陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນໄດ້ເຜີຍແຜ່“ແຜນດຳເນີນງານດ້ານຍຸດທະສາດເພື່ອສະໜັບສະໜູນການ ປ່ອຍກາກບອນໃຫ້ເຖິງລະດັບສູງສຸດແລະການປອດການປ່ອຍກາກບອນ”

2022-03-03 14:38:42 cri

ຈີນໄດ້ເຜີຍແຜ່“ແຜນດຳເນີນງານດ້ານຍຸດທະສາດເພື່ອສະໜັບສະໜູນການ ປ່ອຍກາກບອນໃຫ້ເຖິງລະດັບສູງສຸດແລະການປອດການປ່ອຍກາກບອນ”_fororder_中科院

 

ວັນທີ 2 ມີນານີ້,ສະພາບັນດິດວິທະຍາສາດຈີນໄດ້ເຜີຍແຜ່ “ແຜນ ດຳເນີນງານດ້ານຍຸດທະສາດເພື່ອສະໜັບສະໜູນການປ່ອຍກາກບອນໃຫ້ເຖິງລະ ດັບສູງສຸດແລະການປອດການປ່ອຍກາກບອນ”ຢ່າງເປັນທາງການໂດຍໄດ້ແນະ ນຳການຈັດຕັ້ງປະຕິບັດ 8 ໂຄງການໃຫຍ່ແລະ 18 ແຜນງານຈຸດສູມ ໃນການປະຕິບັດຕົວຈິງເພື່ອຕອບສະໜອງຕາມຄວາມຕ້ອງການດ້ານວິທະຍາ ສາດເຕັກໂນໂລຊີທີ່ສຳຄັນຂອງຍຸດທະສາດດ້ານການປ່ອຍກາກບອນໃຫ້ເຖິງລະ ດັບສູງສຸດແລະການປອດການປ່ອຍກາກບອນໄດ້ກຳນົດວ່າ:ເມື່ອຮອດປີ2030,ເຕັກນິກສຳຄັນເພື່ອສະໜັບສະໜູນການປ່ອຍກາກບອນໃຫ້ເຖິງລະດັບສູງສຸດຕ້ອງບັນລຸຄວາມກ້າວໜ້າລະດັບສາກົນ.

 

ຈີນໄດ້ຕັ້ງເປົ້າໝາຍວ່າ:ເມື່ອຮອດປີ2030ຕ້ອງບັລຸການປ່ອຍກາກບອນ ໃຫ້ເຖິງລະດັບສູງສຸດ;ຮອດປີ2060ຕ້ອງບັນລຸການປອດການປ່ອຍກາກບອນ,ນີ້ໝາຍຄວາມວ່າ:ປະເທດຈີນຈະຫຼຸດການປ່ອຍກາກບອນຈຳນວນຫຼວງຫຼາຍທີ່ ສຸດໃນໂລກໃຫ້ສຳເລັດ,ໂດຍນຳໃຊ້ເວລາທີ່ສັ້ນທີ່ສຸດໃນປະຫວັດສາດຂອງໂລກ ເພື່ອບັນລຸເປົ້າໝາຍຈາກການປ່ອຍກາກບອນໃຫ້ເຖິງລະດັບສູງສຸດຮອດການ ປອດການປ່ອຍກາກບອນ.ໃນຂະບວນການດັ່ງກ່າວ,ກຳລັງປະດິດສ້າງໃໝ່ ດ້ານວິທະຍາສາດເຕັກໂນໂລຊີແມ່ນສິ່ງທີ່ຂາດບໍ່ໄດ້."ແຜນດຳເນີນງານ"ທີ່ສະພາບັນດິດວິທະຍາສາດຈີນເຜີຍແຜ່ໃນວັນທີ 2 ມີນານີ້ໄດ້ກຳນົດການ ຈັດຕັ້ງປະຕິບັດ 8 ໂຄງການໃຫຍ່ເຊັ່ນ:ການຄົ້ນຄວ້າຍຸດທະສາດດ້ານວິທະ ຍາສາດເຕັກໂນໂລຊີ ການປະດິດສ້າງຂ້າມຂະແໜງການວິທະຍາສາດແຖບ ໜ້າພື້ນຖານ ການບຸກທະລຸດ້ານເຕັກໂນໂລຊີແກນກາງທີ່ສຳຄັນ ການສະໜັບ ສະໜູນການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ ການສະໜັບສະໜູນການ ຮ່ວມມືສາກົນແລະອື່ນໆຢ່າງເປັນລະບົບ,ໄດ້ກຳນົດເປົ້າໝາຍການພັດທະນາທີ່ ຕ່າງກັນໃນແຕ່ລະໄລຍະເຊັ່ນ:ໄລຍະໃກ້ ໄລຍະກາງແລະໄລຍະຍາວໂດຍມີ ວິທະຍາສາດເຕັກໂນໂລຊີເປັນໂຕຊ່ວຍໃຫ້ບັນລຸເປົ້າໝາຍການປ່ອຍກາກບອນໃຫ້ເຖິງລະດັບສູງສຸດແລະການປອດການປ່ອຍກາກບອນ.

ຄຳ​ເຫັນ

0