尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ! ບົດທີ 4 ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?

2022-03-04 17:21:50 cri

 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_4

ຄວາມ​ຂອບ​ໃຈ​ທີ່​ຈິງ​ໃຈທີ່​ສຸດ ຄື ຂອບ​ໃຈນຳອາ​ສາ​ສະ​ໝັກ

​ຊຸດ​ສີ​ຟ້າ​ທີ່​ງາມໆ, ໃບ​ໜ້າ​ທີ່ຍິ້ມ​ແຍ້ມ​ແຈ່ມ​ໃສ, ການ​ບໍ​ລິ​ການ​ທີ່​ລະ​ອຽດ​ຮອບ​ຄອບ​ແລະ​ອື່ນໆ. ໃນ​ໄລ​ຍະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022, ພວກ​ອາ​ສາ​ສະ​ໝັກ​ພາ​ກັນ​ໃຫ້ການ​ບໍ​ລິ​ການ​ທັງ​ໃນ​ ແລະ​ນອກ​ສະ​ຖານ​ທີ່​ຈັດ​ການ​ແຂ່ງ​ຂັນ, ເຂົາ​ເຈົ້າ​ໄດ້​​ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ແກ່ຄົນ​ທັງ​ຫຼາຍໃນ​ລະ​ດູ​​ໜາວ​ປີນີ້.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_44

      ປ້າຍ​ໂຄ​ສະ​ນາທີ່​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ຂອງ​ບຸນ​ກຸດ​ຈີນ​ ​ແມ່ນ​ປ້າຍ​ໂຄ​ສະ​ນາ​​ທີ່​ເປັນ​ເອ​ກະ​ລັກ​ຂອງຈີ​ນ​ເຊິ່ງ​ອາ​ສາ​ສະ​ໝັກ​ໃນ​ບ້ານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່ຢ​ຽນ​ຊີ້ງ​ຂອງ​ປັກ​ກິ່ງ​ເຮັດຂຶ້ນ.

      ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຢູ່​ສູນ​ບໍ​ລິ​ການ​ບ້ານ​ໂອ​ລິມ​ປິກ​ລະ​ດູໜາວ​ຢຽນ​ຊີ້ງ​ຂອງ​ປັກ​ກິ່ງ, ຄົນ​ຕ່າງ​ປະ​ເທດ​ຄົນ​ໜຶ່ງ​​ທັງຊີ້​ປ້າຍ​ໂຄ​ສະ​ນາ​​ທີ່​ຕິດ​ຢູ່​ເທິງ​ຝາ​ແກ້ວ​ ​ທັງ​ໄດ້​ລົມ​​ກັບ​ອາ​ສາ​ສະ​ໝັກ​ຢູ່​ທີ່ນັ້ນ. ໄປ​ສະ​ນີຍະ​ບັດ​ໃຫຍ່​ແລະ​ນ້ອຍ ແລະປ້າຍ​ໂຄ​ສະ​ນາ​​ສີ​ແດງ​ໄດ້​ບົ່ງບອກເຖິງ​ບັນ​ຍາ​ກາດ​ອັນ​ມ່ວນ​ຊື່ນ​ຂອງ​ບຸນ​ກຸດ​ຈີນ​ຢູ່​ແຫ່ງ​ນີ້.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_444

      ເພື່ອນ​ມິດ​ຕ່າງ​ປະ​ເທດ​ຖ່າຍ​ຮູ​ບ​ຢູ່​ຕໍ່​ໜ້າ​ປ້າຍ​ໂຄ​ສະ​ນາ​

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_4444

      ​ທ້າວຫຼີ​ມ້າວ​ລີ້ ອາ​ສາ​ສະ​ໝັກ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ນ້ຳ​ມັນ​ເຊື້ອ​ໄຟ​ຈີນ​ກຳ​ລັງ​ເຮັດ​ໄປ​ສະ​ນີ​ບັດ

