刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ຣັດ​ເຊຍ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າຕາມ​ປົກ​ກະ​ຕິ

2022-03-03 10:17:04 cri

ຈີນ​ແລະ​ຣັດ​ເຊຍ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າຕາມ​ປົກ​ກະ​ຕິ_fororder_src=http___www.nxnews.net_cj_cjdyx_201912_W020191203295670779803&refer=http___www.nxnews

ວັນ​ທີ 2 ມີ​ນາ​ນີ້, ໃນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ມີ​ນັກ​ຂ່າວ​ຖາມ​ວ່າ: ຈີນ​ຈະ​ສືບ​ຕໍ່​ຈັດ​ຊື້​ອາຍ​ແກັ​ສ​ທຳ​ມະ​ຊາດ​ນຳ​ຣັດ​ເຊຍ​ອີກບໍ? ປັດ​ຈຸ​ບັນ, ປະ​ເທດ​ຕາ​ເວັນ​ຕົກ​ພວມ​ລົງ​ໂທດ​ຣັດ​ເຊຍ, ຖ້າ​ວ່າ​ຈີນ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຄ້າ​ກັບ​ຣັດ​ເຊຍ​ຕາມ​ປົກ​ກະ​ຕິ, ຈະ​ສົ່ງ​ຜົນ​ກະ​ທົບໃຫ້​ກັບ​ປະ​ເທດ​ຈີນຫຼື​ບໍ່?

ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນຕ​ອບ​ວ່າ: ພວກ​ຂ້​າ​ພະ​ເຈົ້າ​ໄດ້​ຕອບ​ຄຳ​ຖາມ​ນີ້​ມາຫຼາຍ​ເທື່ອ​ແລ້ວ, ຂ້າ​ພະ​ເຈົ້າ​ຍິນ​ດີ​ກ່າ​ວ​ເນັ້ນ​ອີກ​ຄັ້ງ​ໜຶ່ງວ່າ: ພວກ​ຂ້າ​ພະ​ເຈົ້າ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ລົງ​ໂທດ​ແຕ່​ຝ່າຍ​ດຽວ​ທີ່​ຜິດ​ກົດ​ໝາຍ​ທຸກ​ຢ່າງ, ການ​ລົງ​ໂທດ ເວ​ລາ​ໃດ​ກໍບໍ່​ແມ່ນ​ວິ​ທີ​ພື້ນ​ຖານ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທີ່​ມີ​ປະ​ສິດ​ທິ​ຜົນ, ມີ​ແຕ່​ສ້າງ​ຄວາມ​ຫຍຸ້ງ​ຍາກ​​ອັນ​ໜັກ​ໜ່ວງ​ໃຫ້​ກັບ​ເສດ​ຖະ​ກິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງເທົ່າ​ນັ້ນ ແລະ​ຈະ​ເຮັດ​ໃຫ້​ການ​ແບ່ງ​ແຍກ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ​ຮຸນ​ແຮງ​​ຕື່ມ​ອີກ. ພວກ​ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢ່າ​ທຳ​ລາຍ​ສິດ​​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຈີນ​ແລະ​ຝ່າຍ​ອື່ນໆ​ ໃນ​ເວ​ລາ​ແກ້​ໄຂ​ບັນ​ຫາ​ອູ​ແກຼນ​ແລະ​ການ​ພົວ​ພັນ​​ກັ​ບ​ຣັດ​ເຊຍ. ຈີນ​ແລະ​ຣັດ​ເຊຍ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຕາມ​ປົກ​ກະ​ຕິດ້ວຍ​ຈິດ​ໃຈ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຄຳ​ເຫັນ

0