秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວເນັດຫົວຂວັນຂ່າວປອມທີ່ວ່າ: ສູນລານສະກີໂດດຢູ່ບໍລິສັດຜະລິດເຫຼັກກ້າເກົ່າຂອງນະຄອນຫຼວງປັກກິ່ງເປັນ “ໂຮງງານນິວເຄຼຍ”

2022-03-05 10:58:47 cri

ຫວ່າງ​ມໍ່​ໆ​ມ​​ານີ້, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ​ແລ້ວ ແລະສູນລານ​ສະ​ກີ​ໂດດ​​ຢູ່​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າເກົ່າ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ ກໍ​ໄດ້​ກາຍ​ເປັນ​ສູນ​ລານ​ສະ​ກີ​ໂດດແຫ່ງ​ທຳ​ອິດ​ໃນ​ໂລກ ​ທີ່​ຖືກ​ຮັກ​ສາ​ໄວ້ ແລະ​ຖືກ​ນຳ​ໃຊ້​ແບບ​ຖ​າ​ວອນ. ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ພາບ​ຂອງ​​ສູນລານ​ສະ​ກີ​ໂດດ​​ທີ່ມີ​ທໍ່​ຄວັນ ແລະ​ເຕົາ​ລະ​ບາຍ​ຄວາມ​ຮ້ອນ​ດ້ວຍ​ນ້ຳ ເປັນຫຼັງ​ສາກ​ນັ້ນ ໄດ້​ເຮັດ​ໃຫ້​ນັກ​ກິ​ລາ​ທັງຫຼາຍ​ຮູ້​ສຶກວ່າ​ມັນ​ອັດ​ສະ​ຈັນ​ແທ້ໆ, ແຕ່​ມີ​ສື່ມວນ​ຊົ​ນ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ເລີ່ມ​ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ປອມ​ທີ່​ວ່າ: ສູນລານ​ສະ​ກີ​ໂດດ​​ຢູ່​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​ເກົ່າ​ຂອງນະ​ຄອນຫຼວງ​ປັກ​ກິ່ງເປັນ “ໂຮງ​ງານ​ນິວ​ເຄຼຍ”.

​​ສູນລານ​ສະ​ກີ​ໂດດ​ດັ່ງ​ກ່າວ​ຕັ້ງ​ຢູ່​ສວນ​ອຸດ​ສາ​ຫະ​ກຳ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​ນະ​ຄອນຫຼວງ​ປັກ​ກິ່ງ. ຢູ່​ດ້ານຫຼັງ​ຂອງສູນລານ​ສະ​ກີ​ໂດດ ມີ​ເຕົາ​ລະ​ບາຍ​ຄວາມ​ຮ້ອນ​ດ້ວຍ​ນ້ຳ 4 ເຕົາ ທີ່​ມີ​ຄວາມສູງ 70 ແມັດ, ເປັນ​ອຸ​ປະ​ກອນ​ສ່ວນ​ໜຶ່ງ​ຂອງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​ເກົ່ານະ​ຄອນຫຼວງ​ປັກ​ກິ່ງ ​ເຊິ່ງ​ເມື່ອ​ກ່ອນ​ມັນ​ໄດ້​ສະ​ໜອງ​ນ້ຳ​​ລະ​ບາຍ​ຄວາມ​ຮ້ອນ​ໃຫ້​ກັບ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ດັ່ງ​ກ່າວ. ແຕ່​ປັດ​ຈຸ​ບັນ, ​ສວນ​ອຸດ​ສາ​ຫະ​ກຳ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​ເກົ່າ​ຂອງນະ​ຄອນຫຼວງ​ປັກ​ກິ່ງ ໄດ້​ເຊົາ​ຜະ​ລິດ​ແລ້ວ. ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ລານ​ສະ​ກີ​ໂດດ, ເຕົາ​ລະ​ບາຍ​ຄວາມ​ຮ້ອນ​ດ້ວຍ​ນ້ຳ ແລະ​ທໍ່​ຄວັນ​ໃຫຍ່ ໄດ້​ປະ​ສົມ​ປະ​ສານ​ກັນ ​ໂດຍ​ໄດ້​ເຮັດ​ໃຫ້​ລັກ​ສະ​ນະ​ອຸດ​ສາ​ຫະ​ກຳ, ລັກ​ສະ​ນະງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ​ລັກ​ສະ​ນະ​ຫິ​ມະ​ລວມ​ເຂົ້າ​ກັນ​ໄດ້​ຢ່າງ​ກົມ​ກຽວ.

