尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ! ບົດທີ 5 ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?

2022-03-05 13:34:14 cri

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_741646457645_.pic

      ຄວາມ​ມຸ່ງ​ຫວັງ​ເບື້ອງ​ຕົ້ນທີ່​ອົບ​ອຸ່ນ​ທີ່​ສຸດ ຄື ເຕັກ​ນິກ​ວິ​ທະ​ຍາ​ສາດ​ເພື່ອມວນມະນຸດ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ໂລກ
 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_751646457646_.pic

      ວັນ​ທີ 6 ກຸມ​ພາ​ຜ່ານ​ມາ, ຢູ່​ສູນ​ຂ່າວ​ປັກ​ກິ່ງ 2022, ທ່ານ ໂທ​ມັ​ສ ບັກ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ແລະ ທ່ານ ຈ່າງ​ໂຢງ ​​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ ທັງ​ເປັນຫົວ​ໜ້າເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ງານ​​ບໍ​ລິ​ສັດ​ອາ​ລີ​ບາ​ບາ​ໄດ້​ສຳ​ເລັດ​ການມອບ​ທວນ​ໄຟ​ໂອ​ລິມ​ປິກ​ລະ​ດູ​ໜາວ ​ຜ່ານ​ໜ້າ​ຈໍ​ວິ​ດີ​ໂອ​ດຽວ​ກັນ​ທາງ​ອອນ​ລາຍ ​ທັງ​ໄດ້ພ້ອມ​ກັນ​ສົ່ງ​ຄຳ​ອວຍ​ພອນ​ບຸນ​ກຸດ​ຈີນ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​.

      ໃນ​ຄາວ​ນັ້ນ, ທ່ານ ໂທ​ມັ​ສ ບັກ​ ພວມ​ຢູ່​ໃນ​ບ້ານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແບບ​ປິດ ​ເພື່ອ​ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງ​ພະ​ຍາດ​ໂຄວິດ-19. ທ່ານ ຈ່າງ​ໂຢງ ຢູ່​ນະ​ຄອນ​ຊຽງ​ໄຮ້​ທີ່​ເປັນ​ເມືອງ​ໃຫຍ່​ທາງ​ພາກ​ໃຕ້​ຂອງ​ຈີນ ທັງສອງ​ຄົນຢູ່​ຫ່າງ​​ກັນ 1.300 ກິ​ໂລ​ແມັດ. ຍ້ອນ​ເຕັກ​ນິກ Alibaba Cloud Me ເຮັດ​ໃຫ້​ພວກເພິ່ນ​ສາ​ມາດປະ​ກົດ​ໂຕຜ່ານ​ທາງໜ້າ​ຈໍ​ດຽວ​ໄດ້. ທ່ານໂທ​ມັ​ສ ບັກ​ ກ່າວ​ວ່າ: “​ບັດ​ນີ້ພວກ​ເຮົາ​ພວມ​ສຳ​ຜັດ​ກັບ​ສະ​ເໜ່​ຂອງ​ເຕັກ​ນິກ​ການ​ຫັນ​ເປັນ​ແບບ​ດີ​ຈີ​ຕອນ, ເຕັກ​ນິກ​ຂອງ​ບໍ​ລິ​ສັດ​ອາ​ລີ​ບາ​ບາ​ໄດ້​ສ້າງ​ມາດ​ຕະ​ຖານ​ຄົບ​ຊຸດ​ໃໝ່​ໃຫ້​ແກ່​ງານ​ກິ​ລາ​ໂອ​ລິມ​ປິກ ພ້ອມ​ທັງ​ໄດ້​ຍົກ​ລະ​ດັບ​ໃໝ່​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.”

