覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິສາຫະກິດອິນເຕີເນັດຈີນເຜີຍແບເລື່ອງທີ່ອາເມຣິກາໂຈມຕີອິນເຕີເນັດຈີນຢ່າງຂະໜາດໃຫຍ່

2022-03-04 11:22:23 cri

ວິສາຫະກິດອິນເຕີເນັດຈີນເຜີຍແບເລື່ອງທີ່ອາເມຣິກາໂຈມຕີອິນເຕີເນັດຈີນຢ່າງຂະໜາດໃຫຍ່_fororder_外交部

ໂດຍແນໃສ່ກໍລະນີທີ່ວິສາຫະກິດອິນເຕີເນັດຈີນໄດ້ເຜີຍແບເລື່ອງທີ່ອາເມຣິກາໂຈມຕີອິນເຕີເນັດຈີນຢ່າງຂະໜາດໃຫຍ່ແລະອື່ນໆ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 3 ມີນານີ້ວ່າ: ຈີນໄດ້ເອົາໃຈໃສ່ຕິດຕາມບົດລາຍງານທີ່ກ່ຽວຂ້ອງ ແລະໄດ້ກ່າວປະນາມ ການເຄື່ອນໄຫວທີ່ບໍ່ຫວັງດີທາງອິນເຕີເນັດເຊິ່ງໄດ້ຖືກເຜີຍແບຢູ່ໃນບົດລາຍງານ, ຈີນເລັ່ງທວງຢ່າງຮຸນແຮງໃຫ້ອາເມຣິກາອະທິບາຍ ທັງຢຸດຕິ ການເຄື່ອນໄຫວແບບນີ້ໃນທັນທີ. ຈີນຈະນຳໃຊ້ມາດຕະການທີ່ຈຳເປັນເພື່ອປົກ ປ້ອງຄວາມປອດໄພທາງອິນເຕີເນັດແລະຜົນປະໂຫຍດຂອງປະເທດຕົນ.
 

 ຕາມຂ່າວແຈ້ງວ່າ:  ວັນທີ 2 ມີນານີ້, ບໍລິສັດ360 ເຊິ່ງເປັນວິສາຫະກິດ ຮັກສາຄວາມປອດໄພທາງອິນເຕີເນັດຂອງຈີນໄດ້ເຜີຍແຜ່ບົດລາຍງານກ່ຽວກັບ ອົງການຮັກສາຄວາມໝັ້ນຄົງແຫ່ງຊາດອາເມຣິກາໄດ້ກໍ່ການໂຈມຕີແບບບໍ່ຈຳແນກເປົ້າຫມາຍໃນທົ່ວໂລກເປັນເວລາເຖິງ 10 ກວ່າປີ, ເຊິ່ງບົດລາຍງານສະບັບນີ້ໄດ້ ເຜີຍແບໃຫ້ເຫັນວ່າອາເມຣິກາໄດ້ສວຍໃຊ້ອາວຸດທາງອິນເຕີເນັດໂຈມຕີທາງອິນເຕີເນັດຕໍ່ເປົ້າໝາຍ 403 ແຫ່ງຢູ່ 47 ປະເທດ ແລະເຂດແຄວ້ນໃນໂລກເຊັ່ນ: ຈີນ, ອັງກິດ, ເຢຍລະມັນ, ຝຣັ່ງ, ຍີ່ປຸ່ນ, ອິນເດຍ, ເບຼຊີນ ແລະອື່ນໆ.
 

ທ່ານວ່າງເວີນປິ່ນຊີ້ອອກວ່າ: ໃນຖານະເປັນ “ຈັກກະພັດແຮກເກີ”ອັນດັບ ໜຶ່ງຂອງໂລກ, ອາເມຣິກາຍັງອ້າງວ່າຕົນເປັນ “ຜູ້ຖືກເຄາະຮ້າຍ” ເພື່ອສ້າງ ຄວາມເຂົ້າໃຈຜິດໃຫ້ກັບປະຊາຄົມໂລກ ໂດຍເຈດຕະນາຢາກເປັນຜູ້ນຳວາລະ ສາກົນກ່ຽວກັບຄວາມປອດໄພທາງອິນເຕີເນັດ. ສິ່ງທີ່ຄວນເອົາໃຈໃສ່ນັ້ນແມ່ນ, ໃນໄລຍະມໍ່ໆມານີ້, ອາເມຣິກາຍັງຖືເອົາການຍົກສູງຄວາມສາມາດດ້ານອິນເຕີເນັດເປັນຂໍ້ອ້າງໃນການເພີ່ມທະວີການຮ່ວມມືດ້ານຄວາມປອດໄພທາງອິນເຕີນັດ ກັບບາງປະເທດໃກ້ຄຽງຈີນ ເຊິ່ງລວມທັງປະເທດໃນພາກພື້ນອາຊີຕາ ເວັນອອກ, ອາຊີຕາເວັນອອກສຽງໃຕ້, ອາຊີໃຕ້ແລະອາຊີກາງ. ຈີນໄດ້ສັງເກດ ເຫັນວ່າ: ອີງຕາມບົດລາຍງານຕ່າງໆຂອງບໍລິສັດຮັກສາຄວາມປອດໄພທາງ ອິນເຕີເນັດຈີນ, ປະເທດຈຳນວນຫຼາຍທີ່ໄດ້ມີການຮ່ວມມືກັບອາເມຣິການັ້ນພັດຍັງ ກາຍເປັນເປົ້າໝາຍໂຈມຕີທາງອິນເຕີເນັດຂອງອາເມຣິກາອີກຊ້ຳ.

ຄຳ​ເຫັນ

0