      ທ້າວຫຼີ​ມ້າວ​ລີ້ ແມ່ນ​ອາ​ສາ​ສະ​ໝັກ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ນ້ຳ​ມັນ​ເຊື້ອ​ໄຟ​ຈີນ​ ໄດ້​ພົບ​ເຫັນ​ໃນ​ໄລ​ຍະ​ເຮັດ​ວຽກ​ວ່າ ເພື່ອນ​ມິດ​ຕ່າງ​ປະ​ເທດ​ຫຼາຍ​ຄົນ​ມັກ​ຖາມ​ລາວ ​ແລະ​ເພື່ອນຮ່ວມ​ງານ​ຂອງ​ລາວ​ວ່າ “ເຮັດ​ວຽກຮອດ​ຈັກ​ໂມງ” ແລະ​ບັນ​ຫາ​ທີ່​ຄ້າຍ​ຄື​ກັນ​ແບບ​ນີ້​ແລະອື່ນໆ. ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້, ທ້າວ​ຫຼີ​ມ້າວ​ລີ້ ແລະເພື່ອນ​​ຮ່ວມ​ງານ​ຂອງ​ລາວ​ໄດ້​ເຮັດ​ປ້າຍ​ໂຄ​ສະ​ນາ​ທີ່​ສ່ອງແສງເຖິງ​ບັນ​ຍາ​ກາດ​ບຸນ​ກຸດ​ຈີນໄດ້ດີ​ທີ່​ສຸດ​ໃບ​ໜຶ່ງ​, ຢູ່​ເທິງ​ປ້າຍ​ບໍ່​ພຽງ​ແຕ່​ໄດ້​ບົ່ງບອກເຖິງ​ເວ​ລາ​ການ​ຂອງ​ສະ​ຖາ​ນບໍ​ລິ​ການເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ແຕ້ມ​ຮູບ​ຄະ​ຕິ​ຄູ່, ໂຄມ​ໄຟ, ໝາກ​ກະ​ໂພກ​ ແລະ​​ເຄື່ອງອື່ນໆ​ທີ່​ເປັນເອ​ກະ​ລັກ​ພິ​ເສດ​ຂອງ​ບຸນ​ກຸດ​ຈີນ​. ຢ່າງໃດກໍຕາມ​ ພຽງແຕ່ບ່ອນແຈ້ງ​ຂໍ້​ມູນ​ການ​ບໍ​ລິ​ການ ຍັງ​ໄດ້​ເຮັດ​ໃຫ້​ເພື່ອນ​ມິດ​ຕ່າງ​ປະ​ເທດ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ ແລະສິ່ງທີ່ກ່ຽວຂ້ອງກັບ​​ບຸນ​ກຸດ​ຈີນ​​ອີກ​ດ້ວຍ.

 

ເລື່ອງ​ກ່ຽວ​ກັບ​ຫຼຽນ​ທີ່ລະນຶກ

      ວັນ​ທີ 17 ກຸມ​ພາ​ຜ່ານ​ມາ, ຢູ່​ຫໍ​ສະ​ເກັດຄວາມ​ໄວ​ແຫ່ງ​ຊາດ​ປັກ​ກິ່ງ, ເມື່ອນັກ​ຂ່າວ​ຕ່າງ​ປະ​ເທດ​ທີ່​ຖື​ອຸ​ປະ​ກອນ​ຖ່າຍ​ຮູບ​ບໍ່​ໜ້ອຍ​ຄົນ​ໜຶ່ງ​ໄດ້​ແນມເຫັນ​ຫຼຽນ​ກາ​ປິ່ງ​ຕຸ່ນ​ຕຸ່ນ​ ເຊິ່ງເປັນ​ສັດ​ນຳ​ໂຊກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ​ທີ່​ນາງຢາງ​ຊິ່ນ​ຊື່​ ອາ​ສາ​ສະ​ໝັກ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ກິ​ລາ​ປັກ​ກິ່ງ​ໃສ່​, ​ລາວ​ເລີຍທ້ວງຖາມ​ວ່າ: “ລູກ​ສາວ​ຂ້ອຍ​ມັກ​ປິ່ງ​ຕຸ່ນ​ຕຸ່ນ​ຫຼາຍ, ຂ້ອຍ​ໄດ້​ລຽນ​ແຖວ​ຢູ່​ຮ້ານ​ຄ້າ​ຫຼາຍ​ຊົ່ວ​ໂມງ​ແລ້ວ​ແຕ່​ບໍ່​ເຫຼືອ​. ຂ້ອຍ​ຢາກ​ແລກ​ຫຼຽນ​ກາ​ປິ່ງ​ຕຸ່ນ​ຕຸ່ນ​ຂອງ​ເຈົ້າ​ກັບ​ຫຼຽນ​ກາ​ຂອງ​ຂ້ອຍ​ໄດ້​ບໍ່?”

