尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ! ບົດທີ 3 ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?

2022-03-04 17:04:02 cri

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 3  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_3

ກຳ​ລັງ​ທີ່​ເຂັ້ມ​ແຂງ​ທີ່​ສຸດ ຄື ຄວາມ​ມຸ່ງ​ໝັ້ນ
ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 3  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_33

​      ທ້າວ ມາກ​ສປາ​ໂຣດ ນັກ​ກິ​ລາ​ກາ​ນາ​ດາ ​ຄວ້າ​ແຊັມ​ໃນ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ ດ້ວຍ​ສີ​ມື​​ຫຼິ້ນ​ສະ​​ກີ​ແປ້​ນ​ດ່ຽວຂ້າມ​ອຸ​ປະ​ສັກ​ລົງ​ພູ​ເພດ​ຊາຍ.

      ເມື່ອ​ທ້າວ​ຂຶ້ນ​ເວ​ທີ​ຮັບ​ຫຼຽນ​ຄຳ​ຂອງ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ໃນ​ວັນ​ທີ 7 ກຸ​ມ​ພາ​ຜ່ານ​ມາ, ມີ​ຫຼາຍ​ຄົນ​ອາດ​ຈະ​ບໍ່​ຮູ້​ວ່າ ລາວ​ຍັງ​ແມ່ນ​ຜູ້​ອົງ​ອາດ​ກ້າ​ຫານ​ໃນ​ການ​ຕ້ານ​ພະ​ຍາດ​ມະ​ເຮັງ​ຄົນ​ໜຶ່ງ.

      ປີ 2018, ທ້າວ ມັກ​ສ ປາ​ໂຣດ ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ມະ​ເຮັງ, ຖື​ວ່າ​ໂຊກ​ຮ້າຍ​ທີ່​ສຸດ. ລາວ​ເວົ້າ​ວ່າ: “ໃນ​ໄລ​ຍະ​ນັ້ນ, ຂ້ອຍ​ບໍ່​ແນ່​ໃຈ​ວ່າ​ອະ​ນາ​ຄົດ​ຂອງ​ຕົນ​ຈະ​ເປັນ​ຄື​ແນວ​ໃດ, ກ້າມ​ຊີ້ນ​ຂອງ​ຂ້ອຍ​ເລີ່ມ​ຊຸດ​ໂຊມ, ຂ້ອຍ​ບໍ່​ມີ​ແຮງ​ຫຍັງ​ເລີຍ.” ປີ 2019, ທ້າວ ມັກ​ສ ປາ​ໂຣດ ໄດ້​ຮັບ​ການ​ປິ່ນ​ປົວ​ດ້ວຍ​ເຄ​ມີ​ເຖິງ 12 ເທື່ອ. ໃນ​ທີ່​ສຸດ, ​ລາວ​ໄດ້​ເອົາ​ຊະ​ນະ​ໃນ​ການ​ຕໍ່ສູ້ກັບ​ພະ​ຍາດ, ກັບ​ຄືນ​ສູ່​ລານ​ສະ​ກີ​ທີ່​ຕົນ​​ຮັກທີ່​ສຸດ ແລະ​ຄວ້າແຊັມ​ໃນງານກິລາໂອລິມປິກລະດູໜາວຄັ້ງນີ້. ລາວ​ເວົ້າ​ວ່າ: “ແຕ່​ລະ​ເທື່ອ​ທີ່​ຂ້ອ​ຍ​ວາງ​ເກີບຂອງ​ຕົນ​​ລົງໃສ່ແປ້ນ​ສະ​ກີ ລ້ວນ​ແຕ່​ຮູ້​ສຶກວ່າ​ມີ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມັນ​ຫຼາຍກວ່າ​ເມື່ອ​ກ່ອນ.”

