陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາບແຫ່ງຄວາມອົບອຸ່ນທີ່ທ່ານສີຈິ້ນຜິງພົບປະກັບນັກກິລາທີ່ເຂົ້າຮ່ວມງານກິລາ ໂອລິມປິກ

2022-03-05 19:06:53 cri

ເມື່ອກິລາເຂັ້ມແຂງແລ້ວ,ປະເທດຊາດກໍ່ຈະເຂັ້ມແຂງ,ເມື່ອປະເທດຊາດເຂັ້ມແຂງແລ້ວ,ກິລາກໍ່ຈະເຂັ້ມແຂງຄືກັນ.ຫຼາຍປີມານີ້,ທ່ານປະທານສີຈິ້ນຜິງໄດ້ເອົາໃຈໃສ່ທີ່ສຸດນຳການພັດທະນາວຽກງານດ້ານກິລາ, ທ່ານໄດ້ລົງໄປເຄື່ອນໄຫວຢ້ຽມຢາມນັກກິລາຕັ້ງຫຼາຍເທື່ອແລະໄດ້ຈົ່ງໄວ້ພາບປະທັບໃຈທີ່ໂອ້ລົມກັບນັກກິລາຢ່າງອົບອຸ່ນຈຳນວນຫຼວງຫຼາຍ.

ພາບແຫ່ງຄວາມອົບອຸ່ນທີ່ທ່ານສີຈິ້ນຜິງພົບປະກັບນັກກິລາທີ່ເຂົ້າຮ່ວມງານກິລາ ໂອລິມປິກ_fororder_1

ວັນທີ 7 ກຸມພາປີ 2014,ຢູ່ນະ​ຄອນໂຊຊີ​ປ​ະ​ເທດຣັດເຊຍ,ທ່ານປະທານ ສີຈິ້ນຜິງໄດ້ໄປຢ້ຽມຢາມຄະນະຜູ້ແທນນັກກິລາຈີນທີ່ີເຂົ້າຮ່ວມງານກິລາໂອລິມປິກລະດູ  ໜາວຄັ້ງທີ 22. ທ່ານໄດ້ເວົ້ານຳນັກກິລາທັງຫຼາຍຢ່າງສະໜິດສະໜົມວ່າ:"ຜົນງານບໍ່ພຽງແຕ່ຢູ່ບ່ອນວ່າ: ສາມາດຍາດໄດ້ຫຼຽນຄຳຫຼືບໍ່ ຫຼືຍາດໄດ້ ຈັກຫຼຽນ,ສິ່ງສໍາຄັນແມ່ນຢູ່ນຳການສະແດງຈິດໃຈໂອລິມປິກ,ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຢ່າງບໍ່ລົດລະ,ເອົາຊະນະຕົນເອງ,​ມີການບຸກທະລຸກ້າວໜ້າດ້ວຍຕົນເອງ."ທ່ານໄດ້ບອກນັກກິລາທັງຫຼາຍຕ້ອງຮັກສາສຸຂະພາບ,ຊົມໃຊ້ເວລາທຸກໆນາທີບໍ່ວ່າຢູ່ໃນຫຼືນອກສະໜາມແຂ່ງຂັນຂອງງານກິລາໂອລິມປິກ.

ພາບແຫ່ງຄວາມອົບອຸ່ນທີ່ທ່ານສີຈິ້ນຜິງພົບປະກັບນັກກິລາທີ່ເຂົ້າຮ່ວມງານກິລາ ໂອລິມປິກ_fororder_2

ວັນທີ 15 ສິງຫາປີ 2014,ເນື່ອງໃນໂອກາດທີ່ງານກິລາໂອລິມປິກຊາວໜຸ່ມ ລະດູຮ້ອນນານກິ່ງຄັ້ງທີສອງຈະເປີດສາກຂຶ້ນໃນໄວໆນີ້,ທ່ານປະທານສີຈິ້ນຜິງໄດ້ໄປຢ້ຽມຢາມຄະນະຜູ້ແທນນັກກິລາຈີນ.ທ່ານໄດ້ເວົ້ານຳທ້າວຫຼູຜິງ ນັກກິລາມວຍສາກົນວ່າ:"ການຊົກມວຍແມ່ນລາຍການສຳລັບຜູ້ກ້າຫານ,ການບຸກຫຼືການ ຮັບຕ້ອງມີຄວາມຮອບຄອບ,ຕ້ອງມີຈິດໃຈທີ່ເຂັ້ມແຂງແລະມີຄວາມກ້າຫານ."

ພາບແຫ່ງຄວາມອົບອຸ່ນທີ່ທ່ານສີຈິ້ນຜິງພົບປະກັບນັກກິລາທີ່ເຂົ້າຮ່ວມງານກິລາ ໂອລິມປິກ_fororder_3

ວັນທີ 23 ມັງກອນປີ 2017,ທ່ານປະທານສີຈິ້ນຜິງໄດ້ໄປຢ້ຽມຢາມນັກກິລາ ສະກີທີມຊາດຈີນທີ່ພວມເກັບຕົວຝຶກຊ້ອມ.ທ່ານໄດ້ຊີ້ໃຫ້ເຫັນວ່າ: ຕ້ອງຮັບຮູ້ຢ່າງ ຈະແຈ້ງວ່າ,ລາຍການກິລາຫິມະແລະນ້ຳກ້ອນຂອງພວກເຮົາຍັງມີຈຸດອ່ອນ,ຕ້ອງ ເສີມສ້າງໃຫ້ໄວເຂົ້າ,ເຮັດໃຫ້ກິລາຫິມະແລະນ້ຳກ້ອນຂອງພວກເຮົາໄດ້ຮັບການ ພັດທະນາໂດຍທົ່ວໄປ.ທ່ານເວົ້າວ່າ: “ຊີວິດຄົນເຮົາຈະມີໂອກາດສູ້ຊົນຫຼາຍປານ ໃດ?ຂ້າພະເຈົ້າຂໍຝາກຄວາມຫວັງໄວ້ນຳພວກເຈົ້າ, ຝາກຄວາມຫວັງນຳຊາວໜຸ່ມເຍົາວະຊົນທັງຫຼາຍ. ຂໍໃຫ້ພະຍາຍາມເດີ້!”

