陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນທວງໃຫ້ປະເທດຕາເວັນຕົກຢຸດຕິການນຳໃຊ້ບັນຫາສິດທິມະນຸດເປັນເຄື່ອງມືທາງການເມືອງເພື່ອແຊກແຊງວຽກງານພາຍໃນປະເທດອື່ນ

2022-03-04 16:03:10 cri

ຈີນທວງໃຫ້ປະເທດຕາເວັນຕົກຢຸດຕິການນຳໃຊ້ບັນຫາສິດທິມະນຸດເປັນເຄື່ອງມື ທາງການເມືອງເພື່ອແຊກແຊງວຽກງານພາຍໃນປະເທດອື່ນ_fororder_人权理事会

  ວັນທີ 3 ມີນານີ້,ທ່ານຈຽງຕ່ວນ ຄະນະຜູ້ແທນຖາວອນຂອງຈີນປະຈຳອົງການສະຫະປະຊາຊາດທີ່ນະຄອນເຊີແນວໄດ້ປະກອບຄຳເຫັນໃນການອະພິປາຍໃນ ກອງປະຊຸມລະດັບສູງຂອງສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ 49,ໂດຍທ່ານໄດ້ກ່າວຕອບໂຕ້ການຕຳໜິທີ່ບໍ່ມີເຫດຜົນ ຂອງອາເມຣິກາ ອັງກິດ ອົສຕຣາລີແລະປະເທດອື່ນໆແລະທວງໃຫ້ປະເທດເຫຼົ່ານີ້ຈົ່ງຢຸດຕິການນຳໃຊ້ບັນ ຫາສິດທິມະນຸດເປັນເຄື່ອງມືທາງການເມືອງເພື່ອແຊກແຊງວຽກງານພາຍໃນ ຂອງປະເທດອື່ນ,ຢຸດຕິການລະເມີດສິດທິມະນຸດຂອງປະຊາຊົນປະເທດອື່ນ.

 

  ທ່ານຈຽງຕ່ວນກ່າວວ່າ:ນັບຕັ້ງແຕ່ມື້ສ້າງຕັ້ງພັກຄອມມຸນິດຈີນຂຶ້ນເປັນຕົ້ນມາ, ພັກກໍ່ໄດ້ເຕົ້າໂຮມຄວາມສາມັກຄີນຳພາປະຊາຊົນຈີນສູ້ຊົນຢ່າງບໍ່ລົດລະເພື່ອຍາດເອົາສິດທິມະນຸດ ເຄົາລົບສິດທິມະນຸດ ປົກປ້ອງສິດທິມະນຸດແລະພັດທະນາ ສິດທິມະນຸດ.ຈີນໄດ້ຍຶດໝັ້ນການຖືເອົາປະຊາຊົນເປັນໃຈກາງມາໂດຍຕະຫຼອດ, ຊຸກຍູ້ການປົກຄອງປະເທດແລະການພັດທະນາທີ່ສ້າງຜົນປະໂຫຍດໃຫ້ຫຼາຍກວ່າ ເກົ່າ ຍຸຕິທຳກວ່າເກົ່າໃຫ້ກັບປະຊາຊົນ,ບໍ່ໃຫ້ຜູ້ໃດຕົກຂະບວນ. ຈີນໄດ້ປະສົບ ຜົນສຳເລັດເປັນຄັ້ງປະຫວັດສາດໃນດ້ານວຽກງານສິດທິມະນຸດທີ່ປະຈັກຕາຊາວໂລກ.

 

  ທ່ານຈຽງຕ່ວນໄດ້ຊີ້ໃຫ້ເຫັນວ່າ:ສະພາບສິດທິມະນຸດຂອງປະເທດທີ່ຕຳໜິຈີນ ໄດ້ຊຸດໂຊມລົງຢ່າງຕໍ່ເນື່ອງ,ແຕ່ປານນັ້ນຍັງປັ້ນແຕ່ງແລະປ່າວປະກາດຄຳຂີ້ຕົວະ ອີກແລ້ວອີກຕື່ມ,ເພື່ອໃສ່ຮ້າຍປ້າຍສີປະເທດຈີນ,ມີເຈດຕະນາທຳລາຍຄວາມໝັ້ນຄົງຂອງຈີນແລະສະກັດກັ້ນການພັດທະນາຂອງຈີນ,ສິ່ງນີ້ໄດ້ເປັນການຢັ້ງຢືນໃຫ້ ເຫັນອີກເທື່ອໜຶ່ງວ່າ: ສິດທິມະນຸດເປັນພຽງແຕ່ເຄື່ອງມືຂອງເຂົາເຈົ້າເພື່ອໂຈມຕີ ປະເທດອື່ນທາງການເມືອງເທົ່ານັ້ນ.ຈີນທວງໃຫ້ປະເທດເຫຼົ່ານີ້ຈົ່ງດັດແກ້ຄວາມ ຜິດພາດຂອງຕົນ,ຢຸດຕິການນຳໃຊ້ບັນຫາສິດທິມະນຸດເປັນເຄື່ອງມືທາງການເມືອງເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ,ຢຸດຕິການລະເມີດສິດທິມະນຸດຂອງປະຊາຊົນປະເທດອື່ນ.

ຄຳ​ເຫັນ

0