覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການເຈລະຈາສັນຕິພາບລະຫວ່າງຣັດເຊຍ-ອູແກຼນຮອບທີ3ຈະຈັດຂຶ້ນໃນວັນທີ 5 ຫຼືວັນທີ 6 ມີນານີ້

2022-03-05 11:52:45 cri

ວັນທີ 4 ມີນານີ້, ທ່ານມີໄຮໂລ ໂປໂດລີຢັກ ທີ່ປຶກສາປະຈຳຫ້ອງການ ປະທານາທິບໍດີອູແກຼນກ່າວວ່າ: ການເຈລະຈາຮອບທີ3ລະຫວ່າງຄະນະຜູ້ແທນ ອູແກຼນແລະຣັດເຊຍຈະຈັດຂຶ້ນໃນວັນທີ 5ຫຼືວັນທີ 6 ມີນານີ້. 
 

 ທ່ານເຈນສ ສະໂຕນເທັນເບີກ ເລຂາທິການໃຫຍ່ອົງການນາໂຕກ່າວຢືນ ຢັນວ່າ: ນາໂຕຈະບໍ່ເຂົ້າຮ່ວມການປະທະກັນລະຫວ່າງຣັດເຊຍກັບອູແກຼນໂດຍກົງ, ສະນັ້ນ, ຈະບໍ່ກຳນົດໃຫ້ມີເຂດຫ້າມບິນຢູ່ນ່ານຟ້າຂອງອູແກຼນຕາມຂໍ້ຮຽກຮ້ອງຂອງອູແກຼນ.
 

 ນອກນີ້, ເວັບໄຊກະຊວງປ້ອງກັນປະເທດຣັດເຊຍໄດ້ລາຍງານວ່າ: ທ່ານເຊີເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍກ່າວເນັ້ນ ໜັກວ່າ: ກອງທັບຣັດເຊຍຈະບໍ່ເປັນໄພຂົ່ມຂູ່ຕໍ່ປະຊາຊົນອູແກຼນ, ແລະກໍຈະບໍ່ທຳລາຍ

ພື້ນຖານໂຄງລ່າງທາງພົນລະເຮືອນ, ເຊິ່ງສອດຄ່ອງກັບກົດໝາຍວ່າດ້ວຍ ມະນຸດສະທຳສາກົນ.ນອກນີ້, ຣັດເຊຍຍັງໄດ້ສ້າງຊ່ອງທາງອົບພະຍົບປະຊາຊົນ ຢູ່ເຂດແຄວ້ນທີ່ກອງທັບຣັດເຊຍໄດ້ຄວບຄຸມໄວ້ແລ້ວ.

ຄຳ​ເຫັນ

0