      ການ​ແລກ​ຫຼຽນ​ກາ​ກໍແມ່ນ​ຊ່ອງ​ທາງ​ອີກແບບ​ໜຶ່ງ​ຂອງ​ຜູ້​ມັກ​ສະສົມ​ຜະ​ລິດ​ຕະ​ພັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກໃນ​ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ການ​​ສະສົມ​ຂອງ​ຕົນ, ກໍແມ່ນ​ວິທີ​ແຮກ​ສ່ຽວ​​​ທີ່​ປາ​ສະ​ຈາກ​ພາ​ສາ ​ແລະ​ສັນ​ຊາດແບບ​ໜຶ່ງທັງຢູ່​ໃນ ​ແລະ​ນອກ​ສະ​ຖານ​ທີ່​ຈັດ​ການ​ແຂ່ງ​ຂັນ.

      ແຕ່​ເມື່ອ​ນັກ​ຂ່າວ​ຜູ້​ນີ້​ຄວ່າຫາຫຼຽນກາ ແຕ່​ຊອກ​ໄດ້​ຫຼຽນ​ກາ​ທຳ​ມະ​ດາ​ຫຼຽນ​ໜຶ່ງ, ລາວ​ຮູ້​ສຶກວ່າ​ບໍ່​ງາມ​ປານ​ໃດ ກໍ​ເລີຍ​ໄດ້​ຖ່າຍ​ຮູບ​ປິ່ງ​ຕຸ່ນ​ຕຸ່ນ​ໃຫ້​ລູກ​ສາວ​ຕົນເອງ​ເບິ່ງ. ຜ່ານການ​ລົມ​ກັນ​ແລ້ວ​ ນາງ​ຢາງ​ຊິ່ນ​ຊື່​ຈຶ່ງ​ໄດ້​ຮູ້​ວ່າ​ ນັກ​ຂ່າວ​ຜູ້​ນີ້​ມາ​ຈາກອາ​ເມ​ນີ, ລາວໄດ້ອອກ​​ຈາກ​ບ້ານ​ເປັນ​ເວ​ລາ​ດົນ​ ຈຶ່ງ​ຄິດ​ຮອດ​ບ້ານ ​​ແລະ​ຄອບ​ຄົວ​ຫຼາຍ.
 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_44444

      ເມື່ອ​ໄດ້​ເຫັນ​ຄວາມ​ຄິດ​ຮອດ​ທີ່​ຈິງ​ໃຈ​ ໂດຍຜ່ານ​ສາຍ​ຕາ​ຂອງ​ພໍ່​ຜູ້​ນີ້, ນາງຢາງ​ຊິ່ນ​ຊື່ ເລີຍ​ມອບ​ຫຼຽນ​ກາ​ປິ່ງ​ຕຸ່ນ​ຕຸ່ນ​ຂອງ​ຕົນ​ ໃຫ້ເປັນຂອງ​ຕ້ອນ​ແກ່​ນັກ​ຂ່າວ​ຕ່າງ​ປະ​ເທດ​ຜູ້​ນີ້ ແລະ​ຫວັງ​ໃຫ້​ລາ​ວ​​ສົ່ງ​ຕໍ່​ຄວາມອວຍ​ພອນ ແລະມິດຕະພາບ​ຈາກ​ເອື້ອຍອ​າ​ສາ​ສະ​ໝັກ​ຈີນ ​ທີ່​ມີ​ຕໍ່​ນ້ອງ​ສາວ​ທີ່​ຢູ່​ແດນໄກ. ນາງຢາງ​ຊິ່ນ​ຊື່ຍັງ​ໄດ້ສັນຍາກັບ​ນັກ​ຂ່າວ​ຜູ້​ນີ້​ວ່າ: ​ຢ່າ​ລືມ​ຖ່າຍ​ຮູບ​ທີ່​ລູກ​ລາວ​ໃສ່​ປິ່ງ​ຕຸ່ນ​ຕຸ່ນ​ໃຫ້​ຕົນ​ເບິ່ງ. ນັກ​ຂ່າວ​ຈາກ​ອາ​ເມ​ນີ​ຜູ້​ນີ້​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຂອງ​ຕົນ​ດ້ວຍພາ​ສາ​ອັງ​ກິດ “very”ຫຼາຍ​ເທື່ອ.
 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_444444

