ຍາ​ສາ​ກົນ​ໃນປີ 2024 ເພື່ອ​ແກ້​ໄຂ​ບັນ​ຫາມົນ​ລະ​ພິດ​​ທີ່​ເກີດ​ຈາກຢາງປ​​ລາ​ສ​ຕິກ​ໃນ​ໂລກ. ທ່ານ​ອິນ​ເກີ ອັນ​ເດີ​ເຊັນ​ ຫົວ​ໜ້າ​ບໍ​ລິ​ຫານ​ງານ​ອົງ​ການ​ສິ່ງ​ແວດ​ລ້ອມ ສ​ປ​ຊ   ທັງ​ເປັນ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປ​ຊ ກ່າວ​ວ່າ: ນີ້​ຈະ​ເປັນ​ສັນ​ຍາ​ສາ​ກົນຫຼາຍ​ຝ່າຍ​ທີ່​ສຳ​ຄັນ​ກ່ຽວ​ກັບສິ່ງ​ແວດ​ລ້ອມ​ ຫຼັງ​ຈາກ “​ສັນ​ຍາປາ​ຣີ”.

ຜູ້​ຕາງ​ໜ້າ​ຈາກ 175 ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ຂອງ​ອົງ​ການ ສ​ປ​ຊ ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ຜ່ານ​ມະ​ຕິ​ດັ່ງ​ກ່າວ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ ສ​ປ​ຊ ທີ່​ນະ​ຄອນຫຼວງ​ໄນ​ໂ​ຣ​ບີປະ​ເທດ​ເຄັນ​ຢາ ໂດຍ​ເຫັນ​ດີ​ໃຫ້ຫຼຸດ​​ແລະ​ຢຸດ​ຕິ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ຢາງ​ປ​​ລາ​ສ​ຕິກ​ໃຫ້​ໜ້ອຍ​ລົງ​ເປັນ​ກ້າວໆ.

ອົງ​ການ​ສິ່ງ​ແວດ​ລ້ອມ​ອົງ​ການ ສ​ປ​ຊ ກ່າວ​ວ່າ: ປັດ​ຈຸ​ບັນ, ທຸກ​ປີ ມີ​ມົນ​ລະ​ພິດ​​ທີ່​ເກີດ​ຈາກຢາງ​ປ​​ລາ​ສ​ຕິກ​ໃນ​ທົ່ວ​ໂລກຫຼາຍ​ເຖິງ 400 ລ້ານ​ໂຕນ, ຖ້າ​ເປັນ​ແນວ​ນີ້​ຕໍ່​ໄປອີກ, ຕົວ​ເລກ​ນີ້​ຈະ​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ​ເມື່ອ​ຮອດ​ປີ 2040.

ຄຳ​ເຫັນ

0