      ມີ​ຄົນ​ເວົ້າ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແມ່ນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ໜຶ່ງ​ທີ່​ມີ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ກ້າວ​ໜ້າ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ໂອ​ລິມ​ປິກ. ຄ​ລາວ​ຄອມ​ພິວ​ຕິງ(cloud computing), ປັນ​ຍາ​ປະ​ດິດຫຼື AI, ເຕັກ​ນິກ VR, ເຕັກ​ນິກ 5G​ ແລະ​ເຕັກ​ນິກອື່ນໆ, ຄຳ​ສັບ​ດ້ານ​ເຕັກ​ນິກ-ວິ​ທະ​ຍາ​ສາດ​ເຫຼົ່າ​ນີ້​​ທີ່​ເບິ່ງ​ຄື​ບໍ່​ເຂົ້າ​ໃຈ​, ແຕ່ພັດໄດ້ສົ່ງລັດ​ສະ​ໝີ​ໃຫ້​ແກ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວໄດ້ທຸກມູມ​, ສ້າງ​ຄວາມ​ອົບ​ອຸ່ນ​ ແລະ​ຄວາມປະ​ທັບ​ໃຈ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ຢ່າງຄາດຄິດບໍ່ເຖິງ ທັງ​ໄດ້​ສົ່ງ​ທອດສະ​ເໜ່ອັນດຶງດູດໃຈຂອງ​ໂອ​ລິມ​ປິກ​ໃຫ້​ແກ່​ຊາວໂລກ. “ເຕັກ​ນິກວິ​ທະ​ຍາ​ສາດ​​ເພື່ອ​ມວນມະນຸດ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ໂລກ”, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ມຸ່ງ​ຫວັງ​ເບື້ອງ​ຕົ້ນ​ດ້ານ​ການ​ພັດ​ທະ​ນາ​ເຕັກ​ນິກວິ​ທະ​ຍາ​ສາດ​ຂອງມວນ​ມະ​ນຸດ, ຈະ​ເປັນໂສມ​ໜ້າ​ໃໝ່​ທີ່​ທັນສະໄໝ​ໃນ​ປະ​ຫວັດ​ສາດ​ໂອ​ລິມ​ປິກ​ຢ່າງ​ແນ່ນອນ.

      ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ໂດຍພາຍ​ໃຕ້​ການ​ຂົ່ມ​ຂູ່​ຈາກ​ພະ​ຍາດ​ໂຄວິດ-19, ການ​ຕ້ານ ​ແລະສະກັດກັ້ນ​ພະ​ຍາດ​ໂຄວິດ-19 ແມ່ນ​ໜ້າ​ທີ່​ຕົ້ນ​ຕໍ​ທີ່​ສຳ​ຄັນ. ຫຸ່ນ​ຍົນ​ທີ່​ຊື່​ວ່າ “ເປີ້ນ​ສຽວ​ປາວ” ສາ​ມາດເປັນ​ເຈົ້າ​ການ​ ໃນການກວ

ດຈັບ ແລະ​ວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ​​​ຂອງ​ຄົນໄດ້ ແລະ ຫຸ່ນ​ຍົນ​ຂ້າ​ເຊື້ອ​ດ້ວຍ​ການຜົ່ນຄວັນກໍໄດ້ປະ​ຕິ​ບັດ​ໜ້າທີ່​ຜົ່ນຄວັນ ແລະ​ຂ້າ​ເຊື້ອ​ແບບ​ອັດ​ຕະ​ໂນ​ມັດ​. ຫຸ່ນຍົນດັ່ງກ່າວໄດ້​ກາຍ​ເປັນ​ອຸປະກອນ​ທີ່​ດີ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ຢູ່​ລະ​ຫວ່າງ​ຄົນ​ກັບ​ຄົນ​ຕ້ອງ​ຮັກ​ສາ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມທີ່​ປອດ​ໄພ. ສະ​ນັ້ນ, ພໍ່​ຄົວ​, ພະນັກງານເສີບ ແລະ​ຜູ້​ບໍລິການອື່ນໆ​ທີ່​ເປັນຫຸ່ນ​ຍົນ ​ໄດ້​ກາຍ​ເປັນ​ກຳ​ລັງ​ຕົ້ນ​ຕໍ​ໃນ​ການ​ບໍລິການ​ໃນການ​ຮັບ​ປະ​ທານ​ອາ​ຫານ.
 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_761646457646_.pic

