陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດເຊຍແລະອູແກຣນສິ້ນສຸດການເຈລະຈາສັນຕິພາບຮອບທີສອງ

2022-03-04 15:30:20 cri

 

ວັນທີ 3 ມີນານີ້,ການເຈລະຈາສັນຕິພາບຮອບທີສອງລະຫວ່າງຣັດເຊຍ-ອູແກຣນ ໄດ້ສິ້ນສຸດລົງ,ສອງຝ່າຍໄດ້ມີຄວາມເຫັນເປັນເອກະພາບກັນ ກ່ຽວກັບການຢຸດຍິງຊົ່ວຄາວແລະສ້າງຊ່ອງທາງເພື່ອມະນຸດສະທຳ.ໃນໄລຍະ ຕໍ່ໜ້ານີ້,ສອງຝ່າຍຈະສືບຕໍ່ແລກປ່ຽນຄວາມເຫັນແລະຮ່ວມມືກັນກ່ຽວກັບການ ສ້າງຊ່ອງທາງເພື່ອມະນຸດສະທຳ.

 

ທ່ານວະລາດີເມຍ ເມດີນສະກີ ຫົວໜ້າຄະນະຜູ້ແທນຣັດເຊຍໄດ້ກ່າວວ່າ: ບັນຫາສຳຄັນທີ່ສຸດໃນການເຈລະຈາໃນມື້ນີ້ທີ່ໄດ້ແກ້ໄຂແລ້ວນັ້ນແມ່ນການຊ່ວຍຊີວິດປະຊາຊົນ.ທ່ານຍັງກ່າວວ່າ:ຜູ້ແທນກະຊວງປ້ອງກັນປະເທດຂອງສອງປະເທດໄດ້ມີຄວາມເຫັນເປັນເອກະພາບກັນກ່ຽວກັບຮູບແບບການເປີດຊ່ອງທາງເພື່ອ ມະນຸດສະທຳສຳລັບປະຊາຊົນພ້ອມດ້ວຍວິທີການປະກາດການຢຸດຍິງຊົ່ວຄາວ ເພື່ອຮັບປະກັນການອົບພະຍົບປະຊາຊົນ,ນີ້ແມ່ນຄວາມຄືບໜ້າທີ່ມີລັກສະນະຕົວ ຈິງໃນການເຈລະຈາກັນ.

 

ທ່ານໂປໂດລິອັກ ທີ່ປຶກສາຫົວໜ້າຫ້ອງການປະທານາທິບໍດີອູແກຣນໄດ້ ກ່າວວ່າ:ສາມາດພິຈາລະນາເຖິງຢຸດຍິງໄດ້ໃນໄລຍະອົບພະຍົບປະຊາຊົນຢູ່ເຂດ ແຄວ້ນທີ່ໄດ້ສ້າງຊ່ອງທາງມະນຸດສະທຳ.ກ່ຽວກັບເລື່ອງນີ້,ສອງຝ່າຍຈະສ້າງຊ່ອງທາງແລກປ່ຽນຄວາມເຫັນກັນແບບພິເສດພ້ອມດ້ວຍລະບຽບການດ້ານພະລາທິ ການທີ່ສົມຄູ່ກັນໂດຍໄວ.

ຄຳ​ເຫັນ

0