      ນາງຢາງ​ຊິ່ນ​ຊື່ ແລະ​ອາ​ສາ​ສະ​ໝັກ​ຜູ້​ອື່ນໆ​ ຖ່າຍ​ຮູບ​ຮ່ວມ​ກັບ​ນັກ​ຂ່າວ​ຈາ​ກ​ອາ​ເມ​ນີ

      ວັນ​ທີ 19 ກຸມ​ພາ​ຜ່ານ​ມາ​, ເປັນ​ວັນ​ການ​ແຂ່ງ​ຂັນ​ວັນ​ສຸດ​ທ້າຍ​ຢູ່​ໃນ​ຫໍ​ສ​ະ​ເກັດຄວາມ​ໄວ​ແຫ່ງ​ຊາດ. ສິ່ງ​ທີ່​ຄາດ​ຄິດບໍ່ເຖິງ​ຄືນັກ​ຂ່າວ​ອາ​ເມ​ນີ​ໄດ້​ມາ​ເຖິງ​ສະ​ຖານ​ທີ່​ນີ້ອີກ. ລາວ​ມາ​ຫາ​ນາງຢາງ​ຊິ່ນ​ຊື່ໂດຍສະ​ເພາະ. ລາວ​ໄດ້​ເອົາ​ຂອງ​ຂວັນ​ມາ​ຕ້ອນ​ໃຫ້​ນາງຢາງ​ຊິ່ນ​ຊື່​ ແລະ​ເວົ້າດ້ວຍ​ຄວາມ​ຕື່ນ​ເຕັ້ນ​ ແລະ​ສຽງ​ດັງໆ​ວ່າ: “ຂອບ​ໃຈ​ຂອງ​ຕ້ອນຂອງ​ເຈົ້າ, ນີ້​ແມ່ນ​ຫຼຽນ​ກາ​ຂອງ​ປະ​ເທດ​ຂ້ອຍ, ຕ້ອນ​ໃຫ້​ເຈົ້າ!”
 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_4444444

      ຮູບຫຼຽນ​ກາ​ງານ​ກິ​ລາ​ໂອ​ລິມ​ປິກ​ຂອງ​ອາ​ເມ​ນີ

 

      ຄວາ​ມ​ຝັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວບັນ​ລຸ​ຜົນ​ເປັນ​ຈິງ

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_44444444

      ໃນ​ຖັນ​ແຖວ​ຜູ້​ອາ​ສາ​ສະ​ມັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ຍັງ​ມີ​ນັກ​ສຶກ​ສາ​ຕ່າງ​ປະ​ເທດທີ່​ຮຽນ​ຢູ່​ຈີນ​ຈຳ​ນວນ​ໜຶ່ງ. ນາງຊຸນ​ຕາ​ນາ ຕາ​ໂຮ​ມີ​ນາ (ຊື່​ຈີນ: ທາວ​ທ່ຽນ) ເປັນນັກ​ສຶກ​ສາ​ບັງ​ກະ​ລາ​ເດັດ​ທີ່​ຮຽນ​ວິ​ຊາ​ວິ​ທະ​ຍາ​ສາດ ​ແລະ​ເຕັກ​ນິກ​ຄອມ​ພິວ​ເຕີ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ-ການ​ຊ່າງ​ປັກ​ກິ່ງ​ຂອງ​ຈີນ, ທັງ​ເປັນ “​ຜູ້​ບໍ​ລິ​ຫານ” ແລະ​ທັງ​ເປັນ “​ນາຍ​ພາ​ສາ”.