ໃນພາ​ບກ​ານ​ແຂ່ງ​ຂັນ​ທີ່​ຖ່າຍ​ດ້ວຍ​ກ້ອງວິ​ດີ​ໂອ​ຄວາມ​ໄວ​ສູງ, ເຕົາ​ລະ​ບາຍ​ຄວາມ​ຮ້ອນ​ດ້ວຍ​ນ້ຳ ​ໄດ້​ກາຍເປັນຫຼັງ​ສາກ​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ເວ​ລານັກ​ກິ​ລາ​ສະ​ກີ​ໂດດ​ຂຶ້ນ ​​ມັນໄດ້​ກາຍ​ເປັນ​ພາບ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ແລະ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈ​າກ​ນັກ​ກິ​ລາ ແລະ​ນັກ​ຂ່າວ​ທັງຫຼາຍ. ສຳ​ນັກ​ຂ່າວ​ສານ AP ຂອງ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ໂຮງ​ງານ​ຜະ​ລິດ​ເຫຼັກ​ກ້າ​ທີ່​ເຊົາ​​ຜະ​ລິດ​ແລ້ວ ໄດ້​ເປັນ​ລານ​ສະ​ກີ​ທີ່​ເຮັດ​ໃຫ້​ນັກ​ກິ​ລາ​ສະ​ກີ​ໂດດ​ຂຶ້ນ​ສູ່​ອາ​ກາດ. ທ້າວ​ໂອ​ລີ​ເວີ​ ແມັກ​ນູ​ສັນ, ນັກ​ກິ​ລາ​ປະ​ເທດ​ຊູ​ແອັດ​ກ່າວ​ວ່າ: “ພວກ​ເຮົາ​ຮູ້​ສຶກ​ປານ​ຢູ່​ໃນ​ປ່າ. ” ທ່ານ​ນິ​ໂກ​ລາ​ສ ໂກ​ເປີ ນັກ​ກິ​ລາ​ສະ​ກີ​​ໃນ​ທ່າຟ​ຣີ​ສະ​ຕາຍ​ຂອງ​ອາ​ເມ​ຣິ​ກາ​ກ່າວ​ວ່າ: “ຖ້າ​ວ່າ​ປະ​ເທດ​ຕ່າງໆ​ໃນ​ໂລກ​ສ້າງ​​ລານສະ​ກີ​ໂດດ​ແບບ​ນີ້, ກໍ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​. ນີ້​ຈະ​ເຮັດ​ໃຫ້​ກິ​ລາ​ສະ​ກີ​ມີ​ຄວາມ​ໃກ້​ຊິດ​ກັບ​ປະ​ຊາ​ຊົນຫຼາຍກວ່າ​ເກົ່າ. ”