      ຄວາມມຸ່ງໝັ້ນ​ທີ່​ບໍ່​ເຄີຍລົດລະ​ຈັກ​ເທື່ອ ໄດ້​ເຮັດ​ໃຫ້​ບັນ​ດາ​ນັກ​ກິ​ລາ​ທ້າ​ທາຍ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ແຂ່ງ​ຂັນ. ​ມວນ​ຊົນໄດ້ເປັນ​ສັກ​ຂີ​ພິ​ຍານ​ຕໍ່​ຄວາມ​ພະ​ຍາ​ຍາມ, ຄວາມ​ມ່ວນ​ຊື່ນ ​ແລະ​ນ້ຳ​ຕາ​ຂອງ​ເຂົາ​ເຈົ້າ​ຢ່າງ​ມີ​ໄຊ. ຢູ່​ໃນ​ແລະ​ນອກ​ສະ​ຖານ​ທີ່​ການ​ແຂ່ງ​ຂັນ, ຂະ​ນະ​ທີ່​ທ້າ​ທາຍ​ຕົນ​ເອງ​ໂດຍ​ບໍ່​ປ່ອຍ​ປະ​ຈັກ​ເທື່ອ, ຂະ​ນະ​ທີ່​ຕື້ນ​ຕັນ​ໃຈ​ໂດຍ​ບໍ່​ສົນ​ໃຈ​ເຖິງ​ຜົນ​ຂອງ​ການ​ແຂ່ງ​ຂັນ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ຂວັນ​ໂອ​ລິມ​ປິກ​ທີ່​ວ່າ “ໄວ​ກວ່າ​ເກົ່າ, ສູງກວ່າ​ເກົ່າ, ເຂັ້ມ​ແຂງກວ່າ​ເກົ່າ, ສາ​ມັກ​ຄີກວ່າ​ເກົ່າ” ຢ່າ​ງ​ມີ​ຊີ​ວິດ​ຊີ​ວາ. ທັງ​ໝົດ​​ເຫຼົ່ານີ້​ຈະ​ກາຍ​ເປັນ​ຄວາມ​ຊົງ​ຈຳ​ທີ່​ປະ​ຈັກ​ຕາ​ທີ່​ສຸດ,  ຈະ​ໄດ້​ຮັບ​ການ​​ບັນ​ທຶກ​ເຂົ້າ​ໃນ​ໜ້າ​ປະ​ຫວັດ​ສາດ​ໂອ​ລິມ​ປິກ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 3  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_333

      ໃນ​ການ​ແຂ່ງ​ຂັນ​ສະ​​ເກັດ​ຟ​ຣີ​ສ​​ໄຕ​ເພດ​ຊາຍ​ດ່ຽວ​ຂອງ​ສະ​​ເກັດລີ​ລາ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ້າວ​ຮະຍຸ ຢຸ​ຈຸ​ຣຸ ນັກ​ກິ​ລາ​ຍີ່​ປຸ່ນ​ບໍ່ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການລົງ​ຫຼິ້​ນ Axel Jump ​ຫຼື 4A, ສຸດ​ທ້າຍ​ຈຶ່ງ​ບໍ່​ໄດ້​ຮັບ​ຫຼຽນ​ຄຳ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູໜາວເປັນ​ຄັ້ງ​ທີ 3 ລຽນ​ຕິດ.

      ທ້າວຮະ​ຍຸ ຢຸ​ຈຸ​ຣຸ ນັກ​ກິ​ລາ​ສະ​​ເກັດລີ​ລາຂອງ​ຍີ່​ປຸ່ນ​ຖືກ​ເອີ້ນ​ວ່າ “ແອວ​ຟ(Elf)ເທິງ​ນ້ຳ​ກ້ອນ” ໄດ້ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃນ​ຄັ້ງ​ນີ້ ໂດຍ​ມີ​ຄວາມ​ຝັນ​ທີ່​ໃຫຍ່​ທີ່​ສຸດ​ນັ້ນ​ກໍ່​ແມ່ນ​ທ້າ​ທາຍ​ການ​ໝູນ 4 ຮອບ​ເຄິ່ງລຽນ​ຕິດ ຫຼື 4A ທີ່​ເປັນ​ຄວາມ​ຈຳ​ກັດ​ຂອງ​ສະ​ມັດ​​ຖະ​ພາບ​ທາງ​ດ້ານ​ຮ່າງ​ກາຍ​ຂອງ​ມະ​ນຸດ, ຍັງ​ບໍ່​ເຄີຍ​ມີ​ນັກ​ກິ​ລາຜູ້​ໃດ​ໄດ້​ສຳ​ເລັດ​ທ່າ​ດັ່ງ​ກ່າວ​ໃນ​ປະ​ຫວັດ​ສາດ. ການທ້າ​ທາຍ 4A ​ແມ່ນ “ພະ​ລັງພາຍ​ໃນທີ່​ເຂັ້ມ​ແຂງ​ທີ່​ສຸດ​” ຂອ​ງ​ລາວ, ພຽງ​ແຕ່ໃນ​ໄລ​ຍະ​ເດືອນ​ມັງ​ກອນ​ຫາ​ເດືອນ​ເມ​ສາ​ຂອງ​ປີ 2021, ລາວ​ກໍໄດ້​ທ້າ​ທາຍຫຼາຍກວ່າ 1 ພັນ​ເທື່ອ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 3  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_3333