      ​ນາງຊຸນ​ຕາ​ນາ ຕາ​ໂຮ​ມີ​ນາ ໄດ້​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ ​ແລະ​ປົກ​ປັກ​ຮັກ​ສາ​ອຸ​ປະ​ກອນທີ່​ສູນ​​ສື່ມວນ​ຊົນກຽມ​ໄວ້​ໃຫ້​ນັກ​ຂ່າວ​ຢູ່​ລານ​ສະ​ກີໂດດໂສ້ວ​ກ່າງ. ນອກ​ນີ້, ນາງ​ຍັງ​ສາ​ມາດ​ເວົ້າ 8 ພາ​ສາ​ໄດ້​ເຊັ່ນ ພາ​ສາ​ບັງ​ກະ​ລາ​ເດັດ, ພາ​ສາ​ຈີນ, ພາ​ສາ​ເຢຍ​ລະ​ມັນ, ພາ​ສາ​ຮິນ​ດີ, ພາ​ສາ​ອາ​ຣັບ​ແລະ​ອື່ນໆ. ເມື່ອ​ໄດ້​ພົບ​ໃຜ​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ແລກ​ປ່ຽນ​ຍ້ອນ​ບໍ່​ຮູ້​ພາ​ສາ, ນາງ​ຈະ​ໄປ​ຊ່ວຍ​ແປ​ພາ​ສາ​ດ້ວຍ​ຄວາມ​ຈູບ​ຈ້າວຫ້າວຫັນ.

      ການ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແມ່ນ​ຄວາມ​ຝັນ​ຂອງ​ນາງຊຸນ​ຕາ​ນາ ຕາ​ໂຮ​ມີ​ນາ. ຈາກ​ສະ​ເໜີ​ຊື່​ຜ່ານ​ທາງ​ອິນ​ເຕີ​ເນັດ​ ຈົນເຖິງການ​ບັນ​ລຸ​ຄວາມ​ຝັນ​ຂອງ​ຕົນ, ນາງ​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: “ຄວາມ​ຕື້ນ​ເຕັ້ນ​ໃນ​ໃຈ ​ບໍ່​ມີພາ​ສາໃດທີ່ຈະມາບັນຍາຍ​ໄດ້.” ເນື່ອງ​ຈາກ​ສາ​ເຫດ​ດ້ານ​ດິນ​ຟ້າ​ອາ​ກາດ, ນາງຊຸນ​ຕາ​ນາ ຕາ​ໂຮ​ມີ​ນາ​ມັກ​ຫິ​ມະ​ຫຼາຍ​ແຕ່ບໍ່​ເຄີຍ​ໄດ້​ເຫັນ​ຫິ​ມະ​ຕົກ​ຢູ່​ບ້ານ​ເກີດ​ຂອງ​ຕົນ. ນາງ​ເວົ້າ​ວ່າ: “ໂອ​ກາດ​ທີ່​ໄດ້​ເປັນ​ຜູ້​ອາ​ສາ​ສະ​ໝັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແມ່ນ​ໂອ​ກາດ​ທີ່​ດີ​ທີ່​ສຸດ ສໍາລັບຕົນເອງ​ທີ່ໄດ້ໄປ​ສຳ​ຜັດ​ກັບ​ຫິ​ມະ ​ແລະ​ນ້ຳ​ກ້ອນ​. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຍັງ​ເໝືອນ​ດັ່ງແສງ​ສະ​ຫວ່າງທີ່​ໄດ້​ສາດສ່ອງໄປ​ທົ່ວ​ປະ​ເທດ​ຈີນ​ ທີ່​ກໍາລັງ​ພັດ​ທະ​ນາ ​ແລະ​ຈະ​ເລີນ​ຢູ່. ຍັງໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ໃຫ້​ແກ່​ໂລກ ​ໃນສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄດ້​ສ້າງ​ຄວາມ​ອົບ​ອຸ່ນ​ ແລະ​ເຊີດ​ຊູ​ໃຈ​ໃຫ້​ແກ່ຊາວ​ໂລກ.”