ຫຸ່ນ​ຍົນ “ເປີ້ນ​ສຽວ​ປາວ” ສາ​ມາດ​ ​ເປັນ​ເຈົ້າ​ການໃນການກວດຈັບ ​ແລະ​ວັດ​ແທກ​ອຸນ​ຫະ​ພູມ ​ແລ້ວ​ລາຍ​ງານ​ຕໍ່​ຄະ​ນະຈັດ​ງານ ແລະຍັງ​ສາ​ມາດ​ເຕືອນ​ໃຫ້​ຄົນ​ທີ່​ບໍ່​ໄດ້​ໃສ່​ຜ້າ​ປິດ​ປາກວ່າ: “ຂໍ​ໃຫ່ໃສ່​ຜ້າ​ປິດ​ປາກ​ໃຫ້​ດີ.”
 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_771646457646_.pic

      ຫຸ່ນ​ຍົນ​ຂ້າ​ເຊື້ອ​ດ້ວຍການຜົ່ນຄວັນ, ແຕ່​ລະ​ມື້​ພຽງ​ແຕ່​ຕ້ອງ​ເພີ່ມ​ຢາ​ຂ້າ​ເຊື້ອ​ໃສ່​ໃນ​ຫຸ່ນ​ຍົນ​ລ່ວງ​ໜ້າ ເມື່ອຮອດ​ເວ​ລາ​ທີ່​ກຳ​ນົດ​ໄວ້ ​ຫຸ່ນ​ຍົນ​ກໍສາ​ມາດ​ເລີ່ມ​ເຮັດ​ວຽກ​ໄດ້ ​ແລະ​ປະ​ຕິ​ບັດ​ໜ້າ​ທີ່ຜົ່ນຢາ​ຂ້າ​ເຊື້ອ​ຢູ່​ໃນ​ສະຖານທີ່​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.
 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_821646457646_.pic ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_781646457646_.pic

 ຕຽງ​ສະ​ມາດ​ຢູ່​ໃນ​ບ້ານ​ໂອ​ລິມ​ປິກ​ລະ​ດູ​ໜາວ ​ມີ​ທັງ​ໂມງ​ປຸກ​ທັງ​ສາ​ມາດ​ຫຼຸດຜ່ອນການ​ນອນ​ໂກນ​ໄດ້, ຫ້ອງ​ພັກ​ຜ່ອນ​ສະ​ມາດ​ສຳ​ລັບ​ພະ​ນັກ​ງານ​ສື່ມວນ​ຊົນ ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ບາຍ ​ແລະ​ໃກ້​ຊິດ​ທີ່​ສຸດ ​ເໝືອນ​ດັ່ງ​ຢູ່ໃນ​ເຮືອນ​ຂອງ​ຕົນໃຫ້​ແກ່​ບັນ​ດາ​ນັກ​ກິ​ລາ​ ແລະ​ນັກ​ຂ່າວ​ທີ່​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້. ອຸ​ປະ​ກອນ​ເພີ່ມ​ອຸນ​ຫະ​ພູມ Graphene ທີ່​ກ້າວ​ໜ້າ​ທີ່​ສຸດ​ໄດ້​ນຳ​ເອົາ​ຄວາມ​ອົບ​ອຸ່ນ​ມາ​ໃຫ້​ແກ່​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່​ໃນ​ສະ​ພາບ​ອາ​ກາດທີ່ມີລົມໜາວ ​ແລະ​ຫິ​ມະຕົກ. ຜະ​ລິດ​ຕະ​ພັນ Graphene ໄດ້​ຮັບ​ໃຊ້​ເຂົ້າ​ໃນ​ຫຼາຍ​ຂົງ​ເຂດ​ ເຊັ່ນ ເຄື່ອງ​ນຸ່ງ​ພິ​ທິ​ການ, ຜ້າ​ພັນ​ຄໍ, ຖົງ​ມື ​ແລະ​ຂົງ​ເຂດ​ອື່ນໆ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_811646457647_.pic

