刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສອງ​ສະ​ພາ ເປັນ​ປ່ອງ​ຢ້ຽມ​ສຳ​ລັບໂລກ​ສັງ​ເກດ​ເບິ່ງ​ການ​ພັດ​ທະ​ນາ​ຄວາມ​ກ້າວ​ໜ້າ​ ແລະ​ຮຽນ​ຮູ້​ສະ​ຕິ​ບັນ​ຍາ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ

2022-03-06 13:10:24 cri

ກອງ​ປະ​ຊຸມ​ສອງ​ສະ​ພາ ເປັນ​ປ່ອງ​ຢ້ຽມ​ສຳ​ລັບໂລກ​ສັງ​ເກດ​ເບິ່ງ​ການ​ພັດ​ທະ​ນາ​ຄວາມ​ກ້າວ​ໜ້າ​ ແລະ​ຮຽນ​ຮູ້​ສະ​ຕິ​ບັນ​ຍາ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ_fororder_648c82b15a4f4b0491025cc97ec39d9b

ວັນ​ທີ 5 ມີ​ນາ​ນີ້, ກອງ​ປະ​ຊຸມສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 5 ​ຊຸດ​ທີ 13 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ໂດຍ​ມີທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ, ເຈົ້າ​ໜ້າ​ທີ່​ອົງ​ການ ສ​ປ​ຊ ປະ​ຈຳ​ຈີນ, ເຈົ້າ​ທີ່​ທີ່​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະອື່ນໆ​ໄດ້ນັ່ງຟັງ​ຕາມ​ຄຳ​ເຊີນ.

ທ່ານ​ຟາ​ຣິ​ສ ເມ​ດາ​ວີ ເ​ອກອັກ​​ຄະ​ລັດ​ຖະ​ທູດ​ປາເລ​ສ​ຕິນ ປະ​ຈຳ​ຈີນ​ກ່າວ​ວ່າ: “ໃນຫຼາຍ​ປີມໍ່ໆ​ມາ​ນີ້, ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຍືນ​ຍົງ​ແລະ​ຄວາມ​ໝັ້ນ​ໃຈ​ທີ່​ພຽງ​ພໍ​ໃນຫຼາຍ​ຂົງ​ເຂດ, ຕົວ​ເລກຫຼາຍ​ໂຕ​ໃນ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ເປົ້າ​ໝາຍ​ທີ່​ຕ້ອງ​ບັນ​ລຸ​ໃນ​ໄລ​ຍະ​ສັ້ນ ແລະ​ບ່ອນ​ທີ່​ຕ້ອງ​ປັບ​ປຸງໃນ​ຕໍ່​ໜ້າຢ່າງ​ແທ້​ຈິງ​ແລະ​ພາ​ວະ​ວິ​ໄສ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ລັດ​ຖະ​ບານ​ຈີນ​ພວມ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງທີ່​ສຸດ.”

ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຈີນ​ໄດ້​ກຳ​ນົດ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຕົ້ນ​ຕໍ​ໃນ​ປີ​ນີ້ ເປັນ​ຕົ້ນ​ມີ ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ ຫຼືGDP ຈະ​ເພີ່ມ​ຂຶ້ນ​ປະ​ມານ 5,5%, ການ​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງຈະ​ເພີ່ມ​ຂຶ້ນຫຼາຍກວ່າ 11 ລ້ານ​ຄົນ​ແລະ​ອື່ນໆ. ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ຊິດ​ຣາ​ສ ຊາ​ເຕີ​ຈີ ຜູ້​ປະ​ສານ​ງານ​ລະ​ບົບ​ອົງ​ການ ສ​ປ​ຊ ປະ​ຈຳ​ຈີນ​ກ່າວ​ວ່າ: “ບົດ​ລາຍ​ງານ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ​ທີ່​ເຂັ້ມ​ແຂງ​ຂອງ​ຈີນ, ໃນ​ຂະ​ນະ​ທີ່​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຈີນ​ຍັງ​ໄດ້​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ​ມີ​ທ່າ​ອ່ຽງ​ທີ່​ດີ​ສົມ​ຄວນ.”

ປີ 2021, ຈີນ​ໄດ້​ປະ​ກາດ​ຢ່າງ​ເຄັ່ງ​ຂືມ​ຕໍ່​ທົ່ວ​ໂລກວ່າ: ບັ້​ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຮອບ​ດ້ານ ແລະ​ຈະ​ເລີ່ມ​ຫັນ​ໄປ​​ສູ່ການ​ຊຸກ​ຍູ້​ການ​ສ້າງ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນຢ່າງ​ຮອບ​ດ້ານ. ທ່ານ​ມັດ​ແຕວ ມາ​ຊິ​ຊິວ ຜູ້​ຕາງ​ໜ້າກອງ​ທຶນ​ພັດ​ທະ​ນາ​ກະ​ສິ​ກຳ​ສາ​ກົນ​ກ່າວ​ວ່າ: ຫວັງ​ວ່າ​ຈີນ​ຈະ​ໄດ້​ຮັບຜົນ​ງານ​ຫຼາຍກວ່າ​ເກົ່າໃນ​ວຽກ​ງານ​ສ້າງ​​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ.

ຄຳ​ເຫັນ

0