 

ອາ​ສາ​ສະ​ໝັກທັງຫຼາຍ! ຂອບ​ໃຈ​ພວກ​ເຈົ້າ.
ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_444444444

    ໃນ​ພິ​ທີ​ປິດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກຸມ​ພາ​ນີ້, ທ່ານ ໂທ​ມັ​ສ ບັກ​ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ບັນ​ດາ​ອາ​ສາ​ສະ​ໝັກ, ທັງ​ເວົ້າ​ດ້ວຍ​ພາ​ສາ​ຈີນ​ວ່າ: “​ອາສາ​ສະ​ໝັກທັງຫຼາຍ! ຂອບ​ໃຈ​ພວກ​ເຈົ້າ.” ໃນ​ໄລ​ຍະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​, ໄດ້​ມີ​​ອາ​ສາ​ສະ​ໝັກ 1,8 ໝື່ນ​ຄົນ​ເຂົ້າ​ຮ່ວມ​ໃຫ້​ບໍ​ລິ​ການ​ໃນ​ສະ​ຖານ​ທີ່​ຈັດ​ການ​ແຂ່ງ​ຂັນ ແລະອາ​ສາ​ສະ​ໝັກ 2 ແສນ​ຄົນ​ເຂົ້າ​ຮ່ວມ​ການ​ບໍ​ລິ​ການ​ໃນ​ເມືອງ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_4444444444

 ຄຽງ​ຄູ່​ກັບ​ງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ອັດ​ລົງ​ຢ່າງ​ເປັນ​ທາງ​ການ, ສະ​ມາ​ຊິກ​ຄະ​ນະ​ນັກ​ກິ​ລາ​ຕ່າງ​ປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢູ່​ຈີນ ​ລ້ວນ​ແຕ່​ໄດ້​ພິມ​ບົດ​ຄວາມ​ອຳ​ລາ​ລົງ​ສື່​ສັງ​ຄົມ​ອອນ​ລາຍ. ວັນ​ທີ 20 ກຸມ​ພາ​ນີ້, ທ່ານອັດ​ຄິນ​ຊອນ ​​ສະ​ມາ​ຊິກຄະ​ນະ​ນັກ​ກິ​ລາ​ອາ​ເມ​ຣິ​ກາ​ໄດ້​ໂພ​ດ​ຮູບ​ຖ່າຍຮ່ວມ​ກັບ​ອາ​ສາ​ສະ​ມັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃນ​ສື່​ສັງ​ຄົມ​ອອນ​ລາຍ ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ເຂົາ​ເຈົ້າ​ໃນ​ໄລ​ຍະ​ນີ້. ​ລາ​ວ​ຂຽນ​ວ່າ: “ຂອບ​ໃຈ​ບັນດາ​ອາ​ສາ​ສະ​ໝັກ​ທັງ​ຫຼາຍ. ຂອບ​ໃຈພວກ​ເຈົ້າ​ທີ່ເຮັດ​ວຽກ​ໝົດ​ທຸກ​ຢ່າງເພື່ອ​ພວກ​ເຮົາ​ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້.”