      ທ້າວຮະ​ຍຸ ຢຸ​ຈຸ​ຣຸ ນັກ​ກິ​ລາ​ຫຼິ້ນ​ສະເກັດ​ລີ​ລາຂອງ​ຍີ່​ປຸ່ນ​ງົ້ມໜ້າ​ໄຫ້ ​ຫຼັງ​ປະ​ລາ​ໄຊ​ໃນ​ການ​ທ້າ​ທາຍ 4A ​ໃນ​ການ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

      ຫຼັງ​ຈາກ​ນັ້ນ, ທ້າວຮະ​ຍຸ ຢຸ​ຈຸ​ຣຸເວົ້າ​ວ່າ: “ນີ້​ແມ່ນ​ເທື່ອ​ທີ່​ໃກ້​ຈະ​ສຳ​ເລັດ​ ​4A ຫຼາຍທີ່​ສຸດ, ຂ້ອຍ​ບໍ່​ຍອມ.”; “ຂໍ​ໄວ້​ເທື່ອ​ໜ້າ​ເດີ້, ຂ້ອຍ​ບໍ່​ຢາກ​ສິ້ນ​ສຸດ​ດ້ວຍ​ຜົນງານ​​ນີ້. ໃຫ້​ຂ້ອຍ​ເຮັດ​ຕໍ່​ເທາະ.”

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 3  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_33333

ຫຼັງ​ຈາກ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີ​ດຕໍ່​ແຮງ​ກັນ 3.000 ແມັດ​ຂອງ​ສະ​ເກັດຄວາມໄວ​ຊ່ອງ​ສັ້ນ​ເພດ​ຍິງ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລ້ວ, ນາງຟ້ານ​ເຂີ້​ຊິ່ນ ນັກ​ກິ​ລາ​​ຈີນຄູ້​ເຂົ່າ​ກົ້ມ​ຫົວລົງ​ໜ້າ​ດິນ ​ແລະ​ຈູບ​ໜ້າ​ນ້ຳ​ກ້ອນ.

      ​ນາງຟ້ານ​ເຂີ້​ຊິ່ນ ນັກ​ກິ​ລາ​​ສະ​ເກັດຄວາມໄວ​ຊ່ອງ​ສັ້ນ​ເພດ​ຍິງ​ຂອງ​ຈີນ​ ໄດ້​ເຂົ້າ​ຮ່ວມ​ຄະ​ນະ​ນັກ​ກິ​ລາ​ແຫ່ງ​ຊາດ​ຈີນ​ເປັນ​ເວ​ລາ 12 ປີ, ເຄີຍ​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ 3 ເທື່ອ. ໃນ​ງານກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ນາງ​ຮ່ວມ​ມື​ກັນ​ກັບ​ໝູ່​ຄະ​ນະ ຍາດ​ໄດ້​ຫຼຽນ​ຄຳ​ຂອງ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ​ຕໍ່​ແຮງ​ກັນ 2.000 ແມັດ​ທິມ​ປະ​ສົມ​ ແລະ​ຫຼຽນ​​ທອງ​​ສະ​ເກັດຄວາມໄວ​ຊ່ອງ​ສັ້ນ​ຕໍ່​ແຮງ​ກັນ 3.000 ແມັດ​ເພດ​ຍິງໃນການແຂ່ງ​ຂັນ​ສະ​ເກັດຄວາມໄວ​ຊ່ອງ​ສັ້ນ​​. ນາງ​ເວົ້າ​ວ່າ “ຂ້ອຍ​ພະ​ຍາ​ຍາມ​ເພື່ອ​ໃຫ້ໄດ້​ຫຼຽນ​ຄຳ​ນີ້​ເປັນ​ເວ​ລາ 12 ປີ​ແລ້ວ. ການ​ເຝິກ​ຊ້ອມ​ແຕ່​ລະ​ເທື່ອ, ​ພວກ​ເຮົາ​ລ້ວນ​ແຕ່​ໄດ້​ພະ​ຍາ​ຍາມ​ສຸດ​ຂີດ, ຂະ​ນະ​ນີ້​ຂ້ອຍ​ຮູ້​ສຶກ​ວ່າ ​ທຸກ​ສິ່ງ​ທຸກ​ຢ່າງ​ມັນ​​ຄຸ້ມ​ຄ່າ​ຫຼາຍ.”