ຕຽງ​ສະ​ມາດ​ຢູ່​ໃນ​ບ້ານ​ໂອ​ລິມ​ປິກ​ເຮັດ​ດ້ວຍດອກ​ຝ້າຍ​ທີ່​ມີ​ແຮງ​ດີດ, ມີ​ໂມງ​ປຸກ. ຕຽງ​ສາ​ມາດ​ຂຶ້ນ​ລົງ​ແບບ​ອັດ​ຕະ​ໂນ​ມັດ​ຕາມ​ການຕັ້ງຕ່າ​ທີ່​ກຳ​ນົດ​ໄວ້. ກໍ​ລະ​ນີ​ທີ່ນັກ​ກິ​ລານອນ​ໂກນ​ແລ້ວ, ຕຽງ​ຍັງ​ສາ​ມາດ​ປັບ​ຄວາມ​ສູງ​ຂອງ​ຫົວ​ຄົນ​ໄດ້ ແລະຊ່ວຍ​ຜ່ອນ​ຄາຍ​ສະ​ພາບການນອນ​ໂກນ​ໄດ້ອີກ.   
ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_791646457647_.pic

   ໃນຫ້ອງນອນ​, ຢູ່​ສູນ​ສື່ມວນ​ຊົນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ມີ​ຕຽງ​ສະ​ມາດ​, ສາ​ມາດ​ປັບ​ຂຶ້ນ​​ ແລະລົງ ທັງ​ຫົວ ​ແລະ​ຕີນ​ຕາມ​ໃຈ​ໄດ້. ພ້ອມ​ກັນ​ນັ້ນ​ຍັງ​ມີ​ສະ​ມັດ​ຕະ​ພາບການນວດ, ​ໂມງ​ປຸກ​ແລະ​ອື່ນໆ​ອີກ​ດ້ວຍ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_801646457647_.pic

 

      ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກ້າວ​ໜ້າ​ຊະ​ນິດ​ຕ່າງໆ​ຢູ່​ສະ​ຖານ​ທີ່​ຈັດ​ການ​ແຂ່ງ​ຂັນ​ຍິ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ໂລກ. ຫໍ​ສະ​ເກັດຄວາມ​ໄວ​ແຫ່ງ​ຊາດ​ໄດ້​ນຳ​ໃຊ້​ເຕັກ​ນິກການ​ຜະ​ລິດ​ນ້ຳ​ກ້ອນດ້ວຍ​ກາກບອນດີ​ອອ​ກ​ຊິດ​​ຂະ​ໜາດ​ໃຫຍ່, ໄດ້​ຜະ​ລິດ​“ໜ້າ​ນ້ຳ​ກ້ອນ​ທີ່​ງາມ ​ແລະ​ໄວ​ທີ່​ສຸດ”, ໄດ້​ຊ່ວຍ​ນັກ​ກິ​ລາ​ໄດ້​ຮັບ​ຄະ​ແນນ​ທີ່​ດີ​ຫຼາຍ; ສາມາດເບິ່ງຄືນພາບເຫດການ​ໃນການ​ແຂ່​ງ​ຂັນຈາກ​ກ້ອງ​ຄົບວົງວິວ VR ໄດ້, ​ເຮັດ​ໃຫ້​ວຽກ​ງານ​ການ​ຕັດ​ສິນ​ການ​ແຂ່ງ​ຂັນ​ສະ​ເກັດຄວາມ​ໄວ​ມີ​ຄວາມ​ແມ່ນ​ຢຳ ​ແລະ​ຍຸ​ຕິ​ທຳ​ຫຼາຍກວ່າ​ເກົ່າ. ​ຢູ່ສະ​ຖານ​ທີ່​ຫຼິ້ນ​ສະ​ກີ​ຢູ່ນອກ​ສະ​ໜາມ, ສະ​ມັດ​ຖະ​ພາບ​ດ້ານ​ການ​ກຳ​ນົດຈຸດ​ຖິ່ນ​ຖານ​​ທີ່​ແມ່ນ​ຢຳ​ຂອງ​ລະ​ບົບ​ດາວ​ທຽມ​ນຳ​ທາງ​ເປີຍ​ໂຕ​ ແລະ​ການ​ສົ່ງ​ສັນ​ຍານ​ດ້ວຍ 5G ຢ່າງວ່ອງ​ໄວ​ຂອງ​ຈີນ​ ໄດ້​ກາຍ​ເປັນເຄື່ອງ​ມື​ທີ່​ດີ​ຂອງ​ກໍາ​ມະ​ການ​ ແລະ​ພະ​ນັກ​ງານ. ທັງ​ຊ່ວຍ​ໃຫ້ກໍາມະ​ການ​ຕັດ​ສິນສາ​ມາດ​ຕັດ​ສິນ​ການ​ແຂ່ງ​ຂັນ​ໄດ້ຢ່າງວ່ອງ​ໄວ​, ແມ່ນ​ຢຳ ​ແລະ​ຖືກ​ຕ້ອງ​ໄດ້. ທັງ​​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ນັກ​ກິ​ລາ​ອີກ​ດ້ວຍ.