ທີ່​ຈິງ​ແລ້ວ, ການ​ດັດ​ແປງ​ສວນອຸດ​ສາ​ຫະ​ກຳ​ຂອງບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​​ເກົ່າ​ຂອງນະ​ຄອນຫຼວງ​ປັກ​ກິ່ງ ​ໃຫ້​ເປັນລານ​ສະ​ກີ​ໂດດ​ນັ້ນ ບໍ່​ພຽງ​ແຕ່​ບໍ່​ແມ່ນ​ແຫຼ່ງ​ກຳ​ເນີດ​ຂອງ “ສານກຳ​ມັນ​ຕະ​ພາບ​ລັງ​ສີ​ນິ​ວ​ເຄຼຍ” ເທົ່າ​ນັ້ນ, ຫາກເປັນ​ແບບ​ຢ່າງ​ທີ່​ດີ​ເດັ່ນ ​ໃນການ​ນຳ​ໃຊ້​ຊັບ​ພະ​ຍາກອ​ນ​ທີ່​ມີ​ຢູ່​ແບບ​ໝົດ​ສິ້ນ ​ເພື່ອ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ດ້ວຍ​ການ​ດັດ​ແປງ​ໂຮງ​ງານ​ເກົ່າ. ​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​​ເກົ່ານະ​ຄອນຫຼວງ​ປັກ​ກິ່ງສ້າງ​ຂຶ້ນ​ໃນ​ປີ 1919, ເປັນ​ໜຶ່ງ​ໃນ​ວິ​ສາ​ຫະ​ກິດ​ເຫຼັກ​ກ້າ​ຕ່າງໆຂອງຈີນ ທີ່​ມີ​ປະ​ຫວັດ​ສາດ​ຍາວ​ນານ​ທີ່​ສຸດ ແລະ​ກໍ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ. ໃນ​ປີ 2015, ສວນ​ອຸດ​ສາ​ຫະ​ກຳ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າເກົ່າ​ນະ​ຄອນຫຼວງ​ປັກ​ກິ່ງ ໄດ້​ຖືກ​ເລືອກ​​ໃຫ້ເປັນ​ສະ​ຖານ​ທີ່​ສ້າງ​ໂຄງ​ການ​ຕ່າງໆ​​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ນັບ​ແຕ່​ເວ​ລາ​ນັ້ນ​ເປັນ​ຕົ້ນ​ມາ, ໂຮງ​ງານ​ຜະ​ລິດເຫຼັກ​ກ້າ​ທີ່​ມີ​ປະ​ຫວັດ​ສາດ​ຮ້ອຍ​ປີ​ແຫ່ງ​ນີ້ ໄດ້​ມີ​ສ່ວນພົວ​ພັນ​ກັບ​​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ​ທີ່​ຕັດ​ແຍກ​ອອກ​ຈາ​ກັນ​ບໍ່​ໄດ້. ໃນ​ປີ 2016, ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຕັ້​ງ​ຫ້ອງ​ການ​ຂອງ​ຕົນຢູ່​ສວນ​ອຸດ​ສາ​ຫະ​ກຳ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​​ເກົ່ານະ​ຄອນຫຼວງ​ປັກ​ກິ່ງ ໂດຍ​ໄດ້​ນຳ​ໃຊ້​ໂຮງ​ງານ​ເກົ່າ ເພື່ອ​ສ້າງ​ຫ້ອງ​ການ​​ສີ​ຂຽວ​ກາກບອນ​ຕ່ຳຂອງ​ຕົນ ເຊິ່ງ​​ເປັນ​ການຫຼຸດ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ຈາກການ​ສ້າງ​ໂຄງ​ການ​ໃໝ່. ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022, ຢູ່​ສວນ​ອຸດ​ສາ​ຫະ​ກຳ​ຂອງ​ບໍ​ລິສັດ​ຜະ​ລິດ​ເຫຼັກ​ກ້າ​ເກົ່າ​ນະ​ຄອນຫຼວງ​ປັກ​ກິ່ງ ໄດ້​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ປະ​ເພດ​ຕ່າງໆ ເຊັ່ນ: ກິ​ລາ​ສະ​ກີ​ກະ​ໂດດແປ້ນ​ດຽວ, ​ກິ​ລາ​ສະ​ກີ​ໃນ​ທ່າ​ຟ​ຣີ​ສະ​ຕາຍ ເປັນ​ຕົ້ນ ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຄົນ​ທັງຫຼາຍ. ພາຍຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ສິ້ນ​ສຸດ​ລົງ​ແລ້ວ, ​ສວນ​ອຸດ​ສາ​ຫະ​ກຳ​​ຂອງບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​​ເກົ່ານະ​ຄອນຫຼວງ​ປັກ​ກິ່ງຍັງ​ຈະ​ຖືກ​ດັດ​ແປງ​ໃຫ້​ເປັນ​ສວນ​ສາ​ທາ​ລະ​ນະ​ດ້ານ​ກິ​ລາ ແລະ​ເປີດຮັບ​ໃຊ້​ປະ​ຊາ​ຊົນ​ທັງຫຼາຍ.

ດັ່ງ​ທີ່​ທ່ານ​ໂທ​ມັ​ສ ບັ​ກ​ສ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ: “ສວນ​ອຸດ​ສາ​ຫະ​ກຳ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​​ເກົ່ານະ​ຄອນຫຼວງ​ປັກ​ກິ່ງເປັນ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ທີ່​ສຸດ ໃນ​ການ​ປະ​ຕິ​ບັດ​ແຜນ​ຜັງ​ການ​ພັດ​ທະ​ນາ ແລະ​ປັບປຸງບູ​ລະ​ນະ​ຕົວ​ເມືອງ. ” ​​ແຕ່​ມີສື່ມວນ​ຊົນ​ຈຳ​ນວນ​ໜຶ່ງ​ໃສ່​ຮ້າຍ​ປ້າຍ​ສີ​ວ່າ ​​ສູນລານ​ສະ​ກີ​ໂດດ​​ຢູ່​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ​ກ້າ​ເກົ່ານະ​ຄອນຫຼວງ​ປັກ​ກິ່ງເປັນ “ໂຮງ​ງານ​ນິວ​ເຄຼຍ” ນັ້ນ ຈຶ່ງຖືກ​ຊາວ​ເນັດ​ທັງຫຼາຍ​ຫົວ​ຂວັນ  ຍ້ອນ​ຄວາມ​ໄຮ້​ດຽງ​ສາ​ທີ່​ບໍ່​ຮູ້​ຫຍັງ​ຂອ​ງ​ສື່​ມວນ​ຊົນ​ຈຳ​ນວນ​ໜຶ່ງ.

ຄຳ​ເຫັນ

0