ເຖິງວ່າ​ການ​ຍາດ​ໄດ້​ຫຼຽນ​ຄຳ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ກໍຕາມ ແຕ່ຄວາມ​ໝາຍ​ຂອງ​ການ​ຊະ​ນະຕົນ​ເອງ​ບໍ່​ແມ່ນ​ມີ​ພຽງແຕ່​​ທໍ່​ນີ້.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 3  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_333333

      ​ນາງຄ​ລາວ​ເດຍ ເປ​ສ​ຊິ​ສ​ເຕັນ ນັກ​ກິ​ລາ​ຂອງ​ເຢຍ​ລະ​ມັນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສະ​ເກັດ​ຄວາມໄວ​ 3.000 ແມັດ​ເພດ​ຍິງ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ເຊິ່ງປີ​ນີ້​ເປັນ​ເທື່ອ​ທີ 8 ທີ່​​ນາງເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

      ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຄັ້ງ​ນີ້, ​ນາງຄ​ລາວ​ເດຍ ເປ​ສ​ຊິ​ສ​ເຕັນ ອາ​ຍຸ 49 ປີ ເປັນນັກ​ກິ​ລາ​ຍິງ​ທີ່​ມີ​ອາ​ຍຸ​ສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ. ເຖິງວ່າ​ການ​ຈັດ​ອັນ​ດັບ​ຄະ​ແນນ​ຂອງນາງ​ໃນ​ການ​ແຂ່ງ​ຂັນ​ຢູ່​ແຖວ​ສຸດ​ທ້າຍ​ກໍ​ຕາມ ແຕ່​ນາງກໍ​ຮູ້​ສຶກ​ດີ​ໃຈ​ຄື​ເກົ່າ “ຄະ​ແນນ​ບໍ່​ສຳ​ຄັນ​ອີກ​ແລ້ວ, ສິ່ງ​ທີ່​ສຳ​ຄັນ​ແມ່​ນ​ຂ້ອຍ​ໄດ້​ມາ​​ຮ່ວມງານ​ກິ​ລາໂອ​ລິມ​ປິກ ແລະ​ໄດ້​ຮອດ​ຈຸດ​ໝາຍ​ປາຍ​ທາງ​ໃນ​ສຸດ​ທ້າຍ.”

      ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ມີ​ນັກ​ກິ​ລາ​ທີ່​ມີ​ຊື່​ສຽງ​ຫຼາຍຄົນ ແຕ່​ນັກ​ກິ​ລາ​ທີ່​ບໍ່​ມີ​ໂອ​ກາດ​ໄດ້​ຮັບ​ຫຼຽນ​ເຫຼົ່າ​ນັ້ນ​ ຍິ່ງ​ຄວນໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພວກ​ເຮົາ ເພາະ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ມຸ່ງ​ໝັ້ນເຊັ່ນ​ດຽວ​ກັນ​ກັບ​ຜູ້ຊະ​ນະ​ເລີດ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 3  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_33333333

      ໃນ​ຖາ​ນະ​ເປັນ​ນັກ​ກິ​ລາ​ພຽງ​ຄົນ​ດຽວ​ຂອງ​ຄະ​ນະ​ນັກ​ກິ​ລາ​ຟີ​ລິບ​ປິນ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022, ທ້າວອາ​ຊາ ມິວ​ເລີ  ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນສະ​ກີໂຄ້ງ​ໃຫຍ່ພູ​ສູງເພດ​ຊາຍ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 3  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_333333333333333333

ທ້າວອາ​ຣິ​ຟ ໂມ​ຮາ​ມັດ ຄ​​ານ ນັກ​ກິ​ລາ​ອິນ​ເດຍ​ໄດ້​ເຂົ້າ​ຮ່ວມ​​ການ​ແຂ່ງ​ຂັນ​ສະ​ກີ​ໂຄ້ງໃຫຍ່​​ພູ​ສູງເພດ​ຊາຍ.

ປະ​ເທດ​ທີ່​ບໍ່​ມີ​ຫິ​ມະ​ກໍມີ​ຄວາມ​ຝັນ​ແຫ່ງ​ຫິ​ມະ ​ແລະ​ນ້ຳ​ກ້ອນ​ຄື​ກັນ, ນັກ​ກິ​ລາ​ຈາກ​ປະ​ເທດ​​ເຂດ​ຮ້ອນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ເສັ້ນ​ທາງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແຕ່​ບໍ່​ເຄີຍ​ທໍ້​ຖອຍ​ຈັກ​ເທື່ອ ນີ້​ກໍ​ຄື​ກຳ​ລັງ​ແຫ່ງ​ຄວາມມຸ່ງໝັ້ນທີ່​​ເປັນ​ກຳ​ລັງ​ໃຈ​ແກ່​ເຂົາ​ເຈົ້າ ຈຶ່ງ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳໃຈ​ໂອ​ລິມ​ປິກ​ທີ່​ສວຍ​ງາມ ​ຢູ່​ໃນສະ​ຖານ​ທີ່​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ຄຳ​ເຫັນ

0