ພາບແຫ່ງຄວາມອົບອຸ່ນທີ່ທ່ານສີຈິ້ນຜິງພົບປະກັບນັກກິລາທີ່ເຂົ້າຮ່ວມງານກິລາ ໂອລິມປິກ_fororder_4

ວັນທີ 1 ກຸມພາປີ 2019,ທ່ານປະທານສີິຈິ້ນຜິງໄດ້ໄປຢ້ຽມຢາມນັກກິລາທີ່ ກຽມເຂົ້າຮ່ວມງານກິລາໂອລິມປິກລະດູໜາວປີ 2022 ຢູ່ສະໜາມຝຶກຊ້ອມ ຕ່າງໆ.ທ່ານໄດ້ສອບຖາມນັກກິລາທັງຫຼາຍຢ່າງລະອຽດວ່າ: “ການຝຶກຊ້ອມ ລຳບາກບໍ່?” “​ຫຼີ້ນກິລາລາຍການນີ້ມາດົນປານໃດແລ້ວ?” “ຢູ່ໃນໂລກມີໃຜແດ່ ທີ່ເປັນຄູ່ແຂ່ງຂັນເກັ່ງທີ່ສຸດ?” “ໃນດ້ານຊີວິດການເປັນຢູ່ເດ້ມີຄວາມຫຍຸ້ງຍາກ ຫຍັງແດ່?”

ພາບແຫ່ງຄວາມອົບອຸ່ນທີ່ທ່ານສີຈິ້ນຜິງພົບປະກັບນັກກິລາທີ່ເຂົ້າຮ່ວມງານກິລາ ໂອລິມປິກ_fororder_5

ວັນທີ 30 ກັນຍາປີ 2019,ທ່ານປະທານສີຈິ້ນຜິງໄດ້ເຊື້ອເຊີນຜູ້ຕາງໜ້າ ນັກກິລາແລະຄູຝຶກບານສົ່ງຍິງທີມຊາດຈີນທີ່ຍາດໄດ້​ແຊ໊ມ​ປຽນໃນການແຂ່ງຂັນບານສົ່ງໂລກເພດຍິງປະຈຳປີ 2019 ເພື່ອມາເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ ວັນສະຖາປະນາສາທາລະນະລັດປະຊາຊົນຈີນຄົບຮອບ 70 ປີ.ທ່ານສີຈິ້ນຜິງໄດ້ ຊີ້ໃຫ້ເຫັນວ່າ: “ປະຊາຊົນຈໍານວນມະຫາສານມັກບານສົ່ງເພດຍິງທີມຊາດຈີນນັ້ນ ບໍ່ພຽງແຕ່ແມ່ນຍ້ອນພວກເຈົ້າຍາດໄດ້ແຊ໊ມປຽນເທົ່ານັ້ນ, ສິ່ງສຳຄັນກວ່ານັ້ນແມ່ນ ຍ້ອນພວກເຈົ້າໄດ້ສະແດງໃຫ້ເຫັນເຖິງຈິດໃຈທີ່ຖືປະເທດຊາດຢູ່ເໜືອກວ່າທຸກສິ່ງທຸກຢ່າງທັງໝົດ ​ ສາມັກຄີປະສານງານກັນ, ບາກບັ່ນສູ້ຊົນແລະບໍ່ຍອມເສຍໄຊ ​ຈັກເທື່ອ”

ພາບແຫ່ງຄວາມອົບອຸ່ນທີ່ທ່ານສີຈິ້ນຜິງພົບປະກັບນັກກິລາທີ່ເຂົ້າຮ່ວມງານກິລາ ໂອລິມປິກ_fororder_6

ວັນທີ 18 ມັງກອນປີ 2021,ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າຢູ່ສູນສະກີ ເທິງພູແຫ່ງຊາດຈີນ.ທ່ານໄດ້ຊີ້ໃຫ້ເຫັນວ່າ: ພື້ນຖານຂອງປະເທດທີ່ເຂັ້ມແຂງ ດ້ານກິລາແມ່ນຢູ່ນຳກິລາມວນຊົນ. ຕ້ອງຜ່ານຈາກການຈັດງານກິລາໂອລິມປິກ ລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງເພື່ອພັດທະນາກິລາຫິມະແລະນ້ຳກ້ອນຂອງປະເທດພວກເຮົາ,ເຜີຍແຜ່ກິລາຫິມະແລະນ້ຳກ້ອນໃນ 300.000.000 ຄົນໃຫ້ດີກວ່າເກົ່າ,ເພື່ອຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງດ້ານ ກິລາ.ໃນເວລາສັ່ງລາກັນ,ນັກກິລາທັງຫຼາຍພາກັນຮ້ອງໂຮວ່າ:ກິລາຫິມະແລະນ້ຳກ້ອນຈີນ,ສູ້ສູ້! ທ່ານປະທານສີຈິ້ນຜິງກໍ່ໃຫ້ກຳລັງໃຈແກ່ນັກກິລາທັງຫຼາຍວ່າ: “ສູ້ສູ້!”

 

ຄຳ​ເຫັນ

0