黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ນົດ​ເອົາ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ປີ 2022 ໃຫ້​ຢູ່​ໃນ​ລະ​ດັບ 5,5%

2022-03-05 10:53:46 cri

ຕອນ​ເຊົ້າ​ວັນ​ທີ 5 ມີ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ໃນ​ເວ​ລາ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນຕໍ່​ກອງ​ປະ​ຊຸມ, ທ່ານ​ຫຼີ້​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ຕົ້ນ​ຕໍ​ໃນ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ປີ​ນີ້, ໃນ​ນັ້ນ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ຈີນ​ຈະ​ໃຫ້​ເຕີບ​ໂຕ​ປະ​ມານ 5,5%.

ທ່ານ​ຫຼີ້​ເຄີ້​ສຽງ ກ່າວ​ວ່າ: ການ​ຕັ້ງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິ​ດ​ດັ່ງ​ກ່າວ, ຕົ້ນ​ຕໍ​ແມ່ນ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຕ້ອງ​ການ​ໃນ​ການ​ຮັບ​ປະ​ກັນ​ການ​ມີ​ວຽກ​ເຮັດ​ງານ​ທຳ, ການ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຂັ້ນ​ພື້ນ​ຖານ​ແລະ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ສ່ຽງ. ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ພິ​ຈາ​ລະ​ນາ​ໃນ​ການ​ເຊື່ອມ​ສານ​ຈັງ​ຫວະ​ຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ສະ​ເລ່ຍ​ໃນ​ສອງ​ປີ​ຜ່ານ​ມາ​ແລະ​ເປົ້າ​ໝາຍ​ເຕີບ​ໂຕ​ຂອງ “ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສົງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14”. ທ່ານ​ຫຼີ້​ເຄີ້​ສຽງ​ໄດ້​ເປີດ​ເຜີຍ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: ນີ້​ແມ່ນ​ຈັງ​ຫວະ​ການ​ເຕີບ​ໂຕ​ທີ່​ມີ​ຄວາມ​ໄວ​ສູງ​ປານ​ກາງ​ບົນ​ພື້ນ​ຖານ​ຕົວ​ເລກ​ຈັງ​ຫວະ​ການ​ເຕີບ​ໂຕ​ໃນ​ລະ​ດັບ​ສູງ​ຂອງ​ປີ​ຜ່ານ​ມາ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ຈີນ​ຢ່າງ​ເປັນ​ເຈົ້າ​ການ, ເພື່ອ​ຢາກ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມ​ທີ່​ລະ​ບາກ.

ອີງ​ຕາມ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ສະ​ບັບ​ນີ້, ເປົ້າ​ໝາຍ​ຕົ້ນ​ຕໍ​ໃນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ໄລ​ຍະ​ຕໍ່​ໄປ​ຍັງ​ລວມ​ມີ: ການ​ເພີ່ມ​ໂອ​ກາດ​ການ​ມີ​ວຽກ​ເຮັດ​ງານ​ທຳ​ຢູ່​ຕົວ​ເມືອງ​ໃຫ້​ໄດ້​ຫຼາຍກວ່າ 11 ລ້ານ​ຕຳ​ແໜ່ງ​ງານ, ອັດ​ຕາ​ຫວ່າງ​ງານ​ຂອງ​ຕົວ​ເມືອງ​ຈະ​ໃຫ້​ຢູ່​ໃນ​ລະ​ດັບ 5,5%, ລາ​ຄາ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຂອງ​ປະ​ຊາດ​ຊົນ​ຈະ​ເພີ່ມ​ຂຶ້ນ​ປະ​ມານ 3%.

ຄຳ​ເຫັນ

0