秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການເປີດປະຕູສູ່ພາຍນອກຂອງຕະຫຼາດໃຫຍ່ຂອງຈີນ ຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ກັບວິສາຫະກິດຕ່າງປະເທດຢ່າງແນ່ນອນ

2022-03-05 11:14:11 cri

ບົດ​ລາຍ​ງານວຽກ​ງານ​ລັດ​ຖະ​ບານ​ຈີນທີ່​ເປີດ​ເຜີຍ​ໃນ​ວັນ​ທີ 5 ມີ​ນາ​ນີ້​ໄດ້​ກ່າວ​ເຖິງວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ປີ 2022 ໂດຍ​ໄດ້ລະ​ບຸ​ວ່າ: ຕ້ອງ​ນຳ​ໃຊ້​ການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ຢ່າງ​ຕັ້ງ​ໜ້າ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຕະຫຼາດ​ໃຫຍ່​ຂອງ​ຈີນ ຈະ​ສ້າງ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ກັບ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ໃນ​ການ​ພັດ​ທະ​ນາທຸ​ລະ​ກິດຢູ່​ຈີນຢ່າງ​ແນ່ນອນ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ລະ​ບຸ​ວ່າ: ຕ້ອງ​ສົ່ງ​ເສີມ​ການ​ເປີດກວ້າງ​ຂົງ​ເຂດ​ການລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​​ໃຫ້ເພີ່ມ​ທະ​ວີ​ການ​ລົງ​ທຶນ​ໃນ​ອຸດ​ສາ​ຫະ​ກຳການ​ຜະ​ລິດ​ລະ​ດັບ​ກາງ ແລະ​ລະ​ດັບ​ສູງ, ການ​ຄົ້​ນ​ຄວ້າ​ການ​ຜະ​ລິດ, ການ​ບໍ​ລິ​ການ​ທີ່ທັນ​ສະ​ໄໝ ແລະ​ອື່ນໆ, ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່​ພາກ​ກາງ, ພາ​ຕາ​ເວັນ​ຕົກ ແລະ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ. ​ປັບ​ປຸງ​ການ​ບໍ​ລິ​ການ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ, ຊຸກ​ຍູ້​ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ​ໃຫ້​ສາ​ມາດ​ປະ​ຕິ​ບັດ​ຕົວ​ຈິງ​​ໄດ້ໂດຍ​ໄວ. ຊຸກ​ຍູ້​ການສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ ແລະ​ທ່າ​ກຳ​ປັ່ນ​ການ​ຄ້າ​ເສ​ລີ​ໄຫຫຼຳ​ຢ່າງ​ໜັກ​ແໜ້ນ, ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ​ການ​ປະ​ດິດ​ສ້າງ​ໃໝ່ຢູ່ເຂດ​ພັດ​ທະ​ນາ, ຍົກ​ສູງ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ເຂດ​ພັກ​ສິນ​ຄ້າ​ສັງ​ລວມ, ເພີ່ມ​ຈຸດ​ທົດ​ລອງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ອຸດ​ສາ​ຫະ​ກຳການ​ບໍ​ລິ​ການ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ກ່າວ​ເນັ້ນ​ວ່າ: ຈີນ​ຍິນ​ດີ​ເພີ່​ມ​ທະ​ວີ​ກາ​ນ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ ເພື່ອ​ໃຫ້​ສາ​ມາດໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ. 

ຄຳ​ເຫັນ

0