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_831646457660_.pic

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_851646457660_.pic ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_841646457660_.pic

      ການ​ນຳ​ໃຊ້​ເຕັກ​ນິກ​ທີ່​ກ້າວ​ໜ້າ ​ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້​ສະ​ຖານ​ທີ່​ການ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ​ມີ​ຄວາມ​ປະ​ທັບ​ໃຈ ແລະ​ດີ​ເດັ່ນ​ທີ່​ສຸດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ສ້າງ​ໂອ​ກາດ​ສຳ​ຜັດ​ທາງ​ດ້ານ​​ສາຍ​ຕາ​ ແລະ​ຈິດ​ໃຈ​ອັນ​ມະ​ຫາ​ສານ​ໃຫ້​ແກ່​ຜູ້​ຊົມ​ຢູ່​ໃນ​ໂລກ​ອີກ​ດ້ວຍ. ຢູ່​ສະ​ຖານ​ທີ່​ຈັດ​ພິ​ທີ​ເປີດ​ງານ, ນ້ຳ​ໝຶກ​ສີ​ຟ້າ​ຢອດ​ໜຶ່ງ​ໄດ້​ຕົກ​ລົງ​ຈາກ​ທ້ອງ​ຟ້າ ແລ້ວ​ກາຍເປັນ​​ນໍ້າແມ່​ນ້ຳ​ເຫຼືອງ​ຢ່າງ​ໜ້າ​ງຶດງໍ້ ກໍເໝືອນ​ດັ່ງ​ຮູບ​ແຕ້ມ​ຈີນທີ່​ໄດ້​ແຕ້ມ​ຈົນ​ເຕັມ​ໝົດ​ສະ​ໜາມ​. ປຽບເໝືອນບົດ​ກະ​ວີ​ຂອງ​ທ່ານ ຫຼີ​ປາຍ ນັກ​ກະ​ວີ​ທີ່​ມີ​ຊື່​ສຽງ​​ໃນ​ສະ​ໄໝ​ລາ​ຊະ​ວົງ​ຖັງ​ຂອງ​ຈີນ​ໄດ້​ຂຽນ​​ວ່າ “ນ້ຳ​ແມ່​ນ້ຳ​ເຫຼືອງ​ຕົກ​ຈາກ​ທ້ອງ​ຟ້າ”. ວັດ​ທະ​ນະ​ທຳ​ໄດ້​ເຮັດ​ໃຫ້​ເຕັກ​ນິກ​ວິ​ທະ​ຍາ​ສາດ​ມີ​ຄວາມ​ອົບ​ອຸ່ນຄືແນວໃດ ເຕັກ​ນິກວິ​ທະ​ຍາ​ສາດ​ກໍໄດ້​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ມີ​ກຳ​ລັງ​ທີ່​ເຂັ້ມ​ແຂງຄືແນວນັ້ນ. ເມື່ອສິ່ງ​ດີ​ງາມ​ເປັນ​ເວ​ລາພັນ​ປີ​ທີ່​ແຝງ​ໄວ້​ຢູ່​ໃນ​ບົດ​ກະ​ວີ​ ແລະ​ຄວາມ​ຝັ​ນ​ນັ້ນໄດ້​ປາກົດເປັນຈິງ​ ແລະ​ປະ​ກົດ​ຕົວຢູ່​ຕໍ່​ໜ້າ​ມວນມະ​ນຸດ​ແລ້ວ ຊາວ​ໂລກ​ລ້ວນ​ແຕ່​ຈະ​ມີ​ຄວາມ​ໝັ້ນ​ໃຈ​ ແລະ​ຄວາມ​ມຸ່ງ​ຫວັງ​ຕໍ່​ອະ​ນາ​ຄົດ​ຂອງ​ໂລກ.
ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_871646457661_.pic ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_861646457661_.pic

