陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຍິນດີຮ່ວມກັບບັນດາຝ່າຍສືບຕໍ່ຂຽນ “ປະຫວັດສາດໜ້າໃໝ່ຂອງຜົນສຳເລັດ ຜົນ”ກ່ຽວກັບການເຕີບໂຕດ້ານເສດຖະກິດແລະການພັດທະນາແບບຍືນຍົງ

2022-03-03 14:49:45 cri

ຈີນຍິນດີຮ່ວມກັບບັນດາຝ່າຍສືບຕໍ່ຂຽນ “ປະຫວັດສາດໜ້າໃໝ່ຂອງຜົນສຳເລັດ ຜົນ”ກ່ຽວກັບການເຕີບໂຕດ້ານເສດຖະກິດແລະການພັດທະນາແບບຍືນຍົງ_fororder_汪文斌

 

ວັນທີ 2 ມີນານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ກ່າວວ່າ:ປີ 2021,ເຖິງວ່າໄດ້ຮັບຄວາມກົດດັນແລະສິ່ງທ້າທາຍຈາກ ສະພາບແວດລ້ອມດ້ານເສດຖະກິດທັງພາຍໃນແລະຕ່າງປະເທດທີ່ເກີດມີການ ປ່ຽນແປງ,ແຕ່ເສດຖະກິດຂອງຈີນຍັງຄົງຮັກສາທ່ວງທ່າການພັດທະນາໄດ້ດີ ສົມຄວນ,ມີຜົນສຳເລັດທີ່ປະຈັກຕາ,ແລະມີຈຸດເດັ່ນຫຼາຍດ້ານ.

 

ຫວ່າງມໍ່ໆມານີ້,ອົງການສາກົນຫຼາຍແຫ່ງໄດ້ປັບຫຼຸດການຄາດຄະເນ ຈັງຫວະການເຕີບໂຕຂອງເສດຖະກິດໂລກໃນປີນີ້.ໃນຂະນະດຽວກັນ,ອົງການ ສະຖິຕິແຫ່ງຊາດກໍ່ໄດ້ເຜີຍແຜ່ບົດລາຍງານກ່ຽວກັບສະຖິຕິການພັດທະນາເສດຖະກິດແລະສັງຄົມແຫ່ງຊາດປະຈຳປີ 2021 ເຊິ່ງສະແດງໃຫ້ເຫັນວ່າ:ລວມຍອດ ຜະລິດຕະພັນພາຍໃນປະເທດຫຼື GDP ຂອງຈີນໃນປີກາຍນີ້ ໄດ້ເພີ່ມຂຶ້ນ8,1%ເມື່ອທຽບໃສ່ປີກ່ອນ.ສະນັ້ນ,ຫາງສຽງໂດຍທົ່ວໄປຈິ່ງເຫັນວ່າ:ຈີນຍັງຄົງ ແມ່ນຫົວຈັກຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ.

 

ຕໍ່ກັບເລື່ອງນີ້,ທ່ານວ່າງເວີິນປ່ິນໄດ້ກ່າວວ່າ:

 

"ເລື່ອງຈິງແລະຂໍ້ມູນໄດ້ສ່ອງແສງໃຫ້ເຫັນວ່າ,ເສດຖະກິດຂອງຈີນມີ ການ ພັດທະນາຢ່າງໜັກແໜ້ນ,ມີກຳລັງບົ່ມຊ້ອນຢ່າງພຽງພໍແລະມີທ່ວງທ່າທີ່ດີໃນໄລ ຍະຍາວເຊິ່ງພື້ນຖານເຫຼົ້ານີ້ບໍ່ໄດ້ມີການປ່ຽນແປງ,ທ່ວງທ່າທີ່ເສດຖະກິດຈີນໄດ້ມີ ການຟື້ນຟູຢ່າງໜັກແໜ້ນນັ້ນກໍ່ບໍ່ມີການປ່ຽນແປງ.ປະຊາຄົມໂລກໄດ້ເບິ່ງໄປໃນແງ່ດີໂດຍທົ່ວໄປຕໍ່ພາບອະນາຄົດທີ່ເສດຖະກິດຈີນຈະສືບຕໍ່ພັດທະນາຢ່າງໜັກແໜ້ນ.ພວກເຮົາຍິນດີສືບຕໍ່ຮ່ວມມືກັບຝ່າຍຕ່າງໆ,ແບ່ງປັນໂອກາດການພັດທະນາໃຫ້ກັບໂລກ,ເພື່ອເພີ່ມພະລັງແຮງໃຫ້ເສດຖະກິດຂອງໂລກຟື້ນຄືນຢ່າງຕໍ່ເນື່ອງ,ຮ່ວມກັນສືບຕໍ່ຂຽນ ‘ປະຫວັດສາດໜ້າໃໝ່ຂອງຜົນ ສຳເລັດ’ກ່ຽວກັບການເຕີບໂຕດ້ານ ເສດຖະກິດແລະການພັດທະນາແບບຍືນຍົງ."

ຄຳ​ເຫັນ

0