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_411111

 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_42222

ນາງຈິ​ນະ​ມິ ໂຢະ​ຊິ​ດະ ນັກ​ກິ​ລາ​ເຄີ​ລີງຂອງ​ຍີ່​ປຸ່ນ​ໄດ້​ໂພ​ດ​ຮູບ​ຖ່າຍ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ພ້ອມ​ທັງ​ຂຽນ​ວ່າ: “ອາ​ສາ​ສະ​ໝັກ​ໃນ​ບ້ານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ພະ​ຍາ​ຍາມ​ຊວ້ານ​ຫິ​ມະ​ແຕ່​ເຊົ້າ, ອາ​ກາດ​ໜາວ​ຫຼາຍ, ຂອບ​ໃຈ​ພວກ​ເຈົ້າ​ຫຼາຍໆ.” ນາງ​ຍັງ​ໄດ້​ຂຽນ​ດ້ວຍ​ພາ​ສາ​ຈີນ​ວ່າ “ເຊ້ຍ​ເຊ້ຍ”, ແປ​ວ່າ​ຂອບ​ໃຈ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_43333

 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_455555

​ໃນ​ຂະ​ນະ​ທີ່​ໄດ້​ຮັບ​ຄວາມ​ຂອບ​ໃຈ​ຈາກ​ນັກ​ກິ​ລາ, ນາງຊຸຍ​ເຈ່ຍ​ທົງ ອາ​ສາ​ສະ​ໝັກ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ສື່​ສານ​ຈີນ​ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ສະ​ໝັກ​ໃຫ້ການ​ບໍ​ລິ​ການ​ໃນ​ເມືອງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ປະ​ສົບ​ການ​ອັນ​​ພິ​ເສດ ​ທີ່​ໄດ້ໃຫ້​ບໍ​ລິ​ການ​​ແກ່​ເພື່ອນ​ມິດ​ຈາກ​ບັນ​ດາ​ປະ​ເທດ​ໃນ​ຄັ້ງ​ນີ້. ນາງ​ໄດ້​ພິມ​ບົດ​ຄວາມ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: “ປັກ​ກິ່ງ​ໃນ​ປີ 2022, ພວກ​ເຮົາ​ໄດ້​ພົບກັນ​ທັງໂລກ​ອີກ​ເທື່ອ​ໜຶ່ງ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ, ດິນ​ແດນ​ທີ່​ອັດ​ສະ​ຈັນ​ແຜ່ນ​ນີ້​ ກໍ​ຈະ​ກາຍ​ເປັນ​ສະ​ຖານ​ທີ່​ທີ່​ສວຍ​ງາມກວ່າ​ເກົ່າ​ຍ້ອນ​ຄວາມ​ຝັນ​ທີ່ມຸ່ງໝັ້ນຂອງ​ບັນ​ດາ​ທ່ານ, ພວກ​ເຮົາທຸກຄົນ​​ຈະ​ບໍ່​ທໍ້​ຖອຍ​ແມ່ນແຕ່ບາດກ້າວດຽວ.”

ເມື່ອ 14 ປີ​ກ່ອນ, ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ໄດ້​ບັນ​ລະ​ຍາຍ​ເຖິງ​ຍຸກ​ສະ​ໄໝ​ທີ່​ຈີນ​ເປີດ​ປະ​ຕູ​ ແລະ​ຫັນ​ໜ້າ​ສູ່​ໂລກ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ​ພາຍ​ໃຕ້​ວິ​ໄສ​ທັດ“ໂລກ​ດຽວ​ກັນ, ຄວາມ​ຝັນ​ດຽວ​ກັນ”. ​ຫຼັງຈາກນັ້ນ 14 ປີ, ວິ​ໄສ​ທັດ “ກ້າວ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ” ໄດ້​ສະ​ແດງ​ໃຫ້​ຊາວ​ໂລກ​ໄດ້​ເຫັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ອີກ​ເທື່ອ​ໜຶ່ງ. ບັນ​ດາ​​ຊາວ​ໜຸ່ມອາ​ສາ​ສະ​ໝັກ​ໄດ້​ສ້າງ​ແຮງ​ບັນ​ດານ​ໃຈ​​ຫຼາຍໃຫ້​ແກ່​ມວນ​ຊົນໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ພວກ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ປະ​ສົບ​ການ​ອັນ​​ພິ​ເສດ​ນີ້ ຍັງ​ໄດ້​ຮັບ​ຄວາມ​ຮັກ​ ແລະ​ມິດ​ຕະ​ພາບ​ອີກດ້ວຍ.

 

ຄຳ​ເຫັນ

0