吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຢຍ​ລະ​ມັນຈະບໍ່​ພິ​ຈາ​ລະ​ນາ​ເລື່ອງ​ທີ່ໃຫ້​ອູ​ແກຼນ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ

2022-03-05 11:40:10 cri

ເຢຍ​ລະ​ມັນຈະບໍ່​ພິ​ຈາ​ລະ​ນາ​ເລື່ອງ​ທີ່ໃຫ້​ອູ​ແກຼນ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ_fororder_微信图片_20220305113948

​    ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ຊ່ອງ 2 ຂອງ​ໂທ​ລະ​ພາບ​ເຢຍ​ລະ​ມັນ​ໃນ​ວັນ​ທີ 3 ມີ​ນາ​ນີ້, ທ່ານ​ໂອ​ລາ​ຟ ໂຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ກ່າວ​ວ່າ: ປັດ​ຈຸ​ບັນນີ້​ບໍ່​ແມ່ນ​ເວ​ລາ​ທີ່​ເໝາະ​ສົມ​ທີ່​ຈະ​ພິ​ຈາ​ລະ​ນາ​ເລື່ອງ​ທີ່​ໃຫ້​ອູ​ແກຼນ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ. ສະ​ຫະ​ພາບ​ເອີ​ຣົບ​ເປັນ​ປະ​ຊາ​ຄົມ​ທີ່​ມີ​ກົດ​ເກນ, ການ​ເຂົ້າ​ເປັນ​ສະ​ມາ​ຊິກ​​ຕ້ອງ​ມີ​ເງື່ອນ​ໄຂ. ທ່ານ​ກ່າວ​ຕື່ມ​ວ່າ: ເລື່ອງ​ທີ່​ສຳ​ຄັນ​ໃນ​ປັດ​ຈຸ​ບັນ​ນີ້​ແມ່ນ​ສະ​ກັດ​ກັ້ນ​ບໍ່​ໃຫ້​ການ​ປະ​ທະ​ກັນ​ຢູ່​ອູ​ແກຼນ​ຮຸນ​ແຮງ​ຂຶ້ນ​ຕື່ມ.

    ​ວັນ​ທີ 1 ມີ​ນາ​ນີ້, ທ່ານ​ວະ​ລາ​ດີ​ເມຍ ເຊ​ເລັນ​ສ​ກີ ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນໄດ້​ຮຽກ​ຮ້ອງ​ອີກ​ຄັ້ງ​ໜຶ່ງ​ໃຫ້​ສະ​ຫະ​ພາບ​ເອີ​ຣົບ​​ຮັບ​ເອົາ​ອູ​ແກຼນເຂົ້າ​ເປັນ​ສະ​ມ​າ​ຊິກ​ສະ​ຫະ​ພາບ​ເອີ​ຣົບ.

ຄຳ​ເຫັນ

0