蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

GDP ຂອງ​ຈີນ​ໃນ​ປີ 2021 ໄດ້​ເພີ່ມ​ຂຶ້ນ 8,1%

2022-03-05 10:45:48 CRI

GDP ຂອງ​ຈີນ​ໃນ​ປີ 2021 ໄດ້​ເພີ່ມ​ຂຶ້ນ 8,1%_fororder_1128439776_16464439513921n

ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ໄຂຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊ​າ​ຊົນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມີ​ນາ​ນີ້, ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ແຫ່ງ ສ​ປ ຈີນ ແລະ ຜູ້​ນຳ​ພັກ​ແລະ​ລັດ​ຖະ​ບານ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ ຈີນ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຕໍ່​ກອງ​ປະ​ຊຸມ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ: ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ຈີນ​ໃນ​ປີ 2021ໄດ້​ບັນ​ລຸ​ເຖິງ 114.000 ຕື້ຢວນ, ເພີ່ມ​ຂຶ້ນ 8,1% ເມື່ອ​ທຽບ​ໃສ່​ປີ 2020. ລາຍ​ຮັບ​ການ​ເງິນ​ທົ່ວ​ປະ​ເທດ​ໄ​ດ້​ບັນ​ລຸຫຼາຍກວ່າ 20.000 ຕື້ຢວນ, ເພີ່ມ​ຂຶ້ນ 10,7%. ​ສາ​ມາດສ້າງວຽກ​ເຮັດ​ງານ​ທຳ​ໃນ​ຕົວ​ເມືອງ​ໄດ້ 12,69 ລ້ານ​ຄົນ, ອັດ​ຕາ​ຫວ່າງ​ງານ​ສະ​ເລ່ຍ​ຕາມ​ການ​ສຳຫຼວດ​ໃນ​ຕົວ​ເມືອງ​​ແມ່ນ 5,1%. ລາ​ຄາ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຂອງ​​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ 0,9%. ລາຍ​ຮັບ​ແລະ​ລາຍ​ຈ່າຍ​ກັບ​ສາ​ກົນ​ສາ​ມາດ​ຮັກ​ສາ​ຄວາມ​ດຸນ​ດ່ຽງ​ໄດ້ໂດຍ​ພື້ນ​ຖານ.

ຄຳ​ເຫັນ

0