刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ໂຈ​ມ​ຕີ​ທາງ​ອິນ​ເຕີ​ເນັດ​ຂອງ​ອາ​ເມ​ຣິ​ກາ​ເຂົ້າ​ສູ່​ທຸກ​ມູມໂລກ

2022-03-04 14:15:53 cri

图片默认标题_fororder_微信图片_20220304141415

ຫວ່າງມໍ່ໆ​ມາ​ນີ້, ມີ​ສື່ມວນ​ຊົນໄດ້ລາຍ​ງານ​ອີກວ່າ: ອົງ​ການ​ໂຈ​ລະ​ກຳ​ຂໍ້​ມູນ ອີ​ເຄ ເຊິນ (Equation) ຂອງອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ໄດ້ດຳ​ເນີນ​ການ​ເຄື່ອນ​ໄຫວ Telescreen ເພື່ອໂຈມ​ຕີ​ທາງ​ອິນ​ເຕີ​ເນັດ 45 ປະ​ເທດເປັນ​ເວ​ລາ​ 10 ກວ່າ​ປີ, ຜູ້​ຖືກ​ເຄາະ​ຮ້າຍ​ມີປະ​ເທດ​ພັນ​ທະ​ມິດ​ຂອງ​ອາ​ເມ​ຣິ​ກາ ເປັນ​ຕົ້ນ: ​ຍີ່​ປຸ່ນ, ເຢຍ​ລະ​ມັນ ແລະອົ​ສ​ຕຼາ​ລີ. ອົງ​ການ​ນີ້​ຍັງ​ໄດ້​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ຕໍ່​ກັບອົງ​ການ​ໂຄ​ລະ​ຄົມ, ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ເສດ​ຖະ​ກິດ​ຂອງ​ຈີນ.

ອາ​ເມ​ຣິ​ກາ​ໄດ້​ອາ​ໄສ​​ທ່າ​ແຮງ​ດ້ານ​ເຕັກ​ນິກ, ດຳ​ເນີນ​ການ​ໂຈ​ລະ​ກຳ​ຄວາມ​ລັບ​ດ້ານ​ຂໍ້​ມູນ​ແລະ​ຕົວ​ເລກ​ສະ​ຖິ​ຕິ​ຢູ່​ທົ່ວ​ໂລກ​ຢ່າງ​ຂະ​ໜາດ​ໃຫຍ່. ທ່ານ​ເອັດ​​ເວດ ສ​ະໂນ​ເດັນ ​ອະ​ດີດ​ນັກ​ສືບ​ຂອງອົງການສືບຂ່າວລັບອາເມລິກາ ຫຼື CIA​ ໄດ້​ເຜີຍ​ແບ​ແຜນ​ການ Prism ຂອງ​ອາ​ເມ​ຣິ​ກາ​ໃນ​ປີ 2013, ຫຼັງ​ຈາກ​ນັ້ນ, ເວັບ​ໄຊ Wikileaks ແລະ​ໜັງ​ສື​ພິມ ວໍ​ຊິງ​ຕັນ​ໂພ​ສ ໄດ້​ເຜີຍ​ແບ​ວ່າ: ອົງ​ການ CIA ອາ​ເມ​ຣິ​ກາ​ໄດ້ໂຈມ​ຕີ​​ທາງ​ອິນ​ເຕີ​ເນັດໂດຍ​ໃຊ້​ນັກ​ໂຈ​ລະ​ກຳຢ່າງຫຼວງຫຼາຍ, ຍັງ​ໄດ້​​ບັນ​ຊາ​ບໍ​ລິ​ສັດຂ່າວ​ລັບ Crypto AG ປະ​ເທດ​ສະ​ວິ​ສ ​ໃຫ້​ເປັນ​ຜູ້​ໂຈ​ລະ​ກຳຂ່າວ​ລັບ​ຂອງ​ປະ​ເທດ​ອື່ນ​ເປັນ​ເວ​ລາຫຼາຍ 10 ປີ. ການ​ທີ່​ອາ​ເມ​ຣິ​ກາ​ຕິດ​ຕາມ​​ລັກ​ຟັງ​ປະ​ເທດ​ພັນ​ທະ​ມິດ​ເອີ​ຣົບ ແມ່ນ​ຄວາມ​ລັບ​ທີ່​ໄດ້​ຖືກ​ເປີດ​ເຜີຍ​ແລ້ວ. ນັກ​ໂຈ​ລະ​ກຳ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເຂົ້າ​ສູ່​ທຸກ​ໂມມໂລກ, ເປັນ​ໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ຄວາມ​​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ.

ຄຳ​ເຫັນ

0