陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນທວງໃຫ້ແກ້ໄຂບັນຫາອູແກຣນຢ່າງຮອບດ້ານໂດຍຜ່ານການສົນທະນາແລະ ປຶກສາຫາລືກັນ

2022-03-03 14:57:57 cri

ຈີນທວງໃຫ້ແກ້ໄຂບັນຫາອູແກຣນຢ່າງຮອບດ້ານໂດຍຜ່ານການສົນທະນາແລະ ປຶກສາຫາລືກັນ_fororder_联大

 

  ວັນທີ 2 ມີນານີ້,ກອງປະຊຸມສຸກເສີນສະໄໝວິສາມັນຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດຄັ້ງທີ 11 ໄດ້ລົງຄະແນນສຽງໃຫ້ກັບຮ່າງມະຕິ ວ່າດ້ວຍບັນຫາອູແກຣນທີ່ປະເທດທີ່ກ່ຽວຂ້ອງເປັນຜູ້ສະເໜີ.ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງສປຈີນປະຈຳອົງການສະຫະປະຊາຊາດໄດ້ເຂົ້າຮ່ວມກອງ ປະຊຸມແລະໄດ້ລົງຄະແນນສຽງແບບບໍ່ອອກສຽງ,ພ້ອມທັງຊີ້ແຈງຈຸດຢືນຂອງຝ່າຍ ຈີນໃນການລົງຄະແນນສຽງຄັ້ງນີ້.

 

ທ່ານຈ່າງຈຸ່ນຊີ້ໃຫ້ເຫັນວ່າ,ການກະທຳໃດໆທີ່ອົງການສະຫະປະຊາຊາດ ແລະຝ່າຍຕ່າງໆທີ່ກ່ຽວຂ້ອງນຳໃຊ້ນັ້ນລ້ວນແຕ່ຕ້ອງຖືເອົາສັນຕິພາບແລະສະຖຽນລະພາບຂອງພາກພື້ນເປັນສິ່ງສຳຄັນ,ຖືເອົາຄວາມໝັ້ນຄົງທົ່ວໄປຂອງຝ່າຍຕ່າງໆ ເປັນສິ່ງສຳຄັນ,ແລະເສີມຂະຫຍາຍບົດບາດໃນທາງສ້າງສັນເພື່ອຜ່ອນຄາຍ ສະຖານະການຄວາມເຄັ່ງຕຶງແລະຊຸກຍູ້ການແກ້ໄຂບັນຫາໂດຍທາງການທູດ.ແຕ່ ສິ່ງທີ່ໜ້າເສຍດາຍນັ້ນແມ່ນ,ຮ່າງມະຕິທີ່ຍື່ນໃຫ້ກອງປະຊຸມສຸກເສີນສະໄໝ ວິສາມັນຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດເພື່ອລົງຄະແນນສຽງ ສະບັບນີ້,ບໍ່ ໄດ້ດຳເນີນການປຶກສາຫາລືກັນລ່ວງໜ້າຢ່າງເຕັມສ່ວນພາຍໃນ ຂອບຂອງປະເທດສະມາຊິກແບບຄົບຄະນະ,ບໍ່ໄດ້ພິຈາລະນາຢ່າງຮອບດ້ານເຖິງ ຄວາມເປັນມາທາງປະຫວັດສາດແລະຂໍ້ຂັດແຍ້ງທີ່ສັບສົນຢູ່ເບື້ອງຫຼັງວິກິດການ ໃນປັດຈຸບັນນີ້,ບໍ່ໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງຫຼັກການຄວາມໝັ້ນຄົງ ຮ່ວມກັນທີ່ຕັດແຍກອອກຈາກກັນບໍ່ໄດ້,ທັງບໍ່ໄດ້ເນັ້ນໜັກເຖິງຄວາມຮີບດ່ວນ ເພື່ອຊຸກຍູ້ການແກ້ໄຂບັນຫາໂດຍທາງການເມືອງແລະການເພີ່ມຄວາມພະຍາຍາມທາງການທູດ.ທັງໝົດເຫຼົ່ານີ້ລ້ວນແຕ່ບໍ່ສອດຄ່ອງກັບຈຸດຢືນທີ່ຝ່າຍຈີນຍຶດໝັ້ນ ມາໂດຍຕະຫຼອດ,ຝ່າຍຈີນຈຶ່ງຈຳເປັນຕ້ອງລົງຄະແນນສຽງແບບບໍ່ອອກສຽງຕໍ່ຮ່າງມະຕິດັ່ງກ່າວ.

 

ທ່ານຈ່າງຈຸ່ນກ່າວເນັ້ນໜັກວ່າ:ການກົດດັນແລະການລົງໂທດ,ການແບ່ງ ແຍກແລະການເປັນປໍລະປັກກັນແຕ່ຢ່າງດຽວ,ມີແຕ່ຈະພາໃຫ້ສະຖານະການມີ ຄວາມສັບສົນຂຶ້ນກວ່າເກົ່າ,ເຮັດໃຫ້ຜົນກະທົບດ້ານລົບຂອງວິກິດການແຜ່ ຂະຫຍາຍຢ່າງວ່ອງໄວ,ຈົນເຖິງຂັ້ນສ້າງຜົນກະທົບໃຫ້ກັບບັນດາປະເທດຫຼາຍກວ່າເກົ່າ.ຝ່າຍຈີນຈິ່ງຮຽກຮ້ອງໃຫ້ປະຊາຄົມໂລກຖືເອົາທ່າທີທີ່ມີຄວາມຮັບຜິດຊອບ,ຊຸກຍູ້ໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງກັບຄືນສູ່ວິທີແກ້ໄຂບັນຫາໂດຍຜ່ານທາງການເມືອງ,ຜ່ານການສົນທະນາແລະປຶກສາຫາລືກັນເພື່ອສະແຫວງຫາການແກ້ໄຂບັນຫາອູ ແກຣນຢ່າງຮອບດ້ານ.ຝ່າຍຈີນຍິນດີສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະ ສ້າງສັນກ່ຽວກັບເລື່ອງນີ້.

 

ຄຳ​ເຫັນ

0