陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນມີເງື່ອນໄຂ ມີຄວາມສາມາດແລະມີຄວາມໝັ້ນໃຈທີ່ຈະບັນລຸເປົ້າໝາຍ ໃນໝົດປີນີ້

2022-03-06 13:37:22 cri

ຈີນມີເງື່ອນໄຂ ມີຄວາມສາມາດແລະມີຄວາມໝັ້ນໃຈທີ່ຈະບັນລຸເປົ້າໝາຍ ໃນໝົດປີນີ້_fororder_何

 

ວັນທີ 5 ມີນານີ້,ພາຍຫຼັງກອງປະຊຸມຜູ້ແທນສະພາປະຊາຊົນແຫ່ງຊາດ ຈີນຄັ້ງທີ 5 ຊຸດທີ 13 ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງ ປັກກິ່ງແລ້ວ,ໄດ້ເລີ່ມເປີດ"ຊ່ອງທາງລັດຖະມົນຕີ"ຮອບທຳອິດ,ເຈົ້າໜ້າທີ່ ຈຳນວນໜຶ່ງຈາກກະຊວງແລະຄະນະກຳມະການທຽບເທົ່າທີ່ກ່ຽວຂ້ອງຂອງຄະນະລັດຖະບານຈີນທີ່ເຂົ້ານັ່ງຟັງກອງປະຊຸມໄດ້ໃຫ້ສຳພາດໂດຍຜ່ານທາງວິດີໂອເພື່ອຕອບບັນຫາທີ່ສັງຄົມໃຫ້ຄວາມສົນໃຈ.ຕໍ່ກັບເປົ້າໝາຍຄາດຄະເນທີ່ລວມຍອດຜະລິດຕະພັນພາຍໃນປະເທດປີນີ້ເຕີບໂຕປະມານ 5,5%ທີ່ບົດລາຍງານ ວຽກງານຄະນະລັດຖະບານຈີນສະເໜີອອກນັ້ນ,ທ່ານເຫີລີ້ເຟີງ ຫົວໜ້າຄະນະ ກຳມະການການພັດທະນາແລະການປະຕິຮູບແຫ່ງລັດຈີນໄດ້ກ່າວວ່າ,ເສດຖະກິດ ຂອງຈີນມີກຳລັງບົ່ມຊ້ອນແລະມີຄວາມໝັ້ນໜຽວທົນທານອັນແຂງແຮງ,ມີຄວາມ ໝັ້ນໃຈທີ່ ຈະບັນລຸເປົ້າໝາຍໃນໝົດປີນີ້.ທ່ານເຫີລີ້ເຟີງກ່າວວ່າ:

 

"ປີ 2021 ລວມຍອດເສດຖະກິດຂອງປະເທດຈີນໄດ້ບັນລຸເຖິງ 114.400 ຕື້ຢວນ,ເສດຖະກິດຂອງຈີນໄດ້ເພີ່ມຂຶ້ນ 3.000ຕື້ໂດລາ ສະຫະລັດໃນປີດຽວ,ນີ້ແມ່ນເທື່ອທຳອິດໃນປະຫວັດສາດຂອງຊົນຊາດຈີນ.ນີ້ ສະແດງໃຫ້ເຫັນວ່າ,ການພັດທະນາຂອງເສດຖະກິດຈີນມີກຳລັງບົ່ມຊ້ອນແລະ ມີຄວາມໝັ້ນໜຽວທົນທານທີ່ເຂັ້ມແຂງ,ຄວາມມີຊີວິດຊີວາແລະຄວາມສາມາດ ຕ້ານຄວາມສ່ຽງຂອງຕະຫຼາດລ້ວນແຕ່ເຂັ້ມແຂງຫຼາຍ,ນີ້ແມ່ນຄວາມໝັ້ນໃຈແລະ ພື້ນຖານໃນການບັນລຸເປົ້າໝາຍການເຕີບໂຕປະມານ 5,5%ຂອງ GDP ໃນປີນີ້."

 

ທ່ານເຫີລີ້ເຟີງກ່າວວ່າ,ເຖິງແມ່ນວ່າການພັດທະນາເສດຖະກິດໃນປີນີ້ ປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍອ່າວຫຼາຍ,ປັດໄຈທີ່ບໍ່ແນ່ນອນ ບໍ່ໝັ້ນທ່ຽງກໍ່ມີບໍ່ໜ້ອຍ,ແຕ່ສູນກາງພັກຄອມມຸນິດແລະຄະນະລັດຖະບານຈີນໄດ້ ວິໄຈຢ່າງເຖິງຖອງແບບເບິ່ງການໄກ,ພ້ອມທັງໄດ້ຈັດສັນຢ່າງລະອຽດ,ຈີນມີເງື່ອນໄຂ ມີຄວາມສາມາດແລະມີຄວາມໝັ້ນໃຈທີ່ຈະບັນລຸເປົ້າໝາຍໃນ ປີນີ້.

ຄຳ​ເຫັນ

0