 

ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_881646457661_.pic

     ຢູ່​ໃນ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ການ​ສະ​ແດງ “ນ້ຳແມ່​ນ້ຳ​ເຫຼືອງ​ຕົກ​​ຈາກ​ທ້ອງ​ຟ້າ” ຢ່າງ​​ໃຫຍ່​ໂຕ​ມະ​ໂຫລານ ແມ່ນ​ຍ້ອນ​ມີ​ລະ​ບົບສາຍ​ຮູບ​ເງົາຈາກພາກໜ້າ​ດິນ​ແລະ​ພາບ​ຄວາມແຈ້ງສູງ​ພິ​ເສດ(UHD) 8K ທີ່​ມີ​ເນື້ອ​ທີ່​ທັງ​ໝົດ​ເຖິງ 10.393 ຕາ​ແມັດ, ບໍ່​ພຽງ​ແຕ່​ມີເນື້ອ​ທີ່​ກວ້າງ​ໃຫຍ່ເທົ່າ​ນັ້ນ, ເຕັກ​ນິກ​ກໍມີ​ຄວາມ​ກ້າວ​ໜ້າ​ໃນ​ລະ​ດັບ​ສາ​ກົນ.
ໂຊກ​ດີ​ຫິ​ມະ, ພົບ​ກັນ​ໃໝ່​ຫິ​ມະ!  ບົດທີ 5  ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ແກ່​ພວກ​ເຮົາ?_fororder_891646457661_.pic

      ໃນ​ພິ​ທີ​ເປີດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ເດັກ​ນ້ອຍ​ທີ່​ຖື​ນົກ​​ສັນ​ຕິ​ພາບ​ແລ່ນຕາມ​ຫິ​ມະ​ທີ່​ປີວ​ລົງ​ມາ​ໃນສະ​ໜາມ​ທີ່​ມີ​ເນື້ອ​ທີ່ 1 ໝື່ນກວ່າ​ຕາ​ແມັດ ເຊິ່ງ​ໄດ້​ສ້າງ​ໂລກ​ທີ່​ມີ​ຄວາມ​ມ່ວນ​ຊື່ນ​ ແລະຄວາມ​ອົບ​ອຸ່ນ​ໃຫ້​ແກ່​ຄົນ​ທັງ​ຫຼາຍ. ຫິ​ມະ​ທີ່ຢູ່​ໃຕ້​ຕີນ​ຂອງ​ເດັກ​ນ້ອຍ​ແຕ່​ລະ​ຄົນ​ແມ່ນ​ໄດ້​ປະ​ດິດ​ສ້າງ​ອອກ​ມາດ້ວຍ​ເຕັກ​ນິກ​ Interaction Design. ໃນຂະ​ນະ​ດຽວ​ກັນ​​ຍັງໄດ້​ໃຊ້​ເຕັກ​ນິກ​ຕິດ​ຕາມ 600 ກວ່າ​ຄົນ ນີ້​ແມ່ນ​ການ​ໃຊ້​ເຕັກ​ນິກ​ແບບ​ນີ້​ເປັນຄັ້ງ​ທຳ​ອິດ​ໃນ​ໂລກ.

 

ຄຳ​ເຫັນ

0