吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຂໍ້​ມູນ​ກ່ຽວ​ກັບກອງປະຊຸມ “ສອງສະພາ”

2022-03-04 17:32:57 ​cri

​ຂໍ້​ມູນ​ກ່ຽວ​ກັບກອງປະຊຸມ “ສອງສະພາ”_fororder_微信图片_20220304153641

    ກອງປະຊຸມ “ສອງສະພາ” ປີ 2022 ​ໄດ້ໄຂ​ຂຶ້ນ​ໃນ​ວັນ​ທີ 4 ມີ​ນາ​ນີ້, ການເປີດກອງປະຊຸມ “ສອງສະພາ” ເປັນ​ເຫດ​ການ​ສຳ​ຄັນ​ດ້ານການ​ເມືອງ​ຂອງ​ຈີນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ສ້າງ ຫຼື​ດັດ​ແກ້​ກົດ​ໝາຍ​ທີ່​ສຳ​ຄັນບາງສະບັບ, ທວນ​ຄືນ​ວຽກ​ງານ​ຂອງລັດ​ຖະ​ບານ​ໃນ​ໜຶ່ງ​ປີ​ທີ່​ຜ່າ​ນ​ມາ, ພ້ອມທັງ​ລາຍ​ງານ​ນະ​ໂຍ​ບາຍ​ສຳ​ຄັນ​ໃນ​ໜຶ່ງ​ປີ​ຂ້າງ​ໜ້​າ​ໃຫ້​ກັບ​ປະ​ຊາ​ຊົນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຍັງ​ເປັນ​ເວ​ທີ​ການ​ເມືອງ​ທີ່​ສຳ​ຄັນ​ໃນ​ການ​ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ຂອງ​ປະ​ຊາ​ຊົນ, ສ່ອງແສງເຖິງ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ ແລະສົ່ງ​ຜົນ​ສະ​ທ້ອນ​ຕໍ່​ຊີ​ວິດ​ກາ​ນ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

    ສາ​ມາດ​ເວົ້າ​ໄດ້​ວ່າ: ກອງປະຊຸມ “ສອງສະພາ” ເປັນ​ປ່ອງ​ຢ້ຽມ​ສຳ​ຄັນ​ໃຫ້​ກັບ​ປະ​ຊາ​ຊົນ​ທົ່ວ​ປະ​ເທ​ດ​ຈີນ ກໍຄື​ທົ່ວ​ໂລກ​ ເພື່ອສັງ​ເກດ​ຊີ​ວິ​ດ​ການ​ເມືອງ​ຂອງ​ຈີນ, ເມື່ອ ເຊື່ອມຊຶມເນື້ອໃນຈິດ​ໃຈ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວແລ້ວ ກໍ​ສາ​ມາດ​ເຂົ້າ​ໃຈ​ປະ​ເທດ​ຈີນ​ໄດ້ເປັນ​ຢ່າງ​ດີກວ່າເກົ່າ. ສະ​ນັ້ນ, ກອງປະຊຸມ “ສອງສະພາ” ໃນ​ແຕ່​ລະ​ປີ​ ກໍ​ກາຍ​ເປັນ​ເຫດ​ການ​ສຳ​ຄັນ​ທີ່​ປະ​ຊາ​ຊົນ​ ແລະ​ ສື່ມວນ​ຊົນພາ​ຍ​ໃນ ແລະ​ຕ່າງ​ປະ​ເທດ​ໃຫ້​ຄວາມ​ສົນ​ໃຈ.

    ຕໍ່​ໄປ, ຈະ​ແນະ​ນຳ​ຂໍ້​ມູນ​ກ່ຽວ​ກັບກອງປະຊຸມ “ສອງສະພາ” ໃຫ້​ກັບ​ບັນ​ດາ​ທ່ານ, ເພື່ອ​ໃຫ້​​ບັນ​ດາ​ທ່ານ​ໄດ້​ເຂົ້າ​ໃຈ​​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງກອງປະຊຸມ “ສອງສະພາ” ທີ່​ມີ​ຕໍ່​ປະ​ຊາ​ຊົນ ແລະ​ປະ​ເທດ​ຈີນ.   

    1. ກອງປະຊຸມ “ສອງສະພາ” ແມ່ນຫຍັງ? 

    ກອງປະຊຸມ “ສອງສະພາ” ແມ່ນຫຍໍ້ມາຈາກ ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງ​ຊາດຈີນ. ເນື່ອງຈາກວ່າ 2 ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນໄລ​ຍະ​ເວ​ລາ​ດຽວກັນ ແລະມີຄວາມສໍາຄັນທີ່​ສຸດຕໍ່ປະເທດຈີນ, ສະນັ້ນ ຈຶ່ງເອີ້ນຫຍໍ້ວ່າ ກອງປະຊຸມ “ສອງສະພາ”.ສະພາປະຊາຊົນແຫ່ງຊາດຈີນເປັນອົງການອໍານາດສູງສຸດແຫ່ງຊາດ​ຈີນ. ສ່ວນສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນເປັນອົງການແນວໂຮມເອກະພາບຮັກຊາດຂອງປະເທດຈີນ.

    2. ກອງປະຊຸມ “ສອງສະພາ” ເຮັດໜ້າທີ່ຫຍັງແດ່? 

    ລັດຖະທຳມະນູນຂອງຈີນໄດ້ລະບຸໄວ້ວ່າ: ຈຸດປະສົງຂອງການຈັດກອງປະຊຸມ “ສອງສະພາ” ແມ່ນເພື່ອເກັບກໍາ ແລະຮຽບຮຽງຂໍ້ມູນຂ່າວສານ ກໍຄືຄວາມຮຽກ ຮ້ອງຕ້ອງການຂອງປະຊາຊົນ ໂດຍຜ່ານຜູ້ແທນຂອງສະພາປະຊາຊົນ ແລະ ກຳ​ມະ​ການຂອງສະພາປຶກສາການເມືອງ ເພື່ອລາຍງານໃຫ້ສູນກາງພັກ. ຜູ້​ແທນ​ ແລະ ກຳ​ມະ​ການຂອງ​ສອງ​ສະ​ພາ​ດັ່ງ​ກ່າວ​ ແມ່ນ​ຕາງ​ໜ້າ​ຜົນ​ປະ​ໂຫຍດ​ຂອ​ງ​ປະ​ຊາ​ຊົນ​ ເຊິ່ງຈະຕາງໜ້າປະຊາຊົນສະເໜີຄວາມຄິດເຫັນ ແລະຄວາມຮຽກຮ້ອງ ຕ້ອງການຕໍ່ພາກສ່ວນທີ່ກ່ຽວຂ້ອງຂອງ​ລັດ​ຖະ​ບານ.

    3. ກອງປະຊຸມ “ສອງສະພາ” ຈັດຂຶ້ນໃນເວລາໃດ?

    ປົກກະຕິແລ້ວ ກອງປະຊຸມ “ສອງສະພາ” ຈະໄດ້ຈັດຂຶ້ນໃນເດືອນມີນາຂອງ ທຸກໆປີ. ເນື່ອງຈາກວ່າ ກອງປະຊຸມສະພາ​ປະຊາຊົນແຫ່ງຊາດຈີນ ຕ້ອງກວດກາ ແລະ ອະນຸມັດບົດ​ລາຍ​ງານ​ວຽກ​ງານລັດ ຖະບານ ແລະແຜນງົບປະມານແຫ່ງຊາດ, ​ລາຍ​ຈ່າຍ​ຂອງງົບ​ປະ​ມານ​ໃນໄຕ​ມາດທຳ​ອິດ​​ທຸ​ກ​ປີແມ່ນມີຫຼາຍ​ສົມ​ຄວນ, ໂດຍກວມ 1 ສ່ວນ 3 ຂອງ​ລາຍ​ຈ່າຍ​ໝົດ​ປີ, ສະນັ້ນ, ກອງ​ປະ​ຊຸມ​​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຈະ​ອະ​ນຸ​ມັດ​ແຜນ​ງົບ​ປະ​ມາ​ນ​ຢ່າງ​ຊັກ​ຊ້າບໍ່ໄດ້. ອີກ​ດ້ານ​ໜຶ່ງ, ສົກ​ປີ​ການ​ເງິນ​ຂອງຈີນແມ່ນ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ຮອດ​ວັນ​ທີ 31 ທັນ​ວາ​ຂອງ​ທຸກ​ປີ, ຖ້າ​ວ່າ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈັດ​ຂຶ້ນ​ໄວເກີນໄປ, ກໍ​ຈະ​ເຮັດ​ໃຫ້ການ​ສະຫຼຸບຂໍ້ມູນຂ່າວສານ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ​ນັ້ນບໍ່​ທັນ. ສະນັ້ນ, ກອງ​ປະ​ຊຸມ “ສອງສະພາ” ຈັດ​ຂຶ້ນ​ໃນ​ເດືອນ​ມີ​ນາ, ຈະ​ສາ​ມາດ​ເຮັດ​ໃຫ້​ວຽກ​ງານ​ການ​ສະຫຼຸບຂໍ້ມູນໃນປີທີ່ຜ່ານມາ ແລະ​ວາງ​ແຜນໃນປີຕໍ່ໄປ ມີ​ເວ​ລາ​ທີ່​ພຽງ​ພໍ. ບວກກັບ ບຸນກຸດຈີນ ສ່ວນຫຼາຍແມ່ນຢູ່ລະຫວ່າງເດືອນມັງກອນຫາເດືອນກຸມພາ, ສະນັ້ນ, ການຈັດກອງປະຊຸມ “ສອງສະພາ” ໃນເດືອນມີນາ ຈະເປັນເວລາທີ່ເໝາະສົມ.

    4. ພາລະໜ້າທີ່ ແລະ ສິດອຳນາດຂອງສະພາປະຊາຊົນແຫ່ງຊາດຈີນມີຫຍັງແດ່?

    ① ດັດແກ້ ແລະຕິດ​ຕາມ​ກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ.

    ② ສ້າງ ແລະດັດແກ້ກົດໝາຍພື້ນ​ຖານ​ລະດັບຊາດ ເຊັ່ນ ກົດ​ໝາຍອາຍາ,​ ກົດໝາຍແພ່ງ, ກົດໝາຍກ່ຽວກັບອົງການຈັດຕັ້ງ ແລະກົດໝາຍພື້ນຖານອື່ນໆ.

    ③ ​ເລືອກ​ຕັ້ງ, ແຕ່ງຕັ້ງ ແລະປົດ​ຕຳ​ແໜ່ງ​ຂອງພະນັກງານ​ອົງ​ການ​ຈັດ​ຕັ້​ງ​ລະດັບຊາດ.

    ④ ຕົກ​ລົງ​ວຽກ​ງານ​ສຳ​ຄັນ​ແຫ່ງ​ຊາດ ລວມ​ທັງກວດກາ ແລະອະນຸມັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພ້ອມ​ທັງບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການຈັດຕັ້ງປະຕິບັດແຜນດັ່ງກ່າວ. ກວດກາ ແລະອະນຸມັດແຜນງົບປະ ມານແຫ່ງຊາດ ພ້ອ​ມ​ທັງສະພາບການປະຕິບັດແຜນງົບປະມານດັ່ງກ່າວ. ອະ ນຸມັດການສ້າງຕັ້ງແຂວງ, ເຂດປົກຄອງຕົນເອງ, ກຳແພງນະຄອນ ແລະ ເຂດ ບໍລິຫານພິເສດ ພ້ອມດ້ວຍລະບຽບການ. ຕົກລົງບັນຫາສົງຄາມ ແລະ ສັນຕິ ພາບ ແລະ​ບັນ​ຫາ​ອື່ນໆ.
    ⑤ ຕິດ​ຕາມກວດ​ກາ​ວຽກ​ງານ​ຂອງ​ອົງ​ກາ​ນ​ຈັດ​ຕັ້ງ​ລະດັບຊາດ.

    5. ບົດບາດຕົ້ນຕໍຂອງສະພາປຶກສາການເມືອງປະຊາຊົນ​ແຫ່ງ​ຊາດ​ຈີນມີຫຍັງແດ່?

    ບົດບາດຕົ້ນຕໍຂອງສະພາປຶກສາການເມືອງປະຊາຊົນ​ແຫ່ງ​ຊາດ​ຈີນແມ່ນດໍາເນີນການປຶກສາການເມືອງ ແລະການຕິດຕາມກວດກາແບບປະຊາທິປະໄຕ, ຈັດຕັ້ງພັກຝ່າຍ, ອົງການຈັດຕັ້ງ, ຊົນເຜົ່າ ແລະບຸກຄົນໃນວົງການຕ່າງໆເຂົ້າຮ່ວມ  ​ແລະ ຫາລື ວຽກງານການເມືອງ.

    6. ເປັນຫຍັງຈຶ່ງຕ້ອງຈັດກອງປະຊຸມສະພາປຶກສາການເມືອງປະຊາຊົນ​ແຫ່ງ​ຊາ​ດ​ຈີນກ່ອນ?

    ກ່ອນສະພາປະຊາຊົນແຫ່ງຊາດຈະຕົກລົງນະໂຍບາຍຕ່າງໆ, ຈະຕ້ອງໄດ້ ສົ່ງໃຫ້ຜູ້ແທນປະຊາຊົນ ແລະວົງການຕ່າງໆ ເພື່ອປະກອບຄໍາເຫັນ, ປຶກສາຫາລື ແລະຄົ້ນ​ຄວ້າພິຈາລະນາ ໃນກອງປະຊຸມສະພາປຶກສາການເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາ​ດ​ຈີນຢ່າງ​ລະອຽດຖີ່ຖ້ວນ. ສະ​ນັ້ນ ຈຶ່ງກໍານົດໃຫ້ຈັດກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງ​ຊາ​ດ​ຈີນກ່ອນ.

ຄຳ​ເຫັນ

0