陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເພີ່ມທະວີການສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງເພື່ອອຳນວຍຄວາມ ສະດວກໃຫ້ກັບຄົນພິການ

2022-03-03 17:45:31 cri

ຈີນເພີ່ມທະວີການສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງເພື່ອອຳນວຍຄວາມ ສະດວກໃຫ້ກັບຄົນພິການ_fororder_残疾人

 

  ຕອນເຊົ້າວັນທີ 3 ມີນານີ້,ຄະນະລັດຖະບານຈີນໄດ້ເຜີຍແຜ່ປຶ້ມປົກຂາວທີ່ມີ ຫົວຂໍ້ວ່າ "ການພັດທະນາວຽກງານກິລາຄົນພິການແລະການປົກປ້ອງສິດ ຜົນປະໂຫຍດຂອງຄົນພິການຈີນ".

 

 ທ່ານໂກວລີ້ສຸນ ໂຄສົກສະຫະພັນຄົນພິການຈີນໄດ້ແນະນຳໃຫ້ຮູ້ວ່າ: ລັດຖະບານຈີນໄດ້ເອົາໃຈໃສ່ໃນລະດັບສູງຕໍ່ການປົກປ້ອງສິດຜົນປະໂຫຍດຂອງ ຄົນພິການ,ເພີ່ມທະວີການສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງໃຫ້ກັບຄົນພິການຢ່າງຮອບດ້ານ,ໄດ້ພະຍາຍາມສ້າງສະພາບແວດລ້ອມທີ່ມີຄວາມສະດວກໃຫ້ແກ່ຄົນພິການໃນ ດ້ານດຳລົງຊີວິດ ການຮ່ຳຮຽນແລະການເຮັດວຽກ,ສາມາດ ສະຫຼຸບໄດ້ດັ່ງນີ້:

 

  ໜຶ່ງ,ເພີ່ມທະວີການສ້າງນິຕິກຳວ່າດ້ວຍສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງ. ຈີນໄດ້ສ້າງລະບົບກົດໝາຍກົດລະບຽບທີ່ມີກົດໝາຍປົກປ້ອງຄົນພິການແລະກົດໝາຍອື່ນໆເປັນພື້ນຖານ,ຖືເອົາກົດລະບຽບກ່ຽວກັບການສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງເປັນຫຼັກ,ຖືເອົາຂໍ້ກຳນົດແລະກົດລະບຽບຂອງອົງການປົກຄອງທ້ອງຖິ່ນເປັນສິ່ງເພີ່ມເຕີມ,ໂດຍໄດ້ກາຍເປັນຫຼັກອ້າງອີງພື້ນ ຖານໃຫ້ກັບການປະຕິບັດກົດໝາຍວ່າດ້ວຍການກໍ່ສ້າງ ການຄຸ້ມຄອງແລະ ການ ຕິດຕາມກວດກາສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງ.

 

  ສອງ,ການສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງໄດ້ຈັດເຂົ້າໃນແຜນ ພັດທະນາເສດຖະກິດແລະສັງຄົມແຫ່ງຊາດພ້ອມດ້ວຍແຜນສະເພາະທີ່ກ່ຽວ ຂ້ອງ.ຍັງໄດ້ຈັດເຂົ້າໃນແຜນດຳເນີນງານດ້ານສິດທິມະນຸດແຫ່ງຊາດ,ໄດ້ກຳນົດ ຄຳໝັ້ນສັນຍາວ່າດ້ວຍສິດທິມະນຸດແຫ່ງຊາດ,ທັງໄດ້ປະຕິບັດຕາມຄວາມຮຽກຮ້ອງທີ່ກ່ຽວຂ້ອງໃນສົນທິສັນຍາວ່າດ້ວຍສິດຂອງຄົນພິການ.ພາກສ່ວນທີ່ກ່ຽວຂ້ອງໄດ້ວາງນະໂຍບາຍແລະມາດຕະການຕ່າງໆກ່ຽວກັບການຊຸກຍູ້ການສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງ,ຊຸກຍູ້ການສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງໃຫ້ຍົກລະດັບສູງຂຶ້ນຢ່າງຫຼວງຫຼາຍ.

 

  ສາມ,ຊຸກຍູ້ການສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງຢ່າງຮອບດ້ານ. ຍົກສູງອັດຕາການປົກຫຸ້ມຂອງໂຄງລ່າງທີ່ບໍ່ມີສິ່ງກີດຂວາງຢ່າງຕໍ່ເນື່ອງ.

ຄຳ